ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ກອງ​ພົນ​ທີ 3 ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຕ່າງໆ
ເວລາອອກຂ່າວ: 2023-01-09 08:58:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586406 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ກອງ​ພົນ​ທີ 3 ໄດ້​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຕ່າງໆ​ຂອງ​ຂັ້ນ​ເທິງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ຫົວໜ້າ​ການ​ທະຫານ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຫ້ອງ 5 ຫ້ອງ, ກອງພັນ​ໃຫຍ່, ພະນັກງານ​ຫຼັກ​ແຫຼ່ງ​ມາ​ຈາກ​ອົງການ​ກົມ​ກອງ​ເຂົ້າຮ່ວມ. ສະຫາຍ ພັນ​ໂທ​ ຄຳ​ສິ່ງ ສາຍ​ຍອດ​ອູ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ພົນ​ທີ 3 ໄດ້​ຜ່ານ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການຈັດຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 4 ສະໄໝ​ທີ XI ຢູ່​ບັນດາ​ອົງການ​ກົມ​ກອງ. ຈາກ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 3 ໄດ້​ຜັດປ່ຽນ​ກັນ​​ເຜີຍແຜ່​ເອ​ກະ​ສານ​ທີ​່ນຳ​ມາ​ເຜີຍແຜ່​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້ ເຊິ່ງ​ປະກອບ​ມີ: ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ຂອງບໍລິຫານງານ​ສູນ​ກາງ​ພັກ ​ຄັ້ງ​ທີ 4 ສະໄໝ​ທີ XI, ເອ​ກະສາ​ນ ວ່າ​ດ້ວຍ​ການ​ປະຢັດ ແລະ ຕ້ານ​ການ​ຟຸມ​ເຟືອຍ, ເອກະສານ​ຍຸດ​ທະ​ສາດ​ຕ້ານ​ການ​ຫັນປ່ຽນ​ໂດຍ​ສັນຕິ, ຕ້ານ​ປະກົດ​ການ​ຫຍໍ້ທໍ້​ພາຍ​ໃນ​ກອງທັບ. ເອກະສານ​ສຶກ​ສາ​ອົບຮົມ​ກ່ຽວ​ກັບ​ກົດໝາຍ​ຂອງ​ລັດ ແລະ ລະບຽບ​ວິ​ໄນ​ຂອງ​ກອງທັບ, ເອກະສານ​ເພີ່ມ​ທະວີ​ການ​ປະຢັດ ແລະ ຕ້ານ​ການ​ຟຸມ​ເຟືອຍ, ເອກະ ສານ​ຜັນ​ຂະຫຍາຍ​ມະຕິ ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ເອກະສານການ​ສະຫຼຸບ​ວຽກ​ງານ​ການເມືອງ-ແນວ​ຄິດ​ທົ່ວ​ກອງທັບ​ ແຕ່​ນີ້​ຮອດ​ປີ 2026. ການ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອ​ຊຶມ​ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ສະມາຊິກ​ພັກ ຮັບ​ຮູ້​ເຊື່ອມ​ຊຶມ, ກຳ​ແໜ້ນ​ບັນດາ​ເນື້ອ​ໃນ​ເອກະສານ​ສຳຄັນ​ຕ່າງໆ​ນີ້ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ ມີ​ຄວາມ​ກ້າວໜ້າ, ມີ​ຜົນງານ​ອັນ​ໃໝ່ ແລະ ສ້າງ​ໃຫ້​ກົມ​ກອງ​ມີ​ທ່າ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ