ຊາວໜຸ່ມຫຼາຍພາກສ່ວນ ເຂົ້າອວຍພອນຫ້ອງການຊາວໜຸ່ມກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-27 08:27:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1115 | ຄວາມນິຍົມ:
ວັນທີ 24 ມັງກອນ 2023 ນີ້, ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການ ສຊປລ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ຕ້ອນ ຮັບບັນດາຄະນະຊາວໜຸ່ມຈາກພາກສ່ວນຕ່າງໆ ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ.
ການເຂົ້າອວຍພອນໃນຄັ້ງນີ້ປະກອບມີ: ຄະນະຊາວໜຸ່ມກະຊວງ ແຜນການ ແລະ ການລົງທຶນ ນຳໂດຍ ທ່ານ ອຸຕະແກ້ວ ແກ້ວດວງສິນ ເລຂາທິການ ສຊປລ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ; ກະຊວງການເງິນ ນຳໂດຍ ທ່ານ ສົມຈິດ ຄຳມຸງຄຸນ ເລຂາທິການ ສຊປລ, ເລຂາຄະ ນະບໍລິຫານງານຊາວໜຸ່ມກະ ຊວງການເງິນ; ກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຄະນະບໍລິຫານງານ ສຊປລ, ເລຂາຄະນະບໍລິ ຫານງານຊາວໜຸ່ມກະຊວງກະສິ ກຳ ແລະ ປ່າໄມ້; ກະຊວງສຶກສາ ທິການ ແລະ ກີລານຳໂດຍ ທ່ານ ສີສຸພັນ ພິມມະນີວົງ ຄະນະບໍລິ ຫານງານ ສຊປລ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກີລາ; ກະຊວງສາທາລະນະສຸກ ນຳໂດຍ ທ່ານ ດຣ ຫວັງນະຄອນ ດິດຕະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ; ກະຊວງປ້ອງກັນຄວາມສະຫງົບ ນຳໂດຍ ທ່ານ ພັນໂທ ສັນຕິ ບຸນມາໄລ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະຊາວໜຸ່ມຈາກນະຄອນຫຼວງ ນຳໂດຍ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມນະຄອນຫຼວງ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ສຸດໃຈ ມະຫາວົງ ກໍໄດ້ກ່າວຂອບ ໃຈຕໍ່ບັນດາພາກສ່ວນຕ່າງໆທີ່ ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ເຊິ່ງນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ກອງທັບ ກໍໄດ້ເປັນ ກຳລັງຫຼັກແຫຼ່ງໃນການຮັກສາ ເອກະລາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້, ເວລາໃດກອງທັບກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາລະກຳຂອງຕົນສຳເລັດມາ ເປັນກ້າວໆ ສາມາດສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນສ້າງສາພັດທະນາປະເທດຊາດເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານຕະຫຼອດມາ, ໃນປັດຈຸບັນກອງທັບເຮົາໄດ້ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບກ້າວຂຶ້ນເປັນກອງທັບ ທີ່ມີລະບຽບແບບ ແຜນ ແລະ ທັນສະໄໝມັນໄດ້ສ້າງຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການເຮັດ 2 ໜ້າທີ່ໄລຍະໃໝ່ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ