ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນ​ສັນຍາ ຊື້-ຂາຍ​ຢາ ແລະ ເຄື່ອງໃຊ້​ການ​ແພດ
ເວລາອອກຂ່າວ: 2023-01-27 08:29:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 747 | ຄວາມນິຍົມ:



ໃນ​ວັນ​ທີ 24 ມັງກອນ 2023 ນີ້, ກົມ​ເສນາ​ຮັກ​ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ຊື້-ຂາຍ​ຢາ, ເຄ​ມີ​ພັນທາງ​ການ​ແພດ ແລະ ເຄື່ອງໃຊ້​ການ​ແພດ​ປະຈຳ​ປີ 2023, ໂດຍ​ການ​ເຂົ້າ​ຮ່ວມ ແລະ ລົງ​ນາມ​ເຊັນ​ສັນຍາ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ແພງ ພູມ​ມາ​ແກ້ວ ຫົວໜ້າ​ກົມ​ເສນາ​ຮັກ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ບັນດາ​ຄະນະ​ອຳນວຍ​ການ​ບໍລິສັດ ແລະ ຜູ້ຕາງ ໜ້າ​ບໍລິສັດ​ການ​ຢາ ຈາກ 34 ບໍລິສັດ ເຂົ້າ​ຮ່ວມ. ເພື່ອ​ເປັນ​ການຈັດຕັ້ງ​ປະຕິບັດ​ຮ່ວງ​ປະກັນ​ສຸຂະພາບ ແລະ ການ​ບໍລິການ​ເສຍ​ຄ່າ​ໃຫ້​ບັນດາ​ໂຮງໝໍ​ຂອງ​ກອງທັບ​ໃນ​ຂອບ​ເຂດ​ທົ່ວ​ປະເທດ​ປະຈຳ​ປີ 2023 ໄດ້​ຮັບ​ຜົນ​ດີ, ມີ​ປະສິດທິພາບ​ພຽງ​ພໍກັບ​ຄວາມ​ຕ້ອງການ​ຕົວ​ຈິງ ໂດຍ​ຜ່ານ​ກົມ​ວິຊາ​ສະເພາະ​ໂດຍ​ກົງ ແລະ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ກັນ ລະຫວ່າງ ກົມ​ເສນາ​ຮັກ​ກັບ​ບໍລິສັດ​ການ​ຢາ​ໃນ​ການ​ຊື້-ຂາຍ​ຢາ, ເຄ​ມີ​ທາງ​ການ​ແພດ ແລະ ເຄື່ອງໃຊ້​ການ​ແພດ​ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ປະລິມານ, ມາດຕະຖານ, ການ​ນຳ​ສົ່ງ, ການ​ຄຸ້ມ​ຄອງ, ການ​ກວດກາ​ສິນຄ້າ​ແຕ່​ລະ​ຊະນິດ ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ​ໃນ​ສັນຍາ ເຊິ່ງ​ຈະ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ ແລະ ເຂັ້ມ​ງວດ, ມີ​ຄວາມ​ໂປ່ງ​ໃສ, ຊື່ສັດ​ບໍລິສຸດ ເຊິ່ງ​ກັນ ແລະ ກັນ, ເຊິ່ງການ​ລົງ​ນາມ​ເຊັນ​ສັນຍາ​ຊື້-ຂາຍຢາ, ເຄ​ມີ​ທາງ​ການ​ແພດ ແລະ ເຄື່ອງໃຊ້​ການ​ແພດ​ຄັ້ງ​ນີ້ ມີ​ບໍລິສັດ​ການ​ຢາ​ທີ່​ຜ່ານ​ການ​ປະມູນ​ໄດ້ 34 ບໍລິສັດ, ໃນ​ການ​ສັ່ງ​ຊື້​ແຕ່​ລະ​ຄັ້ງ​ຕໍ່​ໜຶ່ງ​ບໍລິສັດ​ຕ້ອງ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 300.000 ກີບ​ຂຶ້ນ​ໄປ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ຄຳ​ແພງ ພູມ​ມາ​ແກ້ວ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ເຊິ່ງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ກຳມະການ​ຈັດ​ຊື້ ແລະ ຄະນະ​ອຳນວຍ​ການບໍລິສັດ​ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບໍລິສັດ​ການ​ຢາ ຕ້ອງ​ຍົກ​ສູງ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ທຸກ​ດ້ານ, ມີ​ຄວາມ​ຮັບຜິດຊອບ​ສູງ, ມີ​ການ​ປະສານ​ສົມທົບ​ແໜ້ນ​ເຊິ່ງ​ກັນ ແລະ ກັນ ຍົກ​ສູງ​ຂອດ​ບໍລິການ, ການ​ຄຸ້ມ​ຄອງ, ການ​ນຳ​ສົ່ງ, ການ​ກວດກາ ໃຫ້​ມີ​ຄຸນ​ນະ​ພາບ ແລະ ປະລິມານ, ພ້ອມ​ກັນ​ປະຕິບັດ​ຂໍ້​ກຳນົດ​ສັນຍາ​ໃຫ້​ຖືກຕ້ອງ, ເຂັ້ມ​ງວດ ແລະ ຕອບ​ສະໜອງ​ຢາ, ເຄ​ມີ​ທາງ​ການ​ແພດ ແລະ ເຄື່ອງໃຊ້​ການ​ແພດ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການທີ່​ກຳນົດ​ໄວ້​ໃນ​ສັນຍາ 100%. ໂດຍ: ຄຳ​ໄພ​ວັນ ສຸພາ​ພັກດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ