

![]()
ກອງປະຊຸມລາຍງານການກະກຽມຄວາມພ້ອມເປັນເຈົ້າພາບ ແລະ ປະທານອາຊຽນ
ເວລາອອກຂ່າວ: 2023-01-25 09:22:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ໃນວັນທີ 24 ມັງກອນ 2023 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງກອງທັບປະຊາຊົນລາວ ໃນປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ບັນດາຄະນະກຳມະການ, ອານຸກຳມະການຮັບຜິດຊອບວຽກງານຕ່າງໆເຂົ້າຮ່ວມ.
ສະຫາຍ ພັນໂທ ທວນຄຳ ສຸກຈະເລີນ ຫົວໜ້າພະແນກການເມືອງ ແລະ ຄວາມໝັ້ນຄົງອາຊຽນ, ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ຂຶ້ນລາຍງານແຜນການ ໃນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວໃນປີ 2024 ເຊິ່ງໃນນັ້ນປະກອບມີ: ຂັ້ນວິຊາການ ມີກອງປະຊຸມວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນຊາດປະເທດອາຊຽນ, ກອງປະຊຸມວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນຊາດປະເທດອາຊຽນ-ບວກ, ກອງປະຊຸມປືກສາຫາລືເຈົ້າໜ້າທີ່ປ້ອງກັນຊາດໃນຂອບເວທີພາກພື້ນອາຊຽນ, ກອງປະຊຸມໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ຂັ້ນຫ້ອງວ່າການ ແລະ ຫົວໜ້າກົມ ມີ: ກອງປະຊຸມວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນຊາດປະເທດອາຊຽນ, ກອງປະຊຸມວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນຊາດປະເທດອາຊຽນ-ບວກ, ກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນ, ກອງປະຊຸມຫົວໜ້າສູ້ຮົບອາຊຽນ, ກອງປະຊຸມນະໂຍບາຍ ແລະ ຄວາມໝັ້ນຄົງ ໃນຂອບເຂດເວທີອາຊຽນ, ກອງປະຊຸມປະຈຳປີ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ແລະ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນວົງແຄບ, ຂັ້ນລັດຖະມົນຕີ ແລະ ຫົວໜ້າກົມໃຫຍ່ເສນາ: ມີກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມລັດຖະມົນປ້ອງກັນປະເທດອາຊຽນ-ບວກ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ, ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ+1 ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ. ພ້ອມດຽວກັນນັ້ນ, ບັນດາຄະນະກຳມະການ, ອະນຸກຳມະການຮັບຜິດຊອບວຽກງານຕ່າງໆ ກໍໄດ້ຜັດປ່ຽນກັນຂື້ນລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມແຕ່ລະໜ້າວຽກຂອງຕົນ.
ໂອກາດນີ້, ສະຫາຍປະທານ ກໍໄດ້ໃຫ້ທິດຊີ້ນຳຕໍ່ຄະນະກຳມະການຮັບຜິດຊອບວຽກງານດ້ານຕ່າງໆທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍ ຈົ່ງພ້ອມກັນກະກຽມ ແລະ ສືບຕໍ່ດຳເນີນຕາມແຜນການ ເປັນຕົ້ນແມ່ນ ດ້ານງົບປະມານ, ພາຫະນະເຕັກນິກ, ສະຖານທີ່ພັກ ແລະ ເຄື່ອງຮັບໃຊ້ວຽກງານຕ່າງໆ, ປະສານສົມທົບກັບບັນດາປະເທດອາຊຽນໃນການພົວພັນວຽກງານ ເພື່ອເຮັດໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ 2024 ນີ້ໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ອານຸສອນ ສິມວົງສາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ