ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ປະຊາຊົນ​ເປ​ຣູ​ຮວມ​ຕົວ​ກັນ​ປະ​ທ້ວງ​ຂັບ​ໄລ່​ປະທານາທິບໍດີ
ເວລາອອກຂ່າວ: 2023-01-09 09:09:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379586304 | ຄວາມນິຍົມ:



ສຳນັກ​ຂ່າວ​ກຽວ​ໂດ​ລາຍ ​ງານ​ໃນ​ວັນ​ທີ 6 ມັງກອນ ໃຫ້​ຮູ້​ ວ່າ: ຫຼັງ​ຈາກ​ຢຸດ​ການ​ໂຮມ​ຊຸມ ນຸມ​ປະ​ທ້ວງ​ໃນ​ໄລຍະ​ເວລາ 2 ອາທິດ​ທີ່​ຜ່ານ​ມາ, ມາ​ເຖິງ​ວັນ​ທີ 5 ມັງກອນ ປະຊາຊົນ​ເປ​ຣູ​ຈຳ ນວນ​ຫຼາຍ​ພັນ​ຄົນ​ໄດ້​ຮວມ​ຕົວ​ກັນ​ຕາມ​ທ້ອງ​ຖະໜົນ​ອີກ​ຄັ້ງ ເພື່ອ​ປະ​ທ້ວງ​ຂັບ​ໄລ່ ທ່ານ​ນາງ ດີ​ນາ ໂບ​ລູ​ອາ​ເຕ ປະທານາທິບໍດີ​ເປ​ຣູ ຈົນ​ເຮັດ​ໃຫ້​ເຈົ້າ​ໜ້າທີ່​ຕ້ອງ​ໃຊ້​ອາຍ​ແກັ​​ສ​ນ້ຳ​ຕາ​ຍິງ​ໃສ່​ຜູ້​ຊຸມນຸມ​ປະ​ທ້ວງ​ເພື່ອ​ແຍກ​ສະຫຼາຍ​ກຸ່ມ​ຜູ້​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ໃນ​ຫຼາຍ​ຈຸດ​ທົ່ວ​ປະເທດ. ໂດຍ​ຜູ້​ປະ​ທ້ວງ​ໄດ້​ໃຊ້​ກ້ອນ​ຫີນ ແລະ ຈູດ​ເຜົາ​ຢາງ​ລົດ​ເພື່ອ​ເປັນ​ການ​ປິດ​ກັ້ນ​ເສັ້ນທາງ​ສາຍ​ຫຼັກ​​ທາງ​ພາກ​ໃຕ້ ລວມ​ເຖິງ​​ພາກ​ກາງຂອງ​ປະເທດຂະນະທີ່​ໃນ​ນະຄອນຫຼວງ​ລີມາ ເຈົ້າ​ໜ້າທີ່​ໄດ້​ຍິງ​ແກັ​​ສ​ນ້ຳ​ຕາ​ສະຫຼາຍ​ກຸ່ມ​ຜູ້​ປະ​ທ້ວງ​ທີ່​ພະຍາຍາມ​ເດີນ​ຂະ ​ບວນ​ມຸ່ງ​ໜ້າ​ໄປ​ຍັງ​ສະພາ. ທ່ານ ດີ​ນາ ໂບ​ລູ​ອາ​ເຕ ຂຶ້ນ​ເປັນ​ ປະທານາທິບໍດີ​ຍິງ​ຄົນ​ທຳ​ອິດ ​ເຊິ່ງ ​ເຂົ້າ​ຮັບ​ຕຳແໜ່ງ​​ໃນ​ເດືອນທັນວາ ​ປີ​ທີ່​ຜ່ານ​ມາ ຫຼັງຈາກ​ທ່ານ ເປ​ໂດ ຄາ​ສະຕິ​ໂນ ອະດີດ​ປະທານາທິບໍ ດີ ຖືກ​ຖອດ​ຖອນ ແລະ ຈັບ​ກຸມ​ຫຼັງ​ຈາກ​ມີ​ການ​ປຸກ ລະດົມ​ຍຸບ​ສະພາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ