ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມຄະນະພັກ - ຄະນະອຳນວຍການ ກຸ່ມບໍລິສັດ ລັດພັດທະນາຊົນນະບົດໃໝ່
ເວລາອອກຂ່າວ: 2019-02-28 10:38:02 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ຫວ່າງມໍ່ໆມານີ້ສະຫາຍ ພົນໂທ ສຸວອນ ເລືອງບຸນມີກຳມະ ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບໄດ້ລົງຢ້ຽມຢາມ ແລະ ພົບປະ ໂອ້ລົມຄະນະພັກ-ຄະນະອຳນວຍ ການກຸ່ມບໍລິສັດລັດພັດທະນາຊົນ ນະບົດໃໝ່ຢູ່ເມືອງຄຳເກີດແຂວງ ບໍລິຄຳໄຊ ໂດຍມີສະຫາຍ ພັນເອກ ສີອາມອນ ເພັດຄຳພູ ເລຂາຄະ ນະພັກ, ຫົວໜ້າອຳນວຍການ ໃຫຍ່ກຸ່ມບໍລິສັດລັດພັດທະນາ ຊົນນະບົດໃໝ່ພ້ອມດ້ວຍຄະນະ ແລະ ພະນັກງານຫັຼກແຫຼ່ງພາຍ ໃນບໍລິສັດເຂົ້າຮ່ວມ. ໃນໂອກາດດັ່ງກ່າວສະຫາຍ ພັນເອກ ສີອາມອນ ເພັດຄຳພູ ໄດ້ ລາຍງານສະພາບໂດຍຫຍໍ້ໃນ ການຈັດຕັ້ງປະຕິບັດໜ້າທີ່ວິຊາ ສະເພາະໃນໄລຍະທີ່ຜ່ານມາເປັນ ຕົ້ນແມ່ນການກໍ່ສ້າງພື້ນຖານໂຄງ ລ່າງໃນ 4 ຕົວເມືອງໃນສອງຄືແຂວງ ບໍລິຄຳໄຊ ແລະ ແຂວງຊຽງ ຂວາງ, ໃນນັ້ນກໍໄດ້ສ້າງວາງ ໂຄງການວຽກງານດັ່ງນີ້, ວຽກ ງານກະສິກຳ,ວຽກງານບໍລິ ການການຄ້າ, ວຽກງານກໍ່ສ້າງພື້ນ ຖານໂຄງລ່າງ. ໃນໄລຍະຜ່ານມາ ພວກເຮົາແມ່ນບໍລິການການຄ້າ ແລະ ທ່ອງທ່ຽວ,ໂດຍສະເພາະບໍລິ ການເຄື່ອງອຸປະໂພກ-ບໍລິໂພກຈຳ ໜ່າຍໃນຕົວເມືອງຄຳເກີດ ແລະ ນຳເຂົ້າຂອງນ້ຳມັນເຊື້ອໄຟຢູ່ ພາຍໃນຍັງມີໂຮງງານຂ້າສັດ, ຈຳໜ່າຍສະບຽງອາຫານຕ່າງໆ, ຜະລິດເປຕົງແຫຼວ, ໂຮງອັດດິນ ບອກ, ຊ່ອງລົມ, ນອກຈາກນັ້ນ ຍັງລ້ຽງສັດມີແບ້, ງົວ, ໝູ ແລະ ກະສິກຳຢູ່ພາຍໃນເມືອງຜ່ານມາ ແມ່ນໄດ້ຮັບຜົນດີໃນການປູກໄຜ່ ກິນຊຸ່ມໃນຈຳນວນ 4 ເຮັກຕາ, ປູກ ໝາກກ້ຽງ, ໝາກນາວ, ປູກມັນ ຕົ້ນ ແລະ ເຮັດສໍາເລັດສຸມໃສ່ວຽກ ງານກໍ່ສ້າງເສັ້ນທາງພາຍໃນຕົວ ເມືອງຄຳເກີດ, ໂຄງການບ້ານ ຈັດສັນ, ອອກແບບແຜນຜັງເມືອງ, ໂຄງການໄຟຟ້ານ້ຳປະປາສຳເລັດ ການສ້າງເສັ້ນທາງໃນເທສະບານ ຈຸດສຸມຄັງວຽງ ເມືອງໝອກ ແຂວງ ຊຽງຂວາງ, ນອກຈາກນັ້ນ ຍັງໄດ້ຊຸກຍູ້ຊ່ວຍເຫຼືອພໍ່ແມ່ປະຊາ ຊົນເຂົ້າໃນວຽກງານກະສິກຳແກ້ ໄຂຊີວິດການເປັນຢູ່ເປັນເງິນ ຈຳນວນ 300 ກວ່າລ້ານກີບ,ຜົນ ງານດັ່ງກ່າວກໍຍ້ອນຄະນະພັກ- ຄະນະອຳນວຍການ ບໍລິສັດ ໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກ ງານ-ນັກຮົບພາຍໃນກົມກອງໄດ້ ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ການ ຈັດຕັ້ງນຳພາປະຕິບັດຄາດໝາຍ ສູ້ຊົນຕໍ່ແນວທາງນະໂຍບາຍຂອງ ພັກ, ຂອງບໍລິສັດໃນແຕ່ລະໄລ ຍະນັ້ນໄດ້ເປັນຢ່າງດີ. ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດໜ້າທີ່ຂອງບໍລິສັດຕະ ຫຼອດໄລຍະທີ່ຜ່ານມາເຕັມໄປ ດ້ວຍຜົນງານ ແລະ ຮຽກຮ້ອງ ມາຍັງຄະນະພັກ-ຄະນະອຳນວຍ ການຈົ່ງສືບຕໍ່ເອົາໃຈໃສ່ເສີມຂະ ຫຍາຍຜົນງານມູນເຊື້ອຂອງບໍລິ ສັດກໍຄືຂອງກອງທັບ, ຈັດຕັ້ງປະ ຕິບັດກົດລະບຽບແບບແຜນຂອງ ກອງທັບຢ່າງເຂັ້ມງວດ, ສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກ ງານ-ນັກຮົບພາຍໃນບໍລິສັດຂອງ ຕົນໃຫ້ເປັນຂະບວນຟົດຟື້ນຕໍ່ ເນື່ອງ, ຈັດຕັ້ງປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງກະຊວງ ປ້ອງກັນປະເທດວາງອອກໃຫ້ປາ ກົດຜົນເປັນຈິງ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ