ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 1 ກອງທັບ ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-27 08:35:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1006 | ຄວາມນິຍົມ:



ໃນ​ວັນ​ທີ 20 ມັງກອນ 2023, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ກອງທັບ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 74 ປີີ ( 20 ມັງກອນ 1949-20 ມັງກອນ 2023 ) ໂດຍ​ການ​ເຂົ້າຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ກອງທັບ, ມີຄະນະ​ພັກ-ຄະນະ​ອຳນວຍ​ການ, ອົງການ 5 ຫ້ອງ, 4 ກອງພັນ, ກອງຮອ້ຍ, ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ ແລະ ນັກຮຽນ ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ສີ​ລາ​ວົງ ບຸນ​ມີ​ໄຊ ໄດ້​ຍົກ​ໃຫ້​ເຫັນ​ມູນເຊື້ອ ການ​ກຳ​ເນີດ ເຕີບ​ໃຫຍ່ ແລະ ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນ​ລາວ ແລະ ການ​ຕໍ່ສູ້​ກູ້​ຊາດ​ຢ່າງ​ລະ​ອິດ​ລະ​ອ້ຽວ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ລວມ​ທັງ​ຜົນງານ​ໄຊຊະນະ ຕະຫຼອດ 74 ປີ ຜ່ານ​ມາ ປະເທດ​ຊາດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ​ໄດ້​ຕົກ​ຢູ່​ໃນ​ທາມ​ກາງ​ຖືກ​ພວກ​ລ່າ​ເມືອງ​ຂຶ້ນ​​ຝ​ຣັ່ງ​ເຂົ້າ​ມາ​ຮຸກ​ຮາກ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ບັນດາເຜົ່າ​ໄດ້​ລຸກ​ຮື້​ຂຶ້ນ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ. ມາ​ຮອດ​ວັນ​ທີ 20 ມັງກອນ 1949 ກອງທັບ​ລາວ​ອິດສະຫຼະ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢ່າງ​ເຂັ້ມແຂງ​ຢູ່​ເຂດ​ທີ່​ໝັ້ນ ຖ້ຳ​ແມ ເຂດ​ລາວ​ຮຸ່ງ-ພຽງ​ສາ ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ​ໂດຍ​ແມ່ນ ປະທານ ໄກສອນ ພົມວິຫານ ໄດ້​ປະກາດ​ສ້າງຕັ້ງ ແລະ ຊີ້​ນຳ​ບັນຊາ​ໂດຍ​ກົງ. ຈາກ​ນັ້ນ​ບັນດາ​ກົມ​ກອງ​ເອກະລາດ​ອື່ນໆ​ກໍ​ໄດ້​ປະກາດ​ສ້າງຕັ້ງ​ຂຶ້ນ​ນັບ​ແຕ່​ນັ້ນ​ມາ​ວັນ​ທີ 20 ມັງກອນ 1949 ຈຶ່ງ​ກາຍເປັນ​ວັນ​ກຳເນີດ​ຂອງ​ກອງທັບ​ປະຊາຊົນ​ລາວ ຜ່ານ​ການ​ສູ້​ຮົບ ແລະ ປັບປຸງ​ກໍ່ສ້າງ​ກອງທັບ ຍິ່ງ​ຕີ​ຍິ່ງ​ໄດ້​ຮັບ​ໄຊຊະນະ ຍິ່ງ​ຕີ​ຍິ່ງ​ເຕີບ​ໃຫ​​ຍ່​ເຂັ້ມແຂງ ຈົນ​ສາມາດ​ປົດ​ປອ່ຍ​ປະເທດ​ຊາດ​ໄດ້​ຢ່າງ​ສົມບູນ ແລະ ສ້າງຕັ້ງ​ລະບອບ​ໃໝ່ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໃນ​ວັນ​ທີ 2 ທັນວາ 1975. ຕະຫຼອດ​ໄລຍະ 74 ປີຜ່ານມາ ກອງທັບ​ເຮົາ​ເວລາ​ໃດ​ກໍ​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ ຕໍ່​ລັດ ຕໍ່​ອຸດົມ​ການ​ສັງຄົມ​ນິຍົມ​ມີ​ຄວາມ​ສາມັກຄີ​ແໜ້ນ​ແຟ້ນ​ກັບ​ປະຊາຊົນ​ລາວ​ບັນດາເຜົ່າ ມີ​ຄວາມ​ສາມັກຄີ​ກັບ​ບັນດາ​ປະເທດ ສັງຄົມ​ນິຍົມ​ຮ່ວມມື​ສຳພັນ​ສູ້​ຮົບ​ກັບ​ປະເທດ​ເພື່ອນ​ມິດ .ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ໃນ​ທົ່ວ​ໂຮງຮຽນ​ໄດ້​ຮັບ​ຮູ້ ແລະ ເຊື່ອມ​ຊຶມ ເຖິງ​ປະຫວັດ​ຄວາມ​ເປັນ​ມາ ການເຄື່ອນໄຫວ​ແຕ່​ລະ​ໄລຍະ​ບົນ​ເສັ້ນທາງ​ປະຕິວັດ​ອັນ​ລະ​ອິດ​ລະ​ອ້ຽວ, ຄວາມ​ເສຍສະຫຼະ​ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ ແລະ ເພື່ອ​ປະຊາຊົນ​ລາວ​ບັນດາເຜົ່າ. ພວກ​ເຮົາ​ຮຸ່ນ​ສືບ​ທອດ​ຕ້ອງ​ໄດ້​ຖື​ເອົາ​ແບບແຜນ ຄຸນ​ງາມຄວາມ​ດີ ຄວາມ​ອົງອາດ​ກ້າຫານ​ຂອງ​ພະນັກງານ​ປະຕິວັດ​ອາວຸໂສ​ຮຸ່ນ​ກ່ອນ ເພື່ອ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ກອງທັບ ຕັ້ງໜ້າ​ປັບປຸງ​ກຳລັງ​ໃນ​ທຸກ​ດ້ານ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ເພື່ອ​ມາ​ປະກອບສ່ວນ​ມູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ກົມ​ກອງ​ໃຫ້​ມີ​ຜົນສຳເລັດ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 19 ມັງກອນ 2023 ຍັງ​ໄດ້​ມີ​ການສະແດງ​ສິລະ​ປະ​-ວັນນະຄະດີ​ສະໝັກ​ຫຼິ້ນ​ຂອງ​ໂຮງຮຽນ ແລະ ອົງການ 5 ຫ້ອງ, 4 ກອງພັນ ພ້ອມ​ທັງ​ມອບ​ຂອງ​ຂັວນ ແລະ ຂັນ​ລາງວັນ​ກິລາ​ແຕ່​ລະ​ປະເພດ ເພື່ອ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ​ມ່ວນຊື່ນ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ