ຄອບຄົວການນຳຂັ້ນສູງລົງຢ້ຽມຢາມ ກອງພັນ 512 ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2023-01-27 08:32:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1040 | ຄວາມນິຍົມ:
ໃນຫວ່າງບໍ່ດົນມານີ້, ດ້ວຍຄວາມຮັກແພງ, ເປັນຫວ່ງເປັນໃຍຕໍ່ນາຍ ແລະ ພົນທະຫານເຮົາ, ຄອບຄົວການນຳຂັ້ນສູງ ເຊິ່ງນຳໂດຍ ທ່ານ ນາງ ວຽງເງິນ ໄຂຄຳ ພິທູນພັນລະຍາຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມນາຍ ແລະ ພົນທະຫານ ກອງພັນ 512 ທີ່ຂຶ້ນກັບ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ມີ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳບຸນ ຈັນເພັງ ຫົວໜ້າການເມືອງ ກອງພັນ 512 ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງເຊິ່ງ ຜ່ານມາກົມກອງແມ່ນໄດ້ຖືເອົາວຽກງານລົງກໍ່ສ້າງຮາກຖານແບບມູນເຊື້ອ ເປັນກົກ ໂດຍປະສານສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງອ້ອມຂ້າງ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃຫ້ທັນເວລາ, ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບ ເປັນຕົ້ນແມ່ນຈັດຕັ້ງປະຈຳການບັນຊາ, ສິດປະຈຳການ, ກຳລັງປະຈຳການ ແລະ ພາຫະນະປະຈຳການ ຕະຫຼອດ 24 ຊົ່ວໂມງ ຢ່າງເປັນປົກກະຕິ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮັບຮູ້, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດຢ່າງໜັກແໜ້ນ, ຍົກສູງວຽກງານການອົບຮົມຫັດແອບ ສິລະປະຍຸດ-ຍຸດທະວິທີຮັບປະກັນຄຸນນະພາບທາງດ້ານການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນປົກກະຕິ, ເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບແບບແຜນຂອງກອງທັບຢ່າງເຂັ້ມງວດ ໂດຍສະເພາະແມ່ນການຈັດຕັ້ງ 7 ລະບອບ 18 ວຽກຂອງກອງທັບ, ສ່ວນວຽກງານການແກ້ໄຂຊີວິດການເປັນຢູ່ແມ່ນໄດ້ຖືເອົາການປູກ-ການລ້ຽງເປັນຕົ້ນຕໍ ເພື່ອແນໃສ່ຮັບປະກັນໃຫ້ພະນັກງານ-ນັກຮົບ ຂອງຕົນໄດ້ກິນອີ່ມນຸ່ງອຸ່ນເປັນຢ່າງດີ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ມູນຄ່າ 59.381.000 ກີບ ພ້ອມດ້ວຍ ເງິນສົດ 110 ລ້ານກີບມອບໃຫ້ແກ່ກອງພັນ 512 ທະຫານນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ ພັດທະນາກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໃນການປະຕິບັດໜ້າທີ່ຕາມການມອບໝາຍຈາກ ພັກ-ລັດ ກໍຄື ກະຊວງປ້ອງກັນປະເທດ ມີປະສິດທິຜົນສູງ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ