ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນ​ລົດຖີບ​ແຂວງ​ຄຳ​ມ່ວນ ສະຫຼຸບ​ຜົນງານ “ຊຽງ​ຂວາງ ເກມ”
ເວລາອອກຂ່າວ: 2023-01-05 08:44:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ພິທີ​ສະຫຼຸບ​ຜົນສຳເລັດ​ໃນ​ການ​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງຂັນ​ລົດຖີບ ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ ຂວາງ ເປັນ​ເຈົ້າພາບ ໄດ້​ມີ​ຂຶ້ນ​ໃນ ​ຕອນ​ຄ່ຳ​ວັນ​ທີ 27 ທັນວາ 2022 ທີ່​ຮ້ານ​ອາຫານ​ຊົມ​ນົກ ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ, ໂດຍ​ມີ ທ່ານ ​ປອ ແກ້ວ​ອຸດອນ ບຸດ​ສິງ ຂອນ ຮອງ​ເຈົ້າແຂວງ​ຄຳ​ມ່ວນ, ທັງ​ເປັນ​ປະທານ​ສະມາຄົມ​ກິລາ-ກາ​ຍະ​ກຳ​ແຂວງ ແລະ ທ່ານ ​ດຣ ແກ່ນ​ຈັນ ທອງ​ສະ​ຫວັດ ຫົວໜ້າ​ພະ​ແນກ​ສາທາລະນະ​ສຸກ​ແຂວງ, ປະທານ​ສະຫະພັນ​ກິລາ​ລົດຖີບ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະ ນະສະຫະພັນ, ຫົວໜ້າ-ຮອງ​ຂະແໜງ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ​ຄະນະ​ນຳ, ຄູ​ເຝິກ, ນັກ​ກິລາ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ. ໃນ​ພິທີ, ທ່ານ ​ດຣ ແກ້ວ​ອຸດົມ ລອດ​ທຳ​ມະ​ວົງ ຮອງ​ປະທານ​ສະ ຫະພັນ​ກິລາ​ລົດຖີບ​ແຂວງ​ຄຳ​ມ່ວນ ໄດ້​ສະຫຼຸບ​ຜົນ​ການ​ເຂົ້າ​ຮ່ວມ​ ແຂ່ງຂັນ​ຂອງ​ສະຫະພັນ​ລົດຖີບ ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ຂວາງ ໃຫ້​ຮູ້​ວ່າ: ການ​ແຂ່ງຂັນ​ກິລາ​ລົດ ຖີບ ໄດ້​ເລີ່ມ​ແຕ່​ວັນ​ທີ 15-20 ທັນ ວາ 2022 ທີ່​ອ່າງ​ນ້ຳ​ຫງຳ ເມືອງ​ແປກ ແຂວງ​ຊຽງ​ຂວາງ ໂດຍ​ມີ​ການ​ຊີງ​ໄຊ​ທັງ​ໝົດ 12 ຫຼຽນ​ຄຳ, 12 ຫຼຽນ​ເງິນ ແລະ 12 ຫຼຽນ​ທອງ. ສຳລັບ​ແຂວງ​ຄຳ​ມ່ວນ ມີ​ຄະນະ​ນຳ, ຄູ​ເຝິກ ແລະ ນັກ​ກິລາ ເຂົ້າ​ຮ່ວມ 10 ກວ່າ​ຄົນ ພ້ອມ​ໄດ້​ ຕັ້ງ​ເປົ້າ​ໝາຍ​ໄວ້ 2 ຫຼຽນ​ຄຳ ແລະ ໄດ້​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງຂັນ 10 ລາຍການ, ຍິງ 3 ລາຍການ ແຂ່ງຂັນ ຄື: ໄລຍະ​ທາງ 25 ກິ ໂລແມັດ ບຸກຄົນ​ປະເພດ​ລົດ​ກວັກ, ໄລຍະ​ທາງ 70 ກິໂລແມັດ ບຸກຄົນ​ປະເພດ​ລົດ​ກວັກ ແລະ ໄລຍະ​ທາງ 60 ກິໂລແມັດ​ບຸກຄົນ​ປະເພດ​ລົດ​ວິບາກ ແລະ ທີມ​ຊາຍ ແຂ່ງຂັນ​ໄລຍະ​ທາງ 20 ກິໂລແມັດ​ປະເພດ​ລົດ​ວິບາກ, ໄຄ​ທີ​ຣຽມ​ໄລຍະ 30 ກິໂລແມັດ ບຸກຄົນ​ປະເພດ​ລົດ​ກວັກ, ໄຄ​ທີ​ຣຽມ 30 ກິໂລແມັດ ບຸກຄົນ​ປະເພດ​ລົດ​ວິບາກ, ຈັບ​ເວລາ​ໄລຍະ 4 ກິໂລແມັດ​ບຸກຄົນ (ເປີ​ຊຸດ), ຈັບ​ເວລາ ໄລຍະ 50 ກິ ໂລແມັດ ບຸກຄົນ ແລະ ທີມ, ໄລ ຍະ 120 ກິໂລແມັດ ບຸກຄົນ ແລະ ທີມ ແລະ ໄລຍະ 80 ກິໂລແມັດ​ບຸກ ຄົນ​ປະເພດ​ລົດ​ວິບາກ. ຜ່ານ​ການ​ແຂ່ງຂັນ ສາມາດ​ຍາດ​ໄດ້ 3 ຫຼຽນ​ຄຳ ຈາກ​ທ້າວ ເທບ​ພະ​ວົງ ພັນ​ນະ​ວົງ ໃນ​ລາຍການ​ແຂ່ງຂັນ​ໄຄ​ທີ​ຣຽມ ໄລຍະ​ທາງ 30 ກິໂລແມັດ 1 ຫຼຽນ​ຄຳ ແລະ ນາງ ໂບ​ຕັນ ວິ​ໄຊ ໃນ​ລາຍ ການ​ ແຂ່ງຂັນ​ໄລຍະ​ທາງ 25 ກິໂລ ແມັດ ​ບຸກຄົນ 1 ຫຼຽນ​ຄຳ ແລະ ໄລຍະ​ທາງ 70 ກິໂລແມັດ​ບຸກຄົນ 1 ຫຼຽນ​ຄຳ. ໃນ​ພິທີ​ຄັ້ງ​ນີ້ ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ເຈົ້າແຂວງ ແລະ ເງິນສົດ​ຈຳນວນ​ໜຶ່ງ ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈ​ແກ່​ນັກ​ກິລາ ແລະ ຄູ​ເຝິກ. ໂອກາດ​ນີ້, ທ່ານ ​ຮອງ​ເຈົ້າແຂວງ​ຄຳ​ມ່ວນ ຍັງ​ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ບັນດາ​ຄະນະ​ນຳ​ສະຫະພັນ​ລົດຖີບ ແລະ ນັກ​ກິລາ ທີ່​ໄດ້​ປະກອບສ່ວນ​ເຫື່ອ​ແຮງ ແລະ ສະຕິ​ປັນຍາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ຕະຫຼອດ​ເຖິງ​ບັນດາ​ຜູ້​ປະກອບ​ການ​ຫ້າງ​ຮ້ານ​ທີ່​ໄດ້​ປະກອບສ່ວນ​ຊຸກຍູ້, ຊ່ວຍ​ສະ ໜັບສະໜູນ​ທາງ​ດ້ານ​ທຶນຮອນ ຈົນ​ມີ​ຜົນສຳເລັດ ແລະ ບັນລຸ​ຕາມ ​ເປົ້າ​ໝາຍ​ທີ່​ຄາດ​ໄວ້, ທັງ​ຖື​ໂອ ກາດ​ນີ້​ຮຽກຮ້ອງ​ໃຫ້​ຄະນະ​ສະ ຫະພັນ​ລົດຖີບ​ຂອງ​ແຂວງຈົ່ງ​ສືບຕໍ່​ໃນ​ການ​ສ້າງ​ນັກ​ກິລາ​ປັ່ນ​ລົດຖີບ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ແລະ ຮັກສາ​ສະ ຖຽນ​ລະ​ພາບ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ຕໍ່​ໄປ​ໃຫ້​ໄດ້​ຕາມ​ຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ