

![]()
ປະກາດການເລື່ອນຊັ້ນພັນຕີຂຶ້ນຊັ້ນພັນໂທຂອງບັນດາກົມກອງເຂດພາກກາງ
ເວລາອອກຂ່າວ: 2023-01-24 09:57:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:
ວັນທີ 13 ມັງກອນ 2023
ນີ້, ກອງພັນໃຫຍ່ປ້ອງກັນອາດ 644 ໄດ້ເປັນເຈົ້າພາບຈັດພິທີປະ ກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຂອງບັນດາກົມກອງເຂດພາກກາງ. ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະ ຊວງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ກອງພົນທີ 4, ກອງພັນໃຫຍ່ 644, ໂຮງໝໍບໍລິ ເວນ 109, ສາງ ອ 3, ກອງ 216, 219 ຕະຫຼອດຮອດບັນດາສະ
ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນຊັ້ນພັນໂທ ຂອງບັນດາ ( ອ່ານຕໍ່ໜ້າ 7 )
ກົມກອງເຂດພາກກາງ, ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ. ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ, ເລື່ອນທຽບຊັ້ນພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 53 ສະ ຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະ ວາ ພູມີ ດາລາເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຕ່ລະສະຫາຍ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດໜ້າ ທີ່ວຽກງານ, ມີແບບແຜນວິທີເຮັດວຽກບົນຫຼັກການລວມສູນ ປະຊາທິປະໄຕ ນຳພາເປັນໝູ່ຄະ ນະບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ຕັ້ງໜ້າຄົ້ນຄວ້າຮໍ່າ ຮຽນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ເພື່ອພ້ອມກັນປະ ກອບສ່ວນເຂົ້າໃນວຽກງານການຊີ້ນຳ-ນຳພາປັບປຸງພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່ ແລະເຮັດສຳເລັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ.
ໂດຍ: ສົມສັກ ແກ້ວດວງດີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ