ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ເຊ​ກອງ ​ສຳເລັດ​ການ​ເຝິກອົບຮົມ-ຫັດ​ແອບ​ ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2023-01-27 09:00:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ໃນ​ວັນ​ທີ 13 ມັງກອນ 2023 ນີ້, ກອງພັນ 103 ທະຫານ​ແຂວງ​ເຊ​ກອງ ໄດ້​ສຳເລັດ​ການ​ອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ປະຈຳ​ປີ 2022 , ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ແສງ​ເພັດ ພິ​ວັນ​ນ້ອຍ ຮອງ​ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ເຊ​ກອງ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວ​ຂ້ອງ​ພ້ອມ​ດ້ວຍ​ພະນັກງານ-ນັກ ຮົບ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ການ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້​ຄັ້ງ​ນີ້ ໂດຍ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022 ຂອງ​ກອງພັນ 103 ເພື່ອ​ກວດກາ​ຕີ​ລາຄາ​ຄືນ​ຄວາມ​ຮັບ​ຮູ້, ຄວາມ​ສາມາດ​ໃນ​ການ​ບັນຊາ​ຂອງ​ພະນັກງານ-ນັກຮົບ​ແຕ່​ລະ​ຂັ້ນ ແລະ ກວດກາ​ການ​ນຳ​ໃຊ້​ອາວຸດ-ຍຸ​ດໂທ​ປະກອນ​ເຕັກນິກ​ການ​ທະຫານ ຂອງ​ທະຫານ​ຮາບ ແລະ ເຫຼົ່າ​ຮົບ​ວິຊາ​ສະເພາະ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ຄ່ອງ​ແຄ້ວ ຮູ້​ໝູນ​ໃຊ້​ຕາມ​ທິດ​ສະ​ດີ​ຫຼັກການ​ທີ່​ໄດ້​ຮຽນ​ມາ​ເຂົ້າ​ສູ່​ພາກ​ປະຕິບັດ​ຕົວ​ຈິງ. ທັງ​ເປັນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ໃນ​ຖັນ​ແຖວ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ​ເຂັ້ມແຂງ, ມີ​ແບບແຜນ​ສູ້​ຮົບ​ທີ່​ທັນ​ສະໄໝ​ຮອບດ້ານ, ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ການ​ບັນຊາ​ສູ້​ຮົບ ແລະ ການ​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ​ຕ່າງໆ, ເພື່ອ​ເຮັດ​ໜ້າທີ່​ເຄື່ອນ​ໄຫວ​ ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ​ຕົວ​ຈິງ​ໄດ້​ໃນ​ທຸກ​ຮູບ​ແບບ ໃຫ້​ມີ​ຄວາມ​ຮັບປະກັນ​ເຮັດ​ໃນ​ທຸກ​ຂົງເຂດ ແລະ ກົມ​ກອງ​ທີ່​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ຜ່ານ​ການ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້​ເຫັນ​ໄດ້​ວ່າ​ມີ​ຜົນສຳເລັດ​ບັນລຸ​ໄດ້​ຕາມ​ແຜນການ ແລະ ຄາດໝາຍ​ທີ່​ວາງ​ໄວ້ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ກຳລັງ ​ແລະ​ ພາຫະນະ​ອາວຸດ​ໄດ້100%. ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ