ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມູ​ຣິກ ສ້າງ​ສະຖິຕິ​ແລ່ນ​ໄວ​ທີ່​ສຸດ​ໃນ​ພຣີ​ເມຍ​ລີກ
ເວລາອອກຂ່າວ: 2023-01-27 08:35:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ມິ​ໄຄ​ໂລ ມູ​ຣິກ ຂອງ ເຊວ​ຊີ ສ້າງຊື່​ໃຫ້​ສະໂມສອນ​ອີກ​ຄັ້ງ ເມື່ອ​ສ້າງ​ສະຖິຕິ​ເປັນ​ນັກ​ເຕະ​ທີ່​ແລ່ນ​ໄດ້​ໄວ​ສຸດ​ໃນລາຍການ​ພຣີ​ເມຍ​ລີກ ອັງກິດ ລະດູ​ການ​ນີ້ ໃນ​ການ​ລົງ​ສະໜາມ​ໃຫ້ ເຊວ​ຊີ ໃນ​ເກມ​ບຸກ​ໄປ​ ສະເໝີ ລີ​ເວີ​ພູ 0-0 ປະຕູ​ເມື່ອ​ ວັນ​ທີ 21 ມັງກອນ ຜ່ານ​ມາ​ນີ້. ມູ​ຣິກ ເຖິງ​ວ່າ​ຈະ​ຖືກ​ປ່ຽນ​ຕົວ​ລົງ​ສະໜາມ​ພຽງ​ແຕ່​ໃນ​ໄລຍະ​ເວລາ 20 ນາທີ​ສຸດ​ທ້າຍ​ຂອງ​ເກມ ທີ່​ສະໜາມ ແອນ​ຟິວ ແຕ່​ມູ​ຣິກ ກໍ​ສະແດງ​ຟອມ​ຄວາມ​ເກັ່ງ​ໄດ້​ຢ່າງ​ໜ້າ​ປະ​ທັບ​ໃຈ ແລະ ໄດ້​ຮັບ​ຄຳ​ຊົມ​ຈາກ​ກອງ​ເຊຍ​ຈຳນວນ​ຫຼາຍ ແຖມ​ຍັງ​ສ້າງ​ຄວາມ​ຮື​ຮາ​ໃນ​ສະໜາມ​ດ້ວຍ​ການ​ສ້າງ​ສະຖິຕິ​ແລ່ນ​ໄວ​ສຸດ​ໃນ​ພຣິ​ເມຍ​ລີກ ລະດູ​ການ​ນີ້ ໂດຍ​ແລ່ນ​ໄດ້​ໄວ​ສູງ​ສຸດ​ເຖິງ 36.63 ກິໂລແມັດ​ຕໍ່​ຊົ່ວໂມງ. ສ່ວນ​ນັກ​ເຕະ​ແລ່ນ​ໄວ​ອັນ​ດັບ 2 ເປັນ​ແອນ​ໂທ​ນີ ກໍ​ດອນ ຂອງ​ອັບ​ເວີ​ຕັນ ທີ່​ແລ່ນ​ຄວາມ​ໄວ​ສູງ​ສຸດ​ໄດ້ 36.61 ກິໂລແມັດ​ຕໍ່​ຊົ່ວໂມງ, ອັນ​ດັບ3 ດາ​ວິນ ນູ​ເນດ ກອງ​ໜ້າ ລີ​ເວີ​ພູ 36.53 ກິໂລແມັດ​ຕໍ່​ຊົ່ວໂມງ, ອັນ​ດັບ4 ເອີ​ລິງ ຮາ​ແລນ ດາວ​ຍິງ​ທີມ​ຊາດ​ນອກ​ແວ ຂອງ​ແມນ​ເຊ​​ັສ​ເຕີ ຊີ​ຕີ 36.22 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ອັນ​ດັບ 5 ເດ​ນິດ ຊາ​ກາ ຂອງ​ເຊວ​ຊີ 36.09.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ