ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 5 ປະກາດ​ການເລື່ອນ​ຊັ້ນ​ໃຫ້​ນາຍ​ສິບ
ເວລາອອກຂ່າວ: 2023-01-26 09:10:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:



ໃນ​ວັນ​ທີ 18 ມັງກອນ 2023 ນີ້, ກອງ​ພົນ​ທີ 5 ໄດ້​ປະກາດການ​ເລື່ອນຊັ້ນ​ໃຫ້​ແກ່​ນາຍ​ສິບ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ສົມ ອີນ​ທະລາ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 5, ມີ​ຄະນະ​ພັກ-ຄະນະ​ບັນຊາ, ກົມ​ກອງ​ຕະຫຼອດ​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ສອນສີ​ລິ​ສັກ ຫົວໜ້າ​ພະ​ແນກ​ກຳລັງ ກອງ​ພົນ​ທີ 5 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ອີງ​ຕາມໜັງສື​ສະເໜີ ຂອງ ​ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ນາຍ​ສິບ ແລະ ພົນທະຫານ ແລະ ອີງ​ຕາມ​ຂໍ້​ກຳນົດ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ​ວ່າ​ດ້ວຍ​ລະ ບຽບ​ການ​ນາຍ​ສິບ ແລະ ພົນທະຫານ ຂອງ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໂດຍ​ປະຕິບັດ​ຕາມ​ທິດ​ທາງ​ປັບປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ໜັກ​ແໜ້ນ ກາຍເປັນ​ກອງທັບ​ປະຕິວັດ ທີ່​ມີ​ແບບແຜນ​ທັນ​ສະ​ໄໜ. ໃນ​ນີ້, ໄດ້​ປະກາດ​ການເລື່ອນ​ຊັ້ນ ສິບ​ເອກ ຂຶ້ນ​ວາທີ ຈຳນວນ 146 ສະຫາຍ, ເລື່ອນ​ຊັ້ນ ສີບ​ໂທ ຂຶ້ນ​ ສີບ​ເອກ ຈຳນວນ 41 ສະຫາຍ, ເລື່ອນ​ຊັ້ນ ສິບ​ຕີ ຂຶ້ນ​​ສີບ​ໂທ ຈຳນວນ 27 ສະຫາຍ. ໂອກາດ​ດັ່ງກ່າວ ສະຫາຍ​ປະທານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່ສຶກ​ສາ​ອົບຮົມ​ການເມືອງ-​ແນວຄິດ ໃຫ້​ເປັນ​ປົກກະຕິອອກແຮງ​ເຝິກ​ຜົນ​ຫຼໍ່​ຫຼອມ ຄຸນ​ທາດ​ການເມືອງ ຄຸນສົມບັດ, ສີນ​ທຳ​ ປະຕິວັດ, ຍົກ​ສູງ​ຄວາມ​ຮູ້ ຄວາມ​ສາມາດ ຂອງ​ຕົນ ເຂົ້າ​ໃນ​ໜ້າທີ່​ວຽກ​ງານ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໜາຍ​ໃຫ້ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຂະ​ບວນ​ການ​ດ້ານ​ຕ່າງໆ​ຂອງ​ກົມ​ກອງ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ. ຈາກ​ນັ້ນ, ​ຕ້ອງ​ເອົາໃຈໃສ່ປະຕິ ບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດ​ໜາຍ​ຂອງ​ລັດ ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ກອງທັບ ກໍຄື: ຂອງ​ກົມ​ກອງ​ວາງ​ອອກ​ໃຫ້​ມີ​ເຂັ້ມ​ງວດ. ທັງ​ນີ້, ​ກໍ່​ເພື່ອ​ເປັນ​ການ​ປັບປຸງ​ກໍ່ສ້າງ​ຕົນ​ເອງ ກາຍເປັນ​ພະນັກງານ​ຮຸ່ນ​ສືບ​ທອດ​ທີ່​ດີ​ຂອງ​ກອງທັບ​ ກໍ​ຄື​ຂອງ​ກົມ​ກອງ. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ