ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສຳ​ມະ​ນາ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ພະນັກງານ​ ພາຍ​ໃນ​ກຳມາ​ທິ​ການ ​ປກຊ-​ປກສ ສະພາ ແຫ່ງ​ຊາດ
ເວລາອອກຂ່າວ: 2023-01-27 08:39:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



ກອງ​ປະຊຸມ​ສຳ​ມະ​ນາ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ພະນັກງານ​ພາຍ​ໃນ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສະພາ​ແຫ່ງ​ຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມັງກອນ 2023 ຢູ່​ທີ່​ສະພາ​ແຫ່ງ​ຊາດ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຕີ ວົງ​ສັກ ພັນທະ​ວົງ ປະທານ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບສະພາ​ແຫ່ງ​ຊາດ, ມີ​ຄະນະ​ກຳມາ​ທິ​ການ, ສຳ​ມະ​ນາ​ກອນຈາກ 18 ເຂດ​ເລືອກ​ຕັ້ງ, ພ້ອມ​ດ້ວຍ​ພະນັກງານ-ວິຊາ​ການ ​ປກຊ-​ປກສ ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ​ປອ ວົງ​ສັກ ພັນທະ​ວົງ ໄດ້​ກ່າວ​ວ່າ: ເພື່ອ​ປະຕິບັດ​ຕາມ​ແຜນການ​ສ້າງ​ຄວມ​ເຂັ້ມແຂງ​ໃຫ້​ພະນັກງານ​ຂັ້ນ​ວິຊາ​ການ​ຂອງ​ກຳມາ​ທິ​ການ ​ປກຊ-​ປກສ ສະພາ​ແຫ່ງ​ຊາດ ປະຈຳ​ປີ 2022 ຈະ​ໄດ້​ຄົ້ນຄວ້າ, ສຳ​ມະ​ນາ ແລະ ເຊື່ອມ​ຊຶມ​ບັນດາ​ເອກະສານ ກ່ຽວ​ກັບ​ພາລະ​ບົດບາດ​ວ່າ​ດ້ວຍ​ການ​ຮັບ ແລະ ການ​ພິຈາລະນາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຂັ້ນ​ແຂວງ ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ການ​ຮ່າງ ແລະ ການ​ຈໍ​ລະ​ຈອນ​ເອກ​ກະ​ສານ​ທາງ​ລັດ​ຖະ​ການ​ຂອງ​ສະພາ​ແຫ່ງ​ຊາດ ເພື່ອ​ຍົກ​ສູງ​ຄວາມ​ຮູ້, ວິທີ​ການ​ສ້າງ ແລະ ປັບປຸງ​ກົດໝາຍ, ນິຕິ​ກຳ​ໃຕ້​ກົດໝາຍ, ພາລະ​ບົດບາດ​ການ​ຕິດຕາມ​ກວດກາ​ຂອງ​ກຳມາ​ທິ​ການ ​ປກຊ-​ປກສ ສະພາ​ແຫ່ງ​ຊາດ ແລະ ຂໍ້​ຕົກລົງ​ຮ່ວມ​ຄະນະ​ປະສານ​ງານ​ລະຫວ່າງ​ກຳມາ​ທິ​ການ ​ປກຊ-​ປກສ ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ສະຫະພັນ​ນັກຮົບ​ເກົ່າ. ກອງ​ປະຊຸມ​ຄັ້ງ​ນີ້​ ແມ່ນ​ຕິດ​ພັນ​ກັບ​ໜ້າທີ່​ຄວາມ​ຮັບຜິດຊອບ​ຂົງເຂດ ​ປກຊ-​ປກສ ແນໃສ່​ເປັນ​ເສນາ​ທິ​ການ​ໃຫ້​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ​ໃນ​ການ​ປະຕິບັດ 3 ພາລະ​ບົດບາດດ້ານ​ນິຕິບັນຍັດ, ຂໍ້​ຕົກລົງ​ບັນຫາ​ສຳຄັນ​ພື້ນຖານ ແລະ ດ້ານ​ການ​ຕິດຕາມ​ກວດກາ​ພາຍ​ໃນ​ກຳມາ​ທິ​ການ ​ປກຊ-​ປກສ ໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ສູງ. ພ້ອມ​ນີ້​, ກໍ​ເນັ້ນ​ໜັກ​ໃຫ້​ບັນດາ​ນັກ​ວິທະຍາກອນ​ຈົ່ງ​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ເພື່ອ​ຖ່າຍ​ທອດ​ສົ່ງ​ຄວາມ​ຮູ້​ໃຫ້​ນັກ​ສຳ​ມະ​ນາ​ກອນ​ກໍ​ຄື​ພະນັກງານ​ຂັ້ນ​ວິຊາ​ການ ​ປກຊ-​ປກສ ນັບ​ທັງ​ຢູ່​ຂັ້ນ​ສະພາ​ແຫ່ງ​ຊາດ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ​ທີ່​ອົບຮົມ​ຄັ້ງ​ນີ້​ກຳ​ໄດ້​ບົດຮຽນ​ຕ່າງໆ ແລະ ຮຽກຮ້ອງມາ​ຍັງ​ນັກ​ສຳ​ມະ​ນາ​ກອນ​ທັງຫຼາຍ​ຈົ່ງ​ເອົາໃຈໃສ່​ຮັບ​ຟັງ​ການ​ບັນ​ລະ​ຍາຍ​ເນື້ອ​ໃນ​ເອກະສານ​ໃຫ້​ດີ ແລະ ປະກອບ​ຄຳ​ເຫັນ​ດ້ວຍ​ຄວາມ​ສ້າງສັນ, ​​ເຊີດຊູ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ເຂົ້າ​ໃນ​ການ​ຄົ້ນຄວ້າ, ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ທຸກ​ບັນຫາ​ຢ່າງ​ຖີ່​ຖ້ວນ, ພາວະ​ວິໄສ ແລະ ເລິກເຊິ່ງ ເພື່ອເຮັດ​ໃຫ້​ກອງ​ປະຊຸມ​ສຳ​ມະ​ນາສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ພະນັກງານ​ພາຍ​ໃນ​ກຳ ມາ​ທິ​ການ ​ປກຊ-​ປກສ ບັນລຸ​ຕາມ​ຈຸດປະສົງ ແລະ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ກອງ​ປະຊຸມ​ຈະ​ດຳເນີນ​ເປັນ​ເວລາ 2 ວັນ ຈຶ່ງ​ຈະ​ສຳເລັດ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ