
ກອງຍິງປືນ 199 ສະຫຼຸບວຽກງານການກໍ່ສ້າງກົມກອງ 3 ປອດ
ເວລາອອກຂ່າວ: 2023-01-09 08:52:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586266 | ຄວາມນິຍົມ:
ວັນທີ 3 ມັງກອນ 2023, ກອງຍິງປືນ 199 ໄດ້ສະຫຼຸບວຽກງານການກໍ່ສ້າງກົມກອງ 3 ປອດ ປອດໃສ ປອດໄພ ປອດຄະດີ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ພອນແກ້ວ ສຸລິວັນວົງສາ ຫົວໜ້າການເມືອງກອງຍິງປືນ 199, ມີຄະນະພັກ-
ຄະນະບັນຊາ ພະແນກການ, ກອງຮ້ອຍ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ເຫຼ່ຍ ແສງສຸລີ ຫົວໜ້າຂະແໝງປ້ອງກັນພາຍໃນ ກອງຍິງປືນ 199 ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ ໄລຍະຜ່ານມາ. ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືເອົາວຽກງານປ້ອງກັນພາຍໃນເປັນໜ້າທີ່ໃຈກາງທີ່ສຳຄັນ ແລະ ຫັນເອົາ 5 ເນື້ອໃນມາດຖານຂໍ້ແຂ່ງຂັນຂອງການກໍ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ເຂົ້າສູ່
ການດຳເນີນຊີວິດໜ້າທີ່ວິຊາສະເພາະ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ,
ມີຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ, ມີຄວາມໜັກແໜ້ນ ເຂັ້ມແຂງ. ຄະນະພັກ-ຄະນະບັນຊາຍາມໃດກໍໃຫ້ຄວາມສຳຄັນໃກ້ຊິດຕິດ ແທດຊີ້ນຳກຳມະການປ້ອງກັນພັກ, ຜູ້ຮັບຜິດຊອບວຽກງານປ້ອງກັນພາຍໃນກຳແໜ້ນ, ຄຸ້ມຄອງສະພາບການເມືອງພາຍໃນຮັບປະກັນໃຫ້ກົມກອງມີຄວາມສະຫງົບ, ມີຄວາມໜັກແໜ້ນ ປອດໃສ ແລະ ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງຂັ້ນເທິງທີ່ມີການພົວພັນກ່ຽວກັບວຽກງານປ້ອງກັນພາຍໃນ, ປ້ອງກັນຄວາມສະຫງົບສຶກສາອົບຮົບດ້ານການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມ, ຮັບຮູ້ເຂົ້າໃຈແຈ້ງ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ ທຳລາຍຂອງກຸ່ມຄົນບໍ່ຫວັງດີ, ປະກອບສ່ວນເປັນຫູເປັນຕາຊ່ວຍການຈັດຕັ້ງປ້ອງກັນຕົນເອງເປັນຕົ້ນຕໍ, ປ້ອງກັນກົມກອງເປັນສຳຄັນ ແລະ ສູ້ຊົນເປັນກົມກອງ 3 ປອດ ຕ້ານທຸກການກະທຳທີ່ເປັນການລ່ວງລະເມີດທາງກົດ ໝາຍ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ. ສາມາດຕີລາຄາດ້ານຄຸນທາດການເມືອງ ປະເພດ I ຈຳນວນ 199 ສະຫາຍ, ປະເພດ II ມີ 2 ສະ
ຫາຍ, ໄດ້ຮັບການຢັ້ງຢືນເປັນກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດ I ຈຳນວນ 4 ພະແນກການ 2 ກອງຮ້ອຍ ແລະ ປະເພດ II ມີ 1 ກອງຮ້ອຍ.
ໂດຍ: ນາງ ບົວໄວ ວັນນະສົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ