ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ​ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ສະແດງ​ຕ້ອນຮັບ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-27 09:02:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



    ວັນ​ທີ 27 ມັງກອນ 2023 ນີ້, ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ​ໄດ້​ສະແດງ​ລາຍການ​ ເພື່ອ​ຂໍ່ານັບຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ໂດຍ​ມີ ສະຫາຍ ພັນ​ເອກ ສີ​ສຸກ ສີ​ຈັນທອນ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ອ້ອຍ​ພັນ ແພງ​ບຸນ​ມີ ຫົວໜ້າ​ຂະແໜງ​ໂຄສະນາ​ອົບຮົມ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ທັງ​ເປັນ​ຫົວໜ້າ​ຄະນະ​ນຳພາ​ເຝິກຊ້ອມ​ຕົວ​ຈິງ​ໄດ້​ໃຫ້​ຮູ້​ວ່າ: ລາຍ​ການສະແດງ​ຮັບ​ໃຊ້​ວັນ​ສ້າງຕັ້ງ​ກອງ​ທັບ​ປະຊາຊົນ​ລາວ ​ຢູ່​ກົມ​ກອງ​​ໃນ​ຄັ້ງ​ນີ້ປະກອບ​ມີ 7 ລາຍການ. ໃນ​ນັ້ນ, ມີປະເພດ​ຮ້ອງເພງ​ດ່ຽວ​ຊາຍເພງ: ນໍ້າໃຈວັນ​ທີ 20 ມັງກອນ​ ສະຫຼອງ​ໄຊ, ເພງ: ແດນ​ແຫ່ງ​ອິດສະຫຼະ, ຮ້ອງເພງດ່ຽວ​ຍິງ​ເພງ: ຄິດ​ຮອດ​ອ້າຍຢູ່​ຊາຍ​ແດນ, ປະເພດ​ເພງ​ລວມ​ໝູ່​ ຊາຍ​ເພງ: ລາຕີ​ແນວ​ໜ້າ, ປະເພດ​ເພງ​ລວມ​ໝູ່​ຍິງ​​ເພງ: ສຽງ​ຈາກ​ສະ​ຖາ​ບັນ​ກັນ​ພະຍາດ ແລະ ລາຍການ​ຟ້ອນ ແລະ ເຕັ້ນ​ບາ​​ສ​ຫຼົບ​ອີກ 2 ລາຍການ, ເຊິ່ງ​ແຕ່​ ລະ​ລາຍການ​ທີ່​ໄດ້​ນຳ​ມາ​ສະແດງ​ໃຫ້​ບັນດາ​ນາຍ ແລະ ພົນທະຫານ​ໃນ​ກົມ​​ກອງ​​ໄດ້​ຮັບ​ຟັງ ແລະ ຮັບ​ຊົມ​ໃນ​ຄັ້ງ​ນີ້​ ກໍລ້ວນ​ແລ້ວ​ມີ​ເນື້ອ​ໃນ​ທີ່​ສ່ອງ​ແສງ​ເຖິງ​ມູນ​ເຊື້ອ​ອັນ​ດີງາມຂອງກອງທັບ​ປະຊາຊົນ​ລາວ​ເຮົາ, ສະແດງ​ເຖິງພາລະ​ບົດບາດ​ໜ້າທີ່​ໃຈ​ກາງຂອງ​ກົມ​ກອງ, ສະແດງ​ເຖິງ​ຄວາມ​ຮັກ​ຊາດ, ຮັກ​ປະຊາຊົນ​ລາວ​ບັນດາເຜົ່າ, ຮັກ​ບ້ານ​ເກີດ​ເມືອງ​ນອນ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຕົນ. ໂດຍ: ອ້ອຍ​ພັນ ແພງ​​ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ