ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ບຸນ​ທອງ ຈິດ​ມະນີ ເຄື່ອນ​ໄຫວຢ້ຽມຢາມ ແລະ ໂອ້​ລົມ​ການ​ນຳ​ແຂວງໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2023-01-25 09:27:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ:



ໃນ​ວັນ​ທີ 19 ມັງກອນ 2023 ນີ້, ທ່ານ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ ແຫ່ງ​​ ສປ​ປ ລາວ ພ້ອມ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ໂອ້​ລົມ​ການ​ນຳ​ແຂວງ​ໄຊ​ຍະ​ບູ​ລີ, ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງ ແຂວງ ໄຊ​ຍະ​ບູ​ລີ ພ້ອມ​ການ​ນຳ​ຫຼັກ​ແຫຼ່ງ​ຂອງ​ແຂວງເຂົ້າຮ່ວມ. ໂອກາດ​ດັ່ງກ່າວ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ໄດ້​ລາຍ​ງານສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ໂດຍ​ສັງເຂບ, ໂດຍ​ລວມ​ແລ້ວ​ ແຂວງໄຊ​ຍະ​ບູ​ລີ ແມ່ນ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ, ສະພາບແນວ​ຄິດ​ຂອງ​ພະນັກງານ, ສະມາຊິກ​ພັກ, ກຳລັງ​ປະກອບ​ອາວຸດ ແລະ ປະຊາຊົນ​ບັນດາເຜົ່າ​ແມ່ນ​ມີ​ຄວາມ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽນ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ​ຢ່າງ​ແທ້​ຈິງ, ດ້ານ​ເສດຖະກິດ​ເຫັນ​ວ່າ​ເສດຖະກິດ​ມະຫາ​ພາກ​ຂອງ​ແຂວງ ບໍ່​ສາມາດ​ບັນລຸ​ຄາດໝາຍ, ແຜນກາ​ນວາງ​ໄວ້ 5%, ຜ່ານ​ການ​ສະຫຼຸບ​ຕີ​ລາຄາ ບັນລຸ​ພຽງ​ແຕ່ 4,9% ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ 12.339 ຕື້​ກີບ, ສະເລ່ຍ​ໃສ່​ຫົວ​ຄົນ​ໜື່ງ 29,47 ລ້ານ​ກີບ ຫຼື ເທົ່າ​ກັບ 1.734 ໂດ​ລາ​ສະຫະລັດ, ສະເລ່ຍ 3.683 ໂດ​ລາ/ຄົນ ເພີ່ມ​ຂື້ນ 268 ໂດ​ລາ/ຄົນ, ປະຕິບັດ​ລາຍ​ຮັບ​ໄດ້ 1.197,84 ຕື້​ກີບ, ເທົ່າ​ກັບ 105,6%. ໃນ​ນັ້ນ, ພູດ​ສູນ​ກາງ ປະຕິບັດ​ໄດ້ 920,34 ຕື້​ກີບ ແລະ ພູດ​ທ້ອງຖິ່ນ​ປະຕິບັດ​ໄດ້ 277,50 ຕື້​ກີບ, ສິນຄ້າ​ສົ່ງ​ອອກ​ບັນລຸ 113,09 ລ້ານ​ໂດ​ລາ​ສະຫະລັດ, ສິນຄ້າ​ນຳ​ເຂົ້າ 111,31 ລ້ານ​ໂດ​ລາ​ສະຫະລັດ, ການ​ຜະລິດ​ແມ່ນ​ໄດ້​ສຸມ​ໃສ່​ຜະລິດ​ເຂົ້າ​ເພື່ອ​ຄໍ້າປະກັນ​ສະບຽງ​ອາຫານ​ໃນເນື້ອ​ທີ 49.168 ກວ່າ​ເຮັກຕາ ຜົນ​ຜະລິດ​ໄດ້​ທັງ​ໝົດ 194.800 ກວ່າ​ໂຕນ ແລະ ປູກ​ພືດ​ເປັນ​ສິນຄ້າ​ເຊັ່ນ: ສາລີ, ໝາກເດືອຍ, ຖົ່ວເຫຼືອງ, ຜັກ​ສົດ ແລະ ພືດ​ອື່ນໆ; ພົ້ນ​ເດັ່ນ​ແມ່ນ​ການ​ປູກ​ມັນຕົ້ນ​ຂອງ​ປະຊາຊົນ. ໂອກາດ​ນີ້, ທ່ານ ບຸນ​ທອງ ຈິດ​ມະນີ ກໍໄດ້​ໃຫ້​ກຽດ​ໂອ້​ລົມ, ເຊິ່ງ​ກ່ອນ​ອື່ນ​ແມ່ນ​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​​ແຂວງ​ຍາດ​ມາ​ໄດ້, ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້ການ​ນຳ​ຂອງ​ແຂວງສືບຕໍ່​ຍູ້​ແຮງ​ການຈັດຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ໄຊ​ຍະ​ບູ​ລີ ຄັ້ງ​ທີ VII ໃຫ້​ເຂົ້າ​ສູ່​ລວງ​ເລິກ, ເປັນ​ເຈົ້າ​ການ​ຍົກ​ສູງ​ສະຕິ​ລະວັງ​ຕົວ, ຕ້ານ​ປະກົດ​ການ​ທີ່​ບໍ່​ຖືກຕ້ອງ, ມີ​ສະຕິ​ຕໍ່​ກົນອຸບາຍ​ຂອງ​ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ຄົນ​ທີ່​ບໍ່​ຫວັງ​ດີ, ສືບຕໍ່​ຕັ້ງໜ້າ​ບຸກ​ບືນ​ສ້າງ​ການ​ຫັນປ່ຽນ​ທີ່​ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ເອົາໃຈໃສ່​ດ້ານ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ການ​ເງິນ, ວ່າ​ດ້ວຍ​ ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ການ​ພັດທະນາ​ເສດຖະກິດ-ສັງຄົມ ຕ້ອງ​ເອົາໃຈໃສ່​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ແຂວງ, ການ​ດຶງ​ດູດ​ການ​ລົງທຶນຈາກ​ພາຍ​ໃນ ແລະ ຕ່າງປະເທດ ໂດຍ​ໃຫ້​ຄວາມ​ສະດວກ ແລະ ຄຸ້ມ​ຄອງ​ທີ່​ດິນ​ໃຫ້​ໄປ​ຕາມ​ກົດໝາຍ ແລະ ລະບຽບ​ການ, ສືບຕໍ່​ນຳພາ-ຊີ້​ນຳ ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ເປັນຕົ້ນ: ບັນຫາ​ການ​ຂີ້ລັກ​ງັດ​ແງະ, ບັນຫາ​ຢາ​ເສບ​ຕິດ, ອຸ​ປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ, ການ​ລັກລອບ​ຄ້າຂາຍ​ເຖື່ອນ, ການ​ຕົ້ມ​ຕຸນ​ຮູບ​ແບບ​ຕ່າງໆ, ການ​ລັກລອບ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ສະພາບ​ຫຍໍ້ທໍ້​ບໍລິເວນ​ຊາຍ​ແດນ, ການເຄື່ອນໄຫວ​ສາສະໜາ​ບໍ່​ຖືກຕ້ອງ ແລະ ອື່ນໆ, ສືບຕໍ່​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢ່າງ​ມີ​ຈຸດ​ສຸມ ແລະ ມີ​ເນື້ອ​ໃນ, ຮູບ​ການ​ທີ່​ແທດ​ກັບ​ສະພາບ​ຕົວ​ຈິງ​ຢູ່​ແຕ່​ລະ​ບ່ອນ, ແນ່​ໃສ່​ສ້າງ ແລະ ບູລະນະ​ລະບົບ​ການເມືອງ ຢູ່​ຂັ້ນ​ຮາກ​ຖານ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ, ສາມາດ​ນຳພາ​ປະຊາຊົນເປັນ​ເຈົ້າ​ການ​ປົກ​ປັກ​ຮັກສາ, ພັດທະນາ​ຕົນ​ເອງ, ພັດທະນາ​ບ້ານ​ຊ່ອງ ແລະ ເອົາໃຈໃສ່​ປັບປຸງ​ການ​ບໍລິຫານ-ຄຸ້ມ​ຄອງ​ລັດ​ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ ແລະ ມີ​ປະສິດທິພາບ, ໂດຍ: ອຸ່ນ​ເຮືອນ ໂພທິ​ລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ