ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ຜູ້ນຳ​ຟີ​ລິບ​ປິນ ​ປະກາດ​ຍົກ​ລະດັບ ​ຄວາມ​ສຳພັນ​ກັບ​ຈີນ
ເວລາອອກຂ່າວ: 2023-01-06 09:08:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379585902 | ຄວາມນິຍົມ:



ສຳ​ຂ່າວ​ຊິນ​ຮວາ​ລາຍ​ງານ​ໃນ​ວັນ​ທີ 5 ມັງກອນ ໃຫ້​ຮູ້​ວ່າ: ທ່ານ ເຟີ​ດີ​ນານ ມາ​ກອດ ຈູ​ເນຍ ປະທານາທິບໍດີ​ຟີ​ລິບ​ປິນ ປະກາດ​ຍົກ​ລະດັບ​ຄວາມ​ສຳພັນ​ກັບ​ຈີນ ໃນ​ໂອກາດ​ທີ່​ເດີນທາງ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ນັບ​ຕັ້ງແຕ່​ຂຶ້ນ​ຮັບ​ຕຳແໜ່ງ​ໃນ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ. ທ່ານ ເຟີ​ດີ​ນານ ມາ​ກອດ ຈູ​ເນຍ ກ່າວ​ໃນ​ວາລະ​ພົບ​ປະ​ຫາລື ກັບ ທ່ານ ຫຼີ ຈານ​ຊູ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 4 ມັງກອນ​ວ່າ, ການ​ຍົກ​ລະດັບ​ຄວາມສຳ​ພັນ​ລະຫວ່າງ​ສອງ​ປະ ເທດ​ຄື​ບັນຫາ​ສຳ​ຄັນ​ດັບ​ທຳ​ອິດ​ດັ່ງນັ້ນ​, ຟີ​ລິບ​ປິນ​ຈຶ່ງມີຄວາມ​ມຸ່ງ​ຫວັງ​ທີ່​ຈະ​ເປັນ​ຫຸ້ນ​ສ່ວນ​ເຮັດ​ໃຫ້​ເສດຖະກິດ​ຂອງ​ທັງ​ສອງ​ປະເທດ​ມີ​ສະຖຽນ​ລະ​ພາບ ແລະ ແຂງ​ແກ່ນ​ຂຶ້ນ. ລາຍ​ງານ​ຍັງໃຫ້ຮູ້​ວ່າ: ອາດຈະ​ມີ​ການ​ລົງ​ນາມ​ຂໍ້​ຕົກລົງ ແບບທະວີພາກ​ຄີ​ເຖິງ 14 ສະບັບ ລະ​ຫວ່າງ​ຜູ້ນຳສອງປະເທດ ເຊິ່ງ ໜຶ່ງ​ໃນ​ນັ້ນ​ຄື ຂໍ້​ຕົກລົງ​ເປີດ​ການ​ສື່ສານ​ໂດຍ​ກົງ​ກ່ຽວກັບ​ບັນຫາ​ທາງ​ທະເລ. ລັດຖະບານ​ຟີ​ລິບ​ປິນ​ຖະແຫຼງ​ໃນ​ອາທິດ​ກ່ອນ​ໜ້າ​ນີ້​ວ່າ, ຟີ​ລິບ​ປິນ ແລະ ຈີນ ຈະ​ລົງ​ນາມ​ຂໍ້​ຕົກ ລົງ​ການ​ສື່ສານ ເພື່ອ​ຫຼີກ​ລ່ຽງ​ການ​ສື່ສານ​ທີ່​ເປັນ​ຂໍ້​ມູນ​ຜິດພາດ ແລະ ການ​ຄຳນວນ​ຜິດພາດ​ກ່ຽວ ກັບບັນຫາທາງ​ທະເລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ