ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄອບຄົວ​ການ​ນຳ​ຂັ້ນ​ສູງ​ລົງ​ຢ້ຽມຢາມ ກອງພັນ 512 ທະຫານ​ນະຄອນຫຼວງ​ວຽງ​ຈັນ
ເວລາອອກຂ່າວ: 2023-01-27 08:32:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1031 | ຄວາມນິຍົມ:



ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ດ້ວຍຄວາມຮັກແພງ, ເປັນຫວ່ງເປັນໃຍຕໍ່ນາຍ ແລະ ພົນທະຫານເຮົາ, ຄອບຄົວ​ການ​ນຳ​ຂັ້ນ​ສູງ ເຊິ່ງ​ນຳ​ໂດຍ ທ່ານ ນາງ ວຽງ​ເງິນ ໄຂຄຳ ພິທູນພັນ​ລະ​ຍາ​ຂອງ ທ່ານ ກິແກ້ວ ໄຂ​ຄຳ​ພິທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງນາຍົກລັດຖະມົນຕີ ພ້ອມ​ຄະນະ ໄດ້​ລົງເຄື່ອນ​ໄຫວ​ພົບ​ປະ​ຢ້ຽມຢາມນາຍ ແລະ ພົນທະຫານ ກອງພັນ 512 ທີ່​ຂຶ້ນ​ກັບ​ ກອງ​ບັນຊາ​ການທະຫານ​ນະຄອນຫຼວງ​ວຽງ​ຈັນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງກອງທັບ​ ປະຊາຊົນ​ລາວ ຄົບຮອບ 74 ປີ, ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນ, ມີ​ ຄະນະພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍພະນັກງານ-ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ບຸນ ຈັນ​ເພັງ ຫົວໜ້າ​ການເມືອງ ​ກອງພັນ 512 ໄດ້​ລາຍ​ງານ​ຫຍໍ້ກ່ຽວ​ກັບ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ເຊິ່ງ ຜ່ານ​ມາ​ກົມ​ກອງ​ແມ່ນ​ໄດ້​ຖື​ເອົາ​ວຽກ​ງານ​ລົງ​ກໍ່ສ້າງ​ຮາກ​ຖານ​ແບບ​ມູນເຊື້ອ ເປັນ​ກົກ ໂດຍ​ປະສານ​ສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ກົມ​ກອງ​ອ້ອມ​ຂ້າງ ເພື່ອ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ, ຈັດຕັ້ງ​ລະບົບ​ປະຈຳການ​ກຽມພ້ອມ​ສູ້​ຮົບ ເປັນຕົ້ນ​ແມ່ນ​ຈັດ​ຕັ້ງ​ປະຈຳການ​ບັນຊາ, ສິດ​ປະຈຳການ, ກຳລັງ​ປະຈຳການ ແລະ ພາຫະນະ​ປະຈຳການ ຕະຫຼອດ 24 ຊົ່ວໂມງ ຢ່າງ​ເປັນ​ປົກກະຕິ, ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນແນໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ໄດ້​ຮັບ​ຮູ້, ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ຢ່າງ​ໜັກ​ແໜ້ນ, ຍົກ​ສູງ​ວຽກ​ງານ​ການ​ອົບຮົມ​ຫັດ​ແອບ ສິລະ​ປະຍຸດ-ຍຸດທະວິທີຮັບ​ປະກັນ​ຄຸນ​ນະ​ພາບ​ທາງ​ດ້ານ​ການ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ເພື່ອ​ຕອບສະໜອງ​ໃຫ້​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່ ເປັນ​ປົກກະຕິ, ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ລະບຽບ​ແບບແຜນ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ ໂດຍ​ສະເພາະ​ແມ່ນການຈັດຕັ້ງ 7 ລະບອບ 18 ວຽກ​ຂອງ​ກອງທັບ, ສ່ວນ​ວຽກ​ງານ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ແມ່ນ​ໄດ້​ຖື​ເອົາ​ການ​ປູກ-ການ​ລ້ຽງ​ເປັນຕົ້ນ​ຕໍ ເພື່ອ​ແນໃສ່​ຮັບປະກັນ​ໃຫ້​ພະນັກງານ-ນັກຮົບ ຂອງ​ຕົນ​ໄດ້​ກິນ​ອີ່ມ​ນຸ່ງ​ອຸ່ນ​ເປັນ​ຢ່າງ​ດີ. ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາງ​ ວຽງ​ເງິນ ໄຂ​ຄຳ​ພິທູນ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ຈຳນວນ​ໜຶ່ງ ມູນ​ຄ່າ 59.381.000 ກີບ ພ້ອມ​ດ້ວຍ ເງິນສົດ 110 ລ້ານ​ກີບ​ມອບ​ໃຫ້​ແກ່​ກອງພັນ 512 ທະຫານ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ຊຸກຍູ້ ພັດທະນາ​ກົມ​ກອງ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງໃນ​ການ​ປະຕິບັດ​ໜ້າທີ່ຕາມ​ການ​ມອບ​ໝາຍຈາກ ພັກ-ລັດ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ ມີ​ປະ​ສິດທິ​ຜົນ​ສູງ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ