

![]()
ອ່ານໜັງສືພິມກອງທັບ ຍາມໃດກໍຄິດຮອດ ອ້າຍ ວິໄຊ ບໍໃບຄຳ
ເວລາອອກຂ່າວ: 2023-01-24 09:58:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 14 | ຄວາມນິຍົມ:
ເຖິງແມ່ນວ່າ ມື້ລາງອ້າຍ ວິໄຊ ບໍໃບຄຳ ໄດ້ຈາກພວກເຮົາໄປແຕ່ປີ 2014 ພຸ້ນ, ແຕ່ທຸກຄັ້ງທີ່ຈັບໜັງສືພິມກອງທັບປະຊາຊົນລາວຂຶ້ນມາອ່ານ ກໍສຳນຶກເຫັນໃບໜ້າ ແລະ ຄິດຮອດເພີ່ນ. ສະ ຫາຍ ພັນເອກ ວິໄຊ ບໍໃບຄຳ
ພະນັກງານປະຕິວັດອາວຸໂສ, ອະດີດ ນັກຮົບກອງພັນທີ 2 ວິລະຊົນ, ອະດີດຫົວໜ້າກົມຄົ້ນຄວ້າປະຫວັດສາດກອງທັບ, ອະດີດຫົວໜ້າບັນນາທິການໜັງສືພິມ ແລະ ພາກກະຈາຍສຽງກອງທັບຜູ້ທຳອິດ ເພີ່ນເປັນຜູ້ໜຶ່ງທີ່ຂຽນໜັງສືງາມ, ມີສຳນວນການຂຽນມ່ວນ ໂດຍສະເພາະແມ່ນຂຽນຈົດ ໝາຍ ຜູ້ໃດອ່ານກໍຕິດໃຈຮູ້ສຶກວ່າອ່ານແລ້ວກໍຢາກອ່ານອີກ, ອາດຈະແມ່ນຍ້ອນເພິ່ນເປັນພະນັກ ງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ ແລະ ມີພອນສະຫວັນດ້ານການຂີດຂຽນ ຂັ້ນເທິງຈຶ່ງໄດ້ເລືອກເອົາເພິ່ນມາປະກອບຢູ່ໃນຄະນະກະກຽມສ້າງຕັ້ງໜັງສືພິມກອງທັບປົດປ່ອຍປະຊາຊົນໃນເມື່ອກ່ອນ.
ຍ້ອນຄວາມຮຽກຮ້ອງຕ້ອງ ການຂອງການໂຄສະນາສຶກສາ ອົບຮົມປຸກລະດົມຂະບວນການຮັກຊາດ ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດເພື່ອປົດປ່ອຍປະເທດຊາດ. ເມື່ອເຫັນ ວ່າການກະກຽມມີຄວາມພ້ອມ ສົມຄວນ ມາໃນວັນທີ 20 ມັງ ກອນ 1965 ໜັງສືພິມກອງທັບປົດປ່ອຍປະຊາຊົນລາວ (ຕົ້ນກຳເນີດຂອງໜັງສືພິມກອງທັບປະຊາຊົນລາວໃນປັດຈຸບັນ) ໄດ້ພິມຈຳໜ່າຍອອກເປັນສະບັບປະຫວັດສາດ ໂດຍແມ່ນ ສະຫາຍ ວິໄຊ ບໍໃບຄຳ ເປັນຫົວໜ້າຄະນະບັນນາທິການ.
ໃນການປະຕິບັດຕົວຈິງມາ ໄດ້ໄລຍະໜຶ່ງ ຍ້ອນຄວາມຫຍຸ້ງຍາກດ້ານການພິມ ແລະ ການຈຳໜ່າຍ ໜັງສືພິມ ລົງສູ່ກົມກອງສູ້ຮົບທີ່ຢູ່ຫ່າງໄກ ກະແຈກກະຈາຍ ຈຶ່ງໄດ້ຢຸດເຊົາການພິມ ແລະ ໄດ້ປ່ຽນມາອອກເປັນໃບຂ່າວ ແລະ ເລັ່ງໃສ່ການໂຄສະນາທາງວິທະຍຸກະ ຈາຍສຽງ. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975. ຕໍ່ມາໄດ້ຍ້າຍເຂົ້າ ມາສູ່ນະຄອນຫຼວງວຽງຈັນ ນັບ ແຕ່ປີ 1976 ເປັນຕົ້ນມາ ໜັງສື ພິມກອງທັບ ປົດປ່ອຍປະຊາຊົນລາວ ຈຶ່ງໄດ້ພິມອອກຈຳໜ່າຍປົກກະຕິ ໂດຍເລີ່ມຕົ້ນພິມເປັນລາຍສັບປະດາ ພິມຂາວ-ດຳ 4 ໜ້າ, ຕໍ່ມາພິມ 2 ສະບັບຕໍ່ອາທິດ, ສະບັບທ້າຍເດືອນ ພິມ 8 ໜ້າ ແລະ ຍົກຂຶ້ນເປັນລາຍວັນ 8 ໜ້າ. ຕໍ່ໆ ມາໄດ້ຈັດພິມເປັນລາຍວັນຢ່າງເປັນທາງການ ນັບແຕ່ວັນທີ 05 ພຶດສະພາ 2008 ໂອກາດສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 60 ປີເປັນຕົ້ນມາ.
ເມື່ອຫວນຄືນສະໄໝສົງ ຄາມກ່ອນປົດປ່ອຍປະເທດຊາດ ເຖິງແມ່ນວ່າ ໄລຍະນັ້ນໜັງສືພິມກອງທັບຈະປ່ຽນແປງຮູບແບບການໂຄສະນາໄປໃນຮູບການໃດກໍຕາມ ແຕ່ ສະຫາຍ ພັນເອກ ວິໄຊ ບໍໃບຄຳ ກໍຍັງຕິດພັນຢູ່ກັບວຽກງານບັນນາທິການ, ການຂີດຂຽນຕະຫຼອດມາ ເພິ່ນທັງເປັນຜູ້ຊີ້ນຳ-ນຳພາບັັັນຊາ ທັງເປັນຜູ້ບັນນາທິການ ກວດແກ້ບົດຂ່າວ ແລະ ທັງເປັນຜູ້ຂຽນໂດຍ ກົງເປັນຕົ້ນແມ່ນບົດນຳ, ບົດວິ ຈານ. ບາງບົດທີ່ມີຄວາມສຳຄັນ ມີການຊີ້ນຳຈາກຂັ້ນເທິງ ເປັນຕົ້ນແມ່ນໃນໄລຍະຕໍ່ສູ້ປະຕິບັດສັນ ຍາ, ອະນຸສັນຍາວຽງຈັນ ເພື່ອຄວາມປອງດອງຊາດ ປີ 1973, ສະຫາຍ ວິໄຊ ບໍໃບຄຳ ໃນຖານະເປັນຫົວໜ້າຄະນະບັນນາທິການວິທະຍຸກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ເພີ່ນໄດ້ຂຽນຫຼາຍທີ່ສຸດກ່ຽວກັບປະເພດດັ່ງກ່າວເພື່ອກ່າວຟ້ອງໂທດກຳ ຂອງພວກຮຸກຮານ ແລະ ລັດຖະ ບານຫຸ່ນຝ່າຍຂວາວຽງຈັນ, ເຜີຍ ແຜ່ແນວທາງນະໂຍບາຍຂອງຝ່າຍແນວລາວຮັກຊາດ ເຊິ່ງແມ່ນທິດຊີ້ນຳຂອງພັກປະຊາຊົນປະຕິວັດລາວ. ສົ່ງເສີມບົດບາດຂອງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ໃນການແກ້ໄຂບັນຫາການເມືຶອງຂອງລາວໃນໄລຍະນັ້ນ ເຫັນວ່າໄດ້ຮັບຄວາມສົນໃຈ ນິຍົມຊົມຊອບຈາກຜູ້ຟັງທົ່ວປະ ເທດຢ່າງຫຼວງຫຼາຍ ທັງຢູ່ເຂດປົດປ່ອຍ, ເຂດເປັນກາງ ແລະ ເຂດຄວບຄຸມຊົ່ວຄາວຂອງຝ່າຍວຽງຈັນ
ສະຫາຍ ວິໄຊ ບໍໃບຄຳ ພ້ອມດ້ວຍຄະນະບັນນາທິການ ວິທະຍຸກະຈາຍສຽງກອງທັບປົດປົດປ່ອຍປະຊາຊົນລາວເວລານັ້ນ ໄດ້ເອົາໃຈໃສ່ຕໍ່ການກໍ່ສ້າງພະ ນັກງານນັກຂ່າວ ແລະ ຂະຫຍາຍຕາໜ່າງຂ່າວລົງສູ່ກົມກອງຢ່າງຕໍ່ເນື່ອງ, ທ້າຍປີ 1974 ໄດ້ເປີດຊຸດຮຽນກໍ່ສ້າງນັກຂ່າວຊັ້ນ ຕົ້ນຂຶ້ນຢູ່ສຳນັກງານວິທະຍຸກະ ຈາຍສຽງກອງທັບ ທີ່ພູແຄ ເມືອງວຽງໄຊ ແຂວງຫົວພັນ ທີ່ເປັນຖານທີ່ໝັ້ນຂອງສູນກາງແນວລາວຮັກຊາດໄລຍະນັ້ນ, ຂ້າພະເຂົ້າກໍໄດ້ເຂົ້າຮ່ວມການອົບຮົມວິຊາຂ່າວສານຊຸດນັ້ນ. ພາຍຫຼັງສຳເລັດການຮໍ່າຮຽນຊຸດນັ້ນ ກໍໄດ້ແບ່ງເປັນຈຸລະ 2 ຄົນ ຫຼື 3 ຄົນ ເພື່ອສົ່ງລົງແຕ່ລະເຂດທີ່ເປັນຈຸດຍຸດທະສາດສຳຄັນເປັນຕາໜ່າງຂ່າວຂອບເຂດ ທົ່ວກອງທັບ ສ່ວນຂ້າພະເຈົ້າ ແລະ ເພື່ອນອີກ ຄົນໜຶ່ງຖືກສົ່ງໄປປະຈຳທີ່ໂຮງ ຮຽນວັດທະນະທຳກອງທັບໃນ ເວລານັ້ນຍັງຕັ້ງຢູ່ຕາແສງດຽນ ລື ເມືອງບາເທືອກ ຂຶ້ນກັບແຂວງ ແທັງຮວາ ສາທາລະນະລັດປະ ຊາທິປະໄຕຫວຽດນາມ, ພາຍ ຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1976 ໂຮງຮຽນວັດທະນະທຳກອງທັບ ໄດ້ຍົກ ຍ້າຍຈາກຫວຽດນາມ ມາຕັ້ງຢູ່ ເມືອງວຽງໄຊ, ຫຼັງຈາກນັ້ນຮອດເດືອນມັງກອນປີ 1977 ຄະນະບັນນາທິການໜັງສືພິມ ແລະ ພາກກະຈາຍສຽງກອງທັບ ໄດ້ຮຽກບັນດາຕາໜ່າງຂ່າວທີ່ໄດ້ສົ່ງລົງໄປບັນດາກົມກອງນັ້ນໃຫ້ ກັບຄືນມາປະຊຸມຖອດຖອນບົດ ຮຽນຢູ່ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າຮູ້ຈັກຮັກແພງກັບອ້າຍ ວິໄຊ ບໍໃບຄຳ ນັບຕັ້ງແຕ່ຂຶ້ນມາຮຽນກໍ່ສ້າງນັກຂ່າວຢູ່ພູແຄ ປີ1974 ພູ້ນ. ປີ 1978 ສະຫາຍ ວິໄຊ ບໍໃບຄຳ ໃນຖານະເປັນຫົວ ໜ້າກອງບັນນາທິການໜັງສືພິມ ແລະ ພາກກະຈາຍສຽງກອງທັບປົດປ່ອຍປະຊາຊົນລາວ ກໍໄດ້ເອີ້ນຂ້າພະເຈົ້າກັບຄືນໜັງສືິພິມກອງທັບໃນຂະນະຂ້າພະເຈົ້າຍັງເປັນຫົວໜ້າຈຸຕາໜ່າງຂ່າວ ຢູ່ໂຮງຮຽນວັດທະນະທຳກອງທັບທີ່ເມືອງວຽງໄຊ, ໃຫ້ມາເປັນນັກຂ່າວປະຈຳຢູ່ກອງບັນນາທິການໜັງສືພິມ ແລະ ພາກກະຈາຍສຽງກອງທັບທີ່ນະຄອນຫຼວງວຽງຈັນ.
ບໍ່ພຽງແຕ່ເທົ່ານັ້ນ ເພື່ອສືບ ຕໍ່ຍົກລະດັບໃຫ້ນັກຂ່າວໜັງສື ພິມ ແລະ ພາກກະຈາຍສຽງກອງ ທັບໃຫ້ດີຂຶ້ນຕື່ມອີກນັ້ນ, ທ້າຍປີ 1979, ສະຫາຍ ວິໄຊ ບໍໃບຄຳ ໄດ້ສະເໜີນຳຂັ້ນເທິງ ເພື່ອຂໍຊ່ຽວຊານຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ມາເປີດຊຸດບຳລຸງວິຊາຂ່າວສານລະດັບຊັ້ນກາງໃຫ້ນັກຂ່າວຢູ່ໂຮງຮຽນທິດສະດີການເມືອງກອງທັບທີ່ຄ້າຍຈີນາຍໂມ້ ນະຄອນຫຼວງວຽງຈັນ ໄລຍະຮຽນ 3 ເດືອນຕໍ່ຊຸດ. ຕິດຕໍ່ກັນ 3 ຊຸດ ແລະ ຂໍຊ່ຽວຊານຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ມາປະຈຳຊ່ວຍໜັງສືພິມກອງທັບປະຊາຊົນລາວ.
ເດືອນພະຈິກ ປີ 1980 ພັກ ແລະ ລັດ ໄດ້ປະດັບຊັ້ນໃຫ້ນາຍ ແລະ ພົນທະຫານກອງທັບປົດ ປ່ອຍປະຊາຊົນລາວ ແລະ ສະ ຫາຍ ວິໄຊ ບໍໃບຄຳ ຫົວໜ້າບັນ ນາທິການໜັງສືພິມກອງທັບປົດປ່ອຍປະຊາຊົນລາວກໍໄດ້ຮັບການປະດັບຊັ້ນພັນໂທ.
ຂ້າພະເຈົ້າໄດ້ມາເປັນນັກ ຂ່າວຢູ່ໜັງສືພິມກອງທັບ, ບາງຄັ້ງຄາວ ກໍເປັນຜູ້ແປພາສາຫວຽດ ນາມໃຫ້ ອ້າຍ ວິໄຊ ໃນເວລາທີ່ເພິ່ນເຮັດວຽກກັບຊ່ຽວຊານ ຫວຽດນາມ. ທັງເປັນຫົວໜ້າພະ ແນກຂ່າວພາຍໃນ ແລະ ພະແນກ ຂ່າວຕ່າງປະເທດ ແລະ ເປັນຜູ້ຊ່ວຍວຽກໂດຍກົງໃຫ້ແກ່ ສະ ຫາຍ ວິໄຊ ບໍໃບຄຳ ( ເວລາ ນັ້ນບໍ່ມີຮອງຫົວໜ້າບັນນາທິການ ມີແຕ່ຫົວໜ້າຜູ້ດຽວ ). ຍ້ອນໜ້າທີ່ວຽກງານຂັ້ນເທິງຮຽກຮ້ອງຕ້ອງການ ຮອດປີ 1989 ສະຫາຍ ວິໄຊ ບໍໃບຄຳ ຈຶ່ງໄດ້ຍ້າຍຂຶ້ນມາເປັນຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ໂດຍມອບໃຫ້ທ່ານ ພັນຕີ ສຸລັນ ດີມາວົງ ເປັນຜູ້ຮັກສາການແທນຫົວໜ້າບັນນາທິການໜັງສືພິມ ແລະ ພາກ ກະຈາຍສຽງແທນ, ຫຼັງຈາກນັ້ນ ສະຫາຍ ວິໄຊ ບໍໃບຄຳ ເພິ່ນກໍໄດ້ຮັບການເລື່ອນຊັ້ນຂຶ້ນເປັນພັນເອກ. ຈົນມາຮອດເດືອນ ມັງກອນ ປີ 1992 ສະຫາຍ ພັນເອກ ວິໄຊ ບໍໃບຄຳ ໄດ້ສະເໜີນຳຫົວໜ້າ ກົມໃຫຍ່ການເມືອງກອງທັບໃຫ້ຂ້າພະເຈົ້າເປັນຫົວໜ້າກອງບັນ ນາທິການໜັງສືພິມ ແລະ ພາກກະຈາຍສຽງກອງທັບປ່ຽນແທນ, ສ່ວນ ສະຫາຍ ພັນຕີ ສຸລັນ ດີມາວົງ ຍ້ອນອາຍຸກະສຽນສູງໄດ້ຮັບນະໂຍບາຍອອກພັກການຮັບເບ້ຍບຳນານ, ເຊິ່ງເວລານັ້ນຂ້າພະເຈົ້າເອງໄດ້ຊັ້ນຮ້ອຍເອກ ທີ່ຫາກໍຮຽນຈົບຈາກໂຮງຮຽນທິດສະດີຊັ້ນສູງຂອງສູນກາງພັກກອມມູນິດສະຫະພາບໂຊວຽດ ທີ່ນະຄອນຫຼວງ ມົດສະກູ ສະຫະພາບໂຊວຽດ ແລະ ມີອາຍຸໄດ້ພຽງ 35 ປີເທົ່ານັ້ນ.
ເພື່ອເຮັດໃຫ້ໜັງສືພິມ ແລະ ພາກກະຈາຍເສຍກອງທັບ ມີພະນັກງານນັກຂ່າວທີ່ມີຈຳນວນພຽງພໍ ແລະ ມີລະດັບຄວາມຮູ້ສູງເໝາະສົມສາມາດເຮັດສຳ ເລັດໜ້າທີ່ການເມືອງຂອງຕົນນັ້ນ, ທ້າຍປີ 1981 ສະຫາຍ ວິໄຊ ບໍໃບຄຳ ກໍໄດ້ມອບໃຫ້ຂ້າພະເຈົ້າໄປພົວພັນກັບ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ເພື່ອອະນຸຍາດໄປພົວພັນ ຂໍຄັດເລືອກເອົາພະນັກງານນາຍທະຫານທີ່ ຮຽນຈົບໂຮງຮຽນນາຍຮ້ອຍສາຍການເມືອງ ຈາກ ສສ ຫວຽດ ນາມເວລານັ້ນ ມາລໍຖ້າຮັບການ ປະດັບຊັ້ນແລ້ວແຕ່ງຕັ້ງຊັບຊ້ອນ ລົງໃສ່ບັນດາກົມກອງທະຫານ ແຕ່ຄາດໝາຍຫຼັກແມ່ນ ໃຫ້ເລືອກ ເອົາຜູ້ທີ່ຮຽນດີ ຮຽນເກັ່ງ ມີຄຸນ ສົມບັດດີ, ມີພອນສະຫວັນ ແລະ ມີຄວາມຮັກມັກກັບວິຊາອາຊີບນັກຂ່າວ ເພື່ອມາປະກອບໃຫ້ໜັງສືພິມ ແລະ ພາກກະຈາຍສຽງກອງທັບ, ໂດຍສາມາດເລືອກໄດ້ 5 ສະຫາຍ ຄື: ສະຫາຍ ຄຳຄື່ນ ເລີດສະໄຫວ ອະດີດຮອງຫົວໜ້າ, ຜູ້ຮັກສາການຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ສະຫາຍ ຄຳໄຊ ໄມມາລີ, ສະຫາຍ ຄຳໄຊ , ສະຫາຍ ພູເງິນ ແລະ ສະຫາຍ ຄຳສາວ ແກ້ວວິເສດ ປັດຈຸບັນເປັນຫົວໜ້າບັນນາທິການໜັງສືພິມກອງທັບ.
ສະຫາຍ ວິໄຊ ບໍໃບຄຳ ໄດ້ພົວພັນສະໜິດແໜ້ນ ກັບຄະນະບັນນາທິການໜັງສືພິມກອງ ທັບປະຊາຊົນຫວຽດນາມ ແລະ ໜັງສືພິມດາວແດງຂອງກອງ ທັບສະຫະພາບໂຊວຽດ. ເພິ່ນໄດ້ນຳພາຄະນະຜູ້ແທນຂອງໜັງ ສືພິມກອງທັບເຮົາໄປຢ້ຽມຢາມຖອດຖອນບົດຮຽນນຳຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມຫຼາຍຄັ້ງ ແລະ ໄປຢ້ຽມຢາມໜັງສືພິມດາວແດງ ຂອງສະຫະພາບໂຊວຽດ ໃນປີ 1987.
ຄວາມຫວັງຂອງ ສະຫາຍ ວິໄຊ ບໍໃບຄຳ ແມ່ນຢາກໃຫ້ໜັງສືພິມ ແລະ ພາກກະຈາຍສຽງ ມີຄວາມກ້າວໜ້າ ແລະ ທັນສະໄໝ. ດວງວິນຍານຂອງ ສະຫາຍ ວິໄຊ ບໍໃບຄຳ ມີຄວາມສຸກທີ່ສຸດ ຖ້າເພິ່ນຮັບຮູ້ໄດ້ວ່າ ປັດຈຸບັນ ແລະ ອະນາຄົດ ຄະນະບັນນາທິການຮຸ່ນສືບທອດ ຍາມໃດກໍສານເຈດຕະນາລົມ ຂອງເພິ່ນ ໃນການພັດທະນາໜັງ ສືພິມກອງທັບປະຊາຊົນລາວໃຫ້ກ້າວໄປຢ່າງໜັກແໜ້ນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ