

![]()
ເຈົ້າແຂວງ ແຂວງໄຊຍະບູລີ ລົງຢ້ຽມຢາມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 202
ເວລາອອກຂ່າວ: 2023-01-24 09:56:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:
ເນື່ອງໃນໂອກາດຄົບຮອບ 74 ປີແຫ່ງການສ້າງຕັ້ງກອງ ທັບປະຊາຊົນລາວ, ໃນວັນທີ 21 ມັງກອນ 2023 ນີ້, ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານຄະນະກຳ ມະການປ້ອງກັນຊາດ-ປ້ອງຄວາມສະຫງົບແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 202 ທີ່ຂຶ້ນກັບກອງພົນ
ທີ 2, ໃຫ້ການຕ້ອນຮັບໂດຍ ສະ ຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ2 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກອງພັນໃຫຍ່ 202 ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ສົມດີ ໄຊຍະລາດ ຫົວໜ້າການທະຫານ ກອງພັນໃຫຍ່ 202 ໄດ້ກ່າວຕ້ອນຮັບພ້ອມທັງລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາ ເຊິ່ງໂດຍລວມແລ້ວແມ່ນຮັບປະກັນໃຫ້ທ້ອງຖິ່ນມີຄວາມສະຫງົບໂດຍພື້ນຖານ, ນອກນີ້ ຍັງໄດ້ນຳພາປັບປຸງກໍ່ສ້າງກົມ, ນຳພາສ້າງພະລາທິການກັບທີ່ ດ້ວຍການປູກ, ການລ້ຽງ. ປັດຈຸ ບັນທົ່ວກອງພັນ ມີສັດລ້ຽງປະ ເພດຄວາຍ 22 ໂຕ, ງົວ 237 ໂຕ, ແບ້ 108 ໂຕ, ໜອງປາ 35 ໜອງ, ມີສວນຜັກເຮືອນຮົ່ມ 25 ຫຼັງ, ເຊິ່ງສາມາດສະໜອງສະ ບຽງອາຫານເປັນຊີ້ນ, ປາ ແລະ ພືດຜັກຕ່າງຕ່າງໆທີ່ຜະລິດເອງໃຫ້ບັນດາກົມກອງໄດ້ 100% ແລະ ຂາຍໃຫ້ກັບແມ່ຄ້າທາງ ນອກເພື່ອສ້າງລາຍຮັບເຂົ້າກົມກອງຕື່ມອີກ.
ໂອກາດດັ່ງກ່າວນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ໃຫ້ ກຽດໂອ້ລົມ, ເຊິ່ງສະຫາຍໄດ້ຍົກ ໃຫ້ເຫັນມູນເຊື້ອຂອງກອງທັບ ປະຊາຊົນລາວ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳ ເລັດທີ່ກອງພັນໃຫຍ່ຍາດມາໄດ້ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກ ຮັກສາໝາກຜົນຂອງການປະ ຕິວັດ, ປົກປັກຮັກສາອະທິປະໄຕກໍຄືລະບອບໃໝ່ ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ, ຕ້ານທຸກການເຄື່ອນໄຫວມ້າງເພທຳລາຍໃນຫຼາຍດ້ານ ຂອງບັນ ດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ, ເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງ; ປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບ ປຸງກຳລັງໃນທຸກດ້ານໃຫ້ໜັກ ແໜ້ນ ເຂັ້ມແຂງ,ສຸມທຸກເງື່ອນໄຂ ຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງທັບດ້ວຍການສ້າງພະລາ ທິການກັບທີ່ເປັນວຽກງານຕົ້ນ ຕໍ ແລະ ປະຕິບັດແນວທາງການ ຕ່າງປະເທດສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ຮ່ວມມື ກັບປະເທດຕ່າງໆ. ໂອກາດທີ່ມາ ຢ້ຽມຢາມຄັ້ງນີ້ ສະຫາຍຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ເຮືອນຄົວ ແລະ ອຸປະ ກອນກິລາມອບໃຫ້ກອງພັນ ໃຫຍ່ 202 ຕື່ມອີກ.
ຂ່າວ: ອຸ່ນເຮືອນ ໂພທິລັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ