ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວ​ໜຸ່ມ​ຫຼາຍ​ພາກສ່ວນ ເຂົ້າ​ອວຍພອນ​ຫ້ອງການ​ຊາວ​ໜຸ່ມກອງທັບ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-27 08:27:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1092 | ຄວາມນິຍົມ:



ວັນ​ທີ 24 ມັງກອນ 2023 ນີ້, ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ເລຂາທິການ ​ສຊປລ, ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນ ຮັບ​ບັນດາ​ຄະນະ​ຊາວ​ໜຸ່ມ​ຈາກ​ພາກສ່ວນ​ຕ່າງໆ ນຳ​ເອົາກະຕ່າ​ຂອງຂວັນ ແລະ ກະຕ່າ​ດອກ​ໄມ້ ເຂົ້າ​ອວຍພອນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ. ການ​ເຂົ້າ​ອວຍພອນ​ໃນຄັ້ງ​ນີ້​ປະກອບ​ມີ: ຄະນະ​ຊາວ​ໜຸ່ມກະຊວງ ແຜນການ ແລະ ການ​ລົງທຶນ ນຳ​ໂດຍ​ ທ່ານ ອຸ​ຕະ​ແກ້ວ ແກ້ວ​ດວງ​ສິນ ເລຂາທິການ ​ສຊປລ, ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກະຊວງແຜນການ ແລະ ການ​ລົງທຶນ; ກະຊວງ​ການ​ເງິນ ນຳໂດຍ ທ່ານ ສົມ​ຈິດ ຄຳ​ມຸງຄຸນ ເລຂາທິການ ​ສຊປລ, ເລຂາ​ຄະ ນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກະ ຊວງ​ການ​ເງິນ; ກະຊວງ​ກະສິກຳ ແລະ ປ່າໄມ້ ນຳ​ໂດຍ​ ທ່ານ ບຸນ​ຈັນ ກົມ​ບຸນ​ຍະ​ສິດ ຄະນະ​ບໍລິຫານ​ງານ ​ສຊປລ, ເລຂາ​ຄະນະ​ບໍລິ ຫານ​ງານ​ຊາວ​ໜຸ່ມ​ກະຊວງ​ກະສິ ກຳ ແລະ ປ່າໄມ້; ກະຊວງ​ສຶກ​ສາ​ ທິ​ການ ແລະ ກີລາ​ນຳ​ໂດຍ ທ່ານ​ ສີ​ສຸພັນ ພິມ​ມະນີ​ວົງ ຄະນະ​ບໍລິ ຫານ​ງານ ​ສຊປລ, ຮອງເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ; ກະຊວງ​ສາທາລະນະ​ສຸກ ນຳ​ໂດຍ ທ່ານ ​ດຣ ຫວັງ​ນະຄອນ ດິດ​ຕະ​ວົງ ຮອງ​ເລຂາ​ຄະນະບໍລິຫານງານ​ຊາວໜຸ່ມກະຊວງສາທາລະນະ​ສຸກ; ກະຊວງ​ປ້ອງ​ກັນ​ຄວາມສະຫງົບ ນຳ​ໂດຍ ທ່ານ ພັນ​ໂທ ສັນຕິ ບຸນ​ມາໄລ ຮອງ​ເລຂາຄະນະ​ ບໍລິຫານ​ງານ​ຊາວ​ໜຸ່ມ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ຄະນະ​ຊາວ​ໜຸ່ມ​ຈາກ​ນະຄອນຫຼວງ ນຳ​ໂດຍ ທ່ານ ຫຸມແພງ ສີ​ສົມບັດ ຮອງ​ເລຂາ​ຄະນະ​ບໍລິ ຫານ​ງານ​ຊາວ​ໜຸ່ມ​ນະຄອນຫຼວງ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ກໍ​ໄດ້​ກ່າວ​ຂອບ ໃຈ​ຕໍ່​ບັນດາ​ພາກສ່ວນ​ຕ່າງໆ​ທີ່​ ເຫັນ​ໄດ້​ຄວາມ​ໝາຍຄວາມສຳຄັນ​ຕໍ່​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ເຊິ່ງນັບ​ແຕ່​ປະເທດ​ຊາດ​ກ້າວເຂົ້າ​ສູ່​ລະບອບ​ໃໝ່​ກອງທັບ​ ກໍ​ໄດ້​ເປັນ​ ກຳລັງ​ຫຼັກ​ແຫຼ່ງ​ໃນ​ການຮັກສາ ​ເອກະ​ລາດ​ອຳນາດ​ອະທິ​ປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ເຊິ່ງ​ເປັນ​ໜ້າທີ່​ອັນ​ໜັກໜ່ວງ ແລະ ມີ​ກຽດ​ສະຫງ່າ​ທີ່ ພັກ-ລັດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ​ມອບ​ໝາຍ​ໃຫ້, ເວລາ​ໃດ​ກອງທັບ​ກໍ​ຖື​ສຳຄັນ ແລະ ຕັ້ງໜ້າ​ປະຕິບັດ​ພາລະ​ກຳ​ຂອງ​ຕົນ​ສຳເລັດ​ມາ ເປັນ​ກ້າວໆ ສາມາດສ້າງໄດ້ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ສ້າງສາພັດທະນາ​ປະເທດ​ຊາດ​ເຮັດ​ໃຫ້​ເສດຖະກິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ ແລະ ປະຊາຊົນ​ບັນດາເຜົ່າ​ດີ​ຂຶ້ນ, ປະເທດ​ຊາດ​ມີ​ຄວາມ​ໝັ້ນຄົງ, ສັງຄົມ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ ​ຮ້ອຍໂດຍ​ພື້ນຖານ​ຕະຫຼອດມາ, ໃນ​ປັດຈຸບັນ​ກອງທັບ​ເຮົາໄດ້ເຕີບ ໃຫຍ່​ເຂັ້ມແຂງ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບກ້າວຂຶ້ນເປັນ​ກອງທັບ​ ທີ່​ມີ​ລະບຽບ​ແບບ ແຜນ ແລະ ທັນ​ສະໄໝ​ມັນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ-ລັດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ການ​ເຮັດ 2 ໜ້າທີ່​ໄລຍະ​ໃໝ່​ກໍ​ຄື​ການປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂດຍ: ແສງ​ເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ