ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ສ່ອງ​ແສງ​ວຽກ​ງານ​ຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-01-27 09:06:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ວັນ​ທີ 28 ທັນວາ 2022 ນີ້, ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ໄດ້​ຈັດ​ຕັ້ງ​ສະຫຼຸບ​ວຽກ​ງານ​ສະຫະພັນ​ແມ່ຍິງ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ນາງ ໄມ​ເພັດ ວິລາວັນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3, ມີ​ບັນດາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ມາ​ຈາກ​ອົງການ, ກົມ​ກອງ ກອງ​ພົນ​ທີ 3 ເຂົ້າ​ຮ່ວມ. ບົດ​ສະຫຼຸບ​ໄດ້​ຕີ​ລາຄາ​ຄືນ​ໃນ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ສະຫະພັນ​ແມ່ຍິງ​ທົ່ວ ກອງ​ພົນ​ທີ 3 ຕະຫຼອດ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ດ້ານ​ດີ​ທີ່​ຕັ້ງໜ້າ, ບັນ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ແລະ ບາງ​ບົດຮຽນ​ທີ​ຖອດ​ຖອນ​ໄດ້​ໃນ​ການ ເຄື່ອນໄຫວ, ແບບແຜນ​ວິ​ເຮັດ​ວຽກ​ໃນ​ຊີ້​ນຳ-ນຳພາ​ອົງ​ການຈັດຕັ້ງ​ມະຫາຊົນ ກໍ​ຄື​ການ​ສຶກ​ສາ​ອົບຮົມ​ການເມືອງ-​ແນວ​ຄິດ​ຂອງ​ສະມາຊິກ​ແມ່ຍິງ, ການ​ສ້າງ​ຂະ​ບວນ ການ​ກິລາ-ວັນນະຄະດີ, ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ຂອງ​ກົມ​ກອງ​ກໍຄື​ກົດ​ລະບຽບ​ຂອງ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ​ວາງ​ອອກ. ໃນ​ນີ້, ທົ່ວ​ກອງ​ພົນ​ທີ 3 ປະກອບ​ມີ 1 ພະ​ແນກ, ມີ 2 ຂະ​ແໜງ​ການ, ມີ 8 ໜ່ວຍ, ມີ 4 ຈຸ​ຂຶ້ນ​ກັບ, ມີ​ສະມາຊິກ​ສະຫະພັນ​ແມ່ຍິງ​ທັງ​ໝົດ ຈຳນວນ 298 ສະຫາຍ, ມີ​ພະ​ແນກ 3 ດີ 1 ພະ​ແນກ, ຂະແໜງ 3 ດີ ມີ 3 ຂະແໜງ, ໜ່ວຍ, ຈຸ 3 ດີ 19 ໜ່ວຍ, ມີ​ກົມ​ກອງ​ນຳພາ​ດີ 28 ກົມ​ກອງ, ກົມ​ກອງ 3 ດີ ມີ 3 ກົມ​ກອງ, ມີ​ຄອບຄົວ 3 ດີ ຈຳນວນ 47 ຄອບຄົວ, ຄອບຄົວ​ຕົວ​ແບບ ຈຳນວນ 20 ຄອບຄົວ, ມີ​ບຸກຄົນ​ດີເດັ່ນ​ປະເພດ I ມີ 210 ສະຫາຍ, ປະເພດ II ຈຳນວນ 88 ສະຫາຍ, ບຸກຄົນ​ດີເດັ່ນ​ດ້ານ​ວິຊາ​ສະເພາະ 47 ສະຫາຍ, ພົນລະເມືອງ​ດີ 298 ສະຫາຍ, ພັດທະນາ​ດີ ​ມີ 256 ສະຫາຍ, ສ້າງ​ເງິນ​ກອງ​ທຶນ​ໄດ້ 627.000.000 ກີບ, ປ່ອຍ​ກູ້ ທັງ​ໝົດ 420.00.000 ກີບ ມີ​ສະມາຊິກ​ກອງ​ທຶນ​ທັງ​ໝົດ 12.230 ສະຫາຍ. ພ້ອມ​ນີ້, ກໍ​ຍັງ​ໄດ້​ຜ່ານ​ບົດ​ທິດ​ທາງ​ແຜນການ​ການ ປະຈຳ​ປີ2023 ຕື່ມ​ອີກ. ໂດຍ: ເທບ​ພະ​ກອນ ລັດຕະນະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ