ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ຜູ້ນຳ​ຟີ​ລິບ​ປິນ​ມີ​ແຜນ​​ຢ້ຽມຢາມ​ຍີ່ປຸ່ນ​​ໃນ​ເດືອນ​ກຸມພາ​ນີ້
ເວລາອອກຂ່າວ: 2023-01-09 09:10:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379587621 | ຄວາມນິຍົມ:



ສຳນັກ​ຂ່າວ​ບີ​ບີ​ຊີ​ລາຍ ​ງານໃນ​ວັນ​ທີ 6 ມັງກອນ ໃຫ້​ຮູ້​ ວ່າ: ທ່ານ ເຟີ​ດີ​ນານ ມາ​ກອສ ປະທານາທິບໍດີ​ຟີ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 5 ມັງກອນ​ນີ້​ວ່າ: ທ່ານ​ອາດ​ຈະ​ເດີນທາງ​ໄປ​ຢ້ຽມ ຢາມ​ຍີ່ປຸ່ນ​ພາຍ​ໃນ​ກາງ​ເດືອນ​ກຸມພາ​ທີ່​ຈະ​ມາ​ເຖິງ​ນີ້ ເພື່ອ​ປຶກ ສາ​ຫາລື​ກ່ຽວ​ວຽກ​ງານ​ດ້ານ​ເສດຖະກິດ ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນລວມ​ເຖິງ​ບັນຫາ​ອື່ນໆ ກັບ ທ່ານ ຟູ​ມິ​ໂອະ ຄີ​ຊິ​ດະ ນາຍົກລັດຖະມົນຕີ​ຍີ່ປຸ່ນ. ສຳນັກ​ຂ່າວ​ກຽວ​ໂດ​ລະບຸ​ວ່າ: ທ່ານ ເຟີ​ດີ​ນານ ມາ​ກອສ ກ່າວ​ໃນ​ວາລະ​ຖະແຫຼງ​ຂ່າວ​ກ່ອນ​ຈະ​ສິ້ນ​ສຸດ​ວາລະ​ການ​ຢ້ຽມຢາມ​ຈີນ​ເຊິ່ງ​ໃຊ້​ເວລາ 3 ວັນ. ຟີ​ລິບ​ປິນ​ຖື​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ຮ່ວມ​ກັບ​ປະເທດ​ເພື່ອ​ມິດ​ອື່ນໆ ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ. ທັງ​ນີ້, ທ່ານ ເຟີ​ດີ​ນານ ມາ​ກອສ​ເຂົ້າ​ຮັບ​ຕຳແໜ່ງ​ໃນ​ເດືອນ​ມິຖຸນາ​ປີຜ່ານມາ ໄດ້​ໂອ້​ລົມ​ແບບ​ໜ້າ​ຕໍ່ໜ້າ​ກັບ ທ່ານ ຟູ​ມິ​ໂອະ ຄີ​ຊິ​ດະ ຄັ້ງ​ທຳ​ອິດ​ໃນ​ເດືອນ​ກັນຍາ ທີ່​ນິວ​ຢອກ ສະຫະລັດ ອາ​ເມ​ຣິ​ກາ ນອກ​ຮອບ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມັດຊາ​ໃຫຍ່ ​ສປຊ ແລະ ຍັງ​ພົບ​ປະກັນ​ໄລຍະ​ສັ້ນໆ ທີ່​ກຳປູເຈຍ​ໃນ​ເດືອນ​ພະຈິກ ທີ່​ຜ່ານ​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ