

![]()
ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຄັ້ງທີ 5 ສະໄໝທີ V
ເວລາອອກຂ່າວ: 2023-01-24 09:59:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ກອງປະຊຸມຄົບຄະນະບໍລິ ຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການ
ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ການດຳ ເນີນກອງປະຊຸມໃນຄັ້ງນີ້ ແມ່ນນອນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື: ການແກ້ໄຂ ຄວາມຫຍຸ້ງຍາກທັງດ້ານເສດ ຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໄປພ້ອມກັບຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI ແລະ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ຢ່າງເປັນຂະບວນການຟົດ ຟື້ນ. ໃນ 1 ປີ ຜ່ານມາພາຍໃຕ້ການ ຊີ້ນຳ-ນຳພາຂອງຄະນະພັກກະ ຊວງ ກໍຄືຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງປ້ອງກັນປະເທດ, ພວກເຮົາສາ ມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ເປັນຕົ້ນແມ່ນສຸມໃສ່ຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະ ຊວງເຂົ້າສູ່ວຽກງານຕົວຈິງ ຂອງກົມກອງທ້ອງຖິ່ນ ສາມາດຮັບປະກັນເຮັດໃຫ້ສະພາບໃນທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ສະຖຽນລະພາບທາງດ້ານການເມືອງ ຍັງມີຄວາມໝັ້ນ ຄົງໜັກແໜ້ນ, ການຈັດຕັ້ງປະຕິ ບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດ ຖະກິດ-ສັງຄົມ ຍັງສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ແຕ່ທັງໝົດນັ້ນກໍຍັງເຫັນວ່າ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນແມ່ນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ນ້ຳມັນເຊື້ອໄຟ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນ, ບັນຫາໄພທຳມະຊາດ, ບັນຫາຊາຍແດນ, ການຍົກຍ້າຍພູມລຳເນົາ ແລະ ການ ເຂົ້າ-ອອກ ເມືອງຜິດກົດໝາຍ, ການເຄື່ອນໄຫວຂອງອົງການ ຈັດຕັ້ງສັງຄົມພົນລະເຮືອນ, ອົງ ການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະ ບານ ແລະ ບັນຫາປະກົດການຫຍໍ້ ທໍ້ອື່ນໆໃນສັງຄົມ, ບັນຫາເຫຼົ່ານີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ການນຳພາຂອງພັກ, ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເວົ້າລວມ, ເວົ້າສະເພາະ ໃນການ ປັບປຸງກໍ່ສ້າງກອງທັບເຮົາ. ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາຄືນການນຳພາຂອງຄະນະບໍລິຫານງານພັກກະ ຊວງໃນປີຜ່ານມາ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມນັ້ນຈະໄດ້ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2023.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມຈົ່ງພ້ອມກັນຍົກສູງ ຈິດໃຈເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ, ພາວະວິໄສ, ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້, ບັນຫາທີ່ຫຍໍ້ທໍ້ ແລະ ຄົງຄ້າງ ເພື່ອຮັບ ປະກັນໃຫ້ແກ່ການກຳນົດທິດທາງວຽກງານຈຸດສຸມໃນປີ 2023 ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບເຮົາ, ບົນພື້ນຖານຊຸກຍູ້ຂະບວນການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະ ເທດ ດ້ວຍຈິດໃຈບຸກທະລຸໃຫ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ ຄຽງຄູ່ກັນນີ້ຍົກໃຫ້ເຫັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ແລະ ມີຄຳເຫັນຫລາຍບັນຫາສຳຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນປີ 2023 ເປັນຕົ້ນແມ່ນສືບຕໍ່ຮັບປະກັນໃຫ້ປະເທດມີສະຖຽນລະພາບ, ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ດ້ວຍມາດຕະການຍຸດທະສາດ ຫັນກຳລັງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາ ແລະ ວຽກງານ 3 ສ້າງ, ສຸມໃສ່ຊີ້ນຳຈັດຕັ້ງກຳລັງເຄື່ອນໄຫວແກ້ໄຂເຂດຫຼໍ່ແຫຼມ ສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງແກ້ໄຂຄວາມບໍ່ສະຫງົບ ເພື່ອຮັບ ປະກັນໃຫ້ມີຄວາມປອດໄພ, ສືບ ຕໍ່ຕິດຕາມເກັບກຳສະພາບການ ເມືອງ-ແນວຄິດຂອງພະນັກ ງານ-ນັກຮົບ ໃນທົ່ວກອງທັບ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸຂອງ ຄະນະພັກກະຊວງປ້ອງປະເທດ ໃຫ້ເປັນແຜນຢ່າງລະອຽດ, ແທດ ເໝາະກັບໜ້າທີ່ການເມືອງຂອງ ກົມກອງ. ໃນນັ້ນ, ໃຫ້ສຸມໃສ່ດຳ ເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ໃຫ້ສຳເລັດຕາມແຜນການ, ເອົາໃຈໃສ່ສ້າງພະລາທິການກັບທີ່ເປັນຕົ້ນແມ່ນຮັບປະກັນໃຫ້ ໄດ້ດ້ານສະບຽງອາຫານ, ການ ຈັດຕັ້ງລ້ຽງດູທັບ, ຮັບປະກັນ ເງິນເດືອນ-ເງິນກິນ, ເຄື່ອງນຸ່ງຫົ່ມ, ນ້ຳມັນເຊື້ອໄຟ, ຢາປົວພະ ຍາດ, ການຈັດຊື້-ຈັດຫາ, ວຽກ ງານຂົນສົ່ງ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະ ສິກຳຂັ້ນກະຊວງ ແລະ ຂອງບັນ ດາກົມກອງ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງກອງທະ ຫານໃຫ້ດີຂຶ້ນ, ທັງຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ, ສູ້ຊົນສ້າງພື້ນ ຖານວັດຖຸເຕັກນິກ ຮັບປະກັນຮອບດ້ານ, ປັບປຸງລະບົບການຄັງພື້ນຖານອຸດສາຫະກຳປ້ອງກັນ ຊາດ, ເຂດເຕັກນິກ ແລະ ປະກອບ ພາຫະນະທີ່ຈຳເປັນຕາມຄວາມສາມາດດ້ານງົບປະມານ ພ້ອມ ທັງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະ ເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງ ທັບຂອງບັນດາປະເທດອ້າຍນ້ອງເພື່ອນມິດຍຸດທະສາດ, ເພື່ອນມິດໃກ້ຄຽງ ແລະ ໃນໂລກ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ