ເຊັນສັນຍາ ຊື້-ຂາຍຢາ ແລະ ເຄື່ອງໃຊ້ການແພດ
ເວລາອອກຂ່າວ: 2023-01-27 08:29:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 760 | ຄວາມນິຍົມ:
ໃນວັນທີ 24 ມັງກອນ 2023 ນີ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ໄດ້ຈັດພິທີເຊັນສັນຍາຊື້-ຂາຍຢາ, ເຄມີພັນທາງການແພດ ແລະ ເຄື່ອງໃຊ້ການແພດປະຈຳປີ 2023, ໂດຍການເຂົ້າຮ່ວມ ແລະ ລົງນາມເຊັນສັນຍາຂອງ ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະອຳນວຍການບໍລິສັດ ແລະ ຜູ້ຕາງ
ໜ້າບໍລິສັດການຢາ ຈາກ 34 ບໍລິສັດ ເຂົ້າຮ່ວມ.
ເພື່ອເປັນການຈັດຕັ້ງປະຕິບັດຮ່ວງປະກັນສຸຂະພາບ ແລະ ການບໍລິການເສຍຄ່າໃຫ້ບັນດາໂຮງໝໍຂອງກອງທັບໃນຂອບເຂດທົ່ວປະເທດປະຈຳປີ 2023 ໄດ້ຮັບຜົນດີ, ມີປະສິດທິພາບພຽງພໍກັບຄວາມຕ້ອງການຕົວຈິງ ໂດຍຜ່ານກົມວິຊາສະເພາະໂດຍກົງ ແລະ ເພື່ອຄວາມເປັນເອກະພາບກັນ ລະຫວ່າງ ກົມເສນາຮັກກັບບໍລິສັດການຢາໃນການຊື້-ຂາຍຢາ, ເຄມີທາງການແພດ ແລະ ເຄື່ອງໃຊ້ການແພດມີຄວາມຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານ, ມາດຕະຖານ, ການນຳສົ່ງ, ການຄຸ້ມຄອງ, ການກວດກາສິນຄ້າແຕ່ລະຊະນິດ ໃຫ້ຖືກຕ້ອງຕາມລະບຽບຫຼັກການໃນສັນຍາ ເຊິ່ງຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ມີຄວາມໂປ່ງໃສ, ຊື່ສັດບໍລິສຸດ ເຊິ່ງກັນ ແລະ ກັນ, ເຊິ່ງການລົງນາມເຊັນສັນຍາຊື້-ຂາຍຢາ, ເຄມີທາງການແພດ ແລະ ເຄື່ອງໃຊ້ການແພດຄັ້ງນີ້ ມີບໍລິສັດການຢາທີ່ຜ່ານການປະມູນໄດ້ 34 ບໍລິສັດ, ໃນການສັ່ງຊື້ແຕ່ລະຄັ້ງຕໍ່ໜຶ່ງບໍລິສັດຕ້ອງມີມູນຄ່າຫຼາຍກວ່າ 300.000 ກີບຂຶ້ນໄປ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະກຳມະການຈັດຊື້ ແລະ ຄະນະອຳນວຍການບໍລິສັດພ້ອມດ້ວຍຜູ້ຕາງໜ້າບໍລິສັດການຢາ ຕ້ອງຍົກສູງຄວາມເປັນເອກະພາບກັນໃນທຸກດ້ານ, ມີຄວາມຮັບຜິດຊອບສູງ, ມີການປະສານສົມທົບແໜ້ນເຊິ່ງກັນ ແລະ ກັນ ຍົກສູງຂອດບໍລິການ, ການຄຸ້ມຄອງ, ການນຳສົ່ງ, ການກວດກາ ໃຫ້ມີຄຸນນະພາບ ແລະ ປະລິມານ, ພ້ອມກັນປະຕິບັດຂໍ້ກຳນົດສັນຍາໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ຕອບສະໜອງຢາ, ເຄມີທາງການແພດ ແລະ ເຄື່ອງໃຊ້ການແພດໃຫ້ພຽງພໍກັບຄວາມຕ້ອງການທີ່ກຳນົດໄວ້ໃນສັນຍາ 100%.
ໂດຍ: ຄຳໄພວັນ ສຸພາພັກດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ