
ກອງພົນທີ 3 ເຊື່ອມຊຶມເອກະສານສຳຄັນຕ່າງໆ
ເວລາອອກຂ່າວ: 2023-01-09 08:58:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586148 | ຄວາມນິຍົມ:
ໃນບໍ່ດົນມານີ້, ກອງພົນທີ 3 ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງຂັ້ນເທິງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະຫ້ອງ 5 ຫ້ອງ, ກອງພັນໃຫຍ່, ພະນັກງານຫຼັກແຫຼ່ງມາຈາກອົງການກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສິ່ງ ສາຍຍອດອູ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 3 ໄດ້ຜ່ານຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ຢູ່ບັນດາອົງການກົມກອງ. ຈາກນັ້ນ, ຄະນະພັກ-ຄະນະບັນຊາກອງພົນທີ 3 ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ເຊິ່ງປະກອບມີ: ມະຕິກອງປະຊຸມຄົບຄະນະຂອງບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ເອກະສານ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະສານຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິ, ຕ້ານປະກົດການຫຍໍ້ທໍ້ພາຍໃນກອງທັບ. ເອກະສານສຶກສາອົບຮົມກ່ຽວກັບກົດໝາຍຂອງລັດ ແລະ ລະບຽບວິໄນຂອງກອງທັບ, ເອກະສານເພີ່ມທະວີການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະ
ສານຜັນຂະຫຍາຍມະຕິ ແລະ ຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ເອກະສານການສະຫຼຸບວຽກງານການເມືອງ-ແນວຄິດທົ່ວກອງທັບ ແຕ່ນີ້ຮອດປີ 2026. ການຈັດຕັ້ງເຜີຍແຜ່ເຊື່ອຊຶມໃນຄັ້ງນີ້, ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ ຮັບຮູ້ເຊື່ອມຊຶມ, ກຳແໜ້ນບັນດາເນື້ອໃນເອກະສານສຳຄັນຕ່າງໆນີ້ ເພື່ອເປັນບ່ອນອີງໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້
ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ