ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ໂຄສະນາ​ອົບຮົມ​ກົມ​ໃຫຍ່​ການເມືອງ​ກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ ​ປະຈຳ​ປີ 2022
ເວລາອອກຂ່າວ: 2023-01-27 08:46:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ໃນ​ວັນ​ທີ 26 ມັງກອນ 2023 ນີ້, ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ ສະຫາຍ ພັນ​ເອກ ແປ້ນ​ຄຳ ບຸດ​ຈັນ​ແພງ ຫົວໜ້າ​ກົມ​ໂຄສະນາ​ອົບ​ຮົບ ກົມໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍຄະນະ​ພັກ-ຄະນະ​ບັນຊາກົມ, ພະແນກການ ແລະ ພະນັກງານຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ວິລະ​ໄຊ ສົມ​ສັກ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່ການເມືອງກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ປະຈຳ​ປີ 2022, ໃນ​ໄລຍະ 1 ປີຜ່ານມາ, ຄະນະ​ກົມ​ໂຄສະນາ​ອົບຮົມໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ ເຄື່ອນ​ໄຫວ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໃນ​ການ​ເປັນ​ເສນາ​ທິ​ການ​ໃຫ້​ແກ່​ກົມ​ໃຫຍ່​ການເມືອງ​ກອງທັບ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ ເຮັດ​ໜ້າທີ່​ຕິດຕາມ-ຊຸກຍູ້​ວຽກ​ງານ ໂຄສະນາ​ອົບຮົມ​ໃນ​ທົ່ວ​ກອງທັບ, ຊຸກຍູ້​ບັນດາ​ອົງການ, ກົມ​ກອງ​ທ້ອງຖິ່ນ ຈັດ​ຕັ້ງ​ໂຄສະນາ​ປາຖະກະຖາມູນເຊື້ອ​​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ລວມ​ທັງ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວ​ກັບ​ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ວຽກ​ງານ​ຕ່າງໆ, ໄດ້​ເປັນ​ເຈົ້າ​ການ​ຄົ້ນຄວ້າ​ສ້າງ​ແຜນການ, ຂໍ້​ຕົກລົງ ທັງ​ເປັນ​ຜູ້​ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ໃນ ການ​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ຂອງ​, ຂອງ​ຊາດ, ຂອງ​ກອງທັບ ຢູ່​ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຊີ້​ນຳ​ດ້ານວິຊາ​ສະເພາະ 8 ຫົວໜ່ວຍ​ກົມ​ກອງ​ທີ່​ເຮັດ​ໜ້າທີ່​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ໂຄສະນາ​ອົບຮົມ​ໃນ​ກອງທັບ, ເຊິ່ງ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ກວ້າງຂວາງ​ເປັນຕົ້ນ​ແມ່ນ​ການ​ຊ້ອມ​ຮົບ​ໃນ​ບັ້ນ​ຕ່າງໆ ແລະ ວຽກ​ງານ​ອື່ນໆ​ອີກ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົບ​ການເມືອງ-ນຳພາ​ແນວ​ຄິດ. ພ້ອມ​ດຽວ​ກັນ​ນັ້ນ​ກອງ​ປະຊຸມ ຍັງ​ພ້ອມ​ກັນ​ປະກອບ​ຄຳ​ເຫັນ ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ວຽກ​ງານ​ງານ​ຈຸດ​ສຸມ ປີ 2023 ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການ​ທີ່​ວາງ​ໄວ້. ໂອກາດ​ນີ້, ສະຫາຍ ປະທານ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ 1 ປີຜ່ານມາ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຂອງ​ກົມ​ໂຄສະນາ​ອົບຮົມ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ສືບຕໍ່​ຊີ້​ນຳ​ຈັດ​ຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໂດຍ​ສະເພາະ​ຂົງເຂດ​ວຽກ​ງານ​ໂຄສະນາ​ອົບຮົມ, ເພີ່ມ​ທະວີ​ຄວາມສາມັກຄີ​ພາຍ​ໃນ-ພາຍ​ນອກ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ການເຄື່ອນໄຫວ​ວຽກ​ງານ​ຕ້ອງ​ປະຕິບັດ​ຫຼັກການ​ລວມ​ສູນປະຊາທິປະໄຕ​ເປັນ​ໝູ່​ຄະນະ, ແບ່ງ​ວຽກ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ລະອຽດ​ຈະແຈ້ງ ແລະ ສືບຕໍ່ ປັບປຸງ​ພັດທະນາ​ກົມ​ໂຄສະນາ​ອົບຮົມ​ໃຫ້​ມີ​ບາດກ້າວ​ຫັນປ່ຽນ​ອັນ​ໃໝ່​ດີ​ຂຶ້ນ​ກວ່າ​ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ