ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍກຳລັງໄຟກອງພັນໃຫຍ່ 497 ສະຫຼຸດຖອດຖອນບົດຮຽນປະຈຳປີ 2018
ເວລາອອກຂ່າວ: 2019-02-26 09:36:16 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນວັນທີ 20 ກຸມພາ 2019 ນີ້ ກອງຮ້ອຍກຳລຳໄຟຂຶ້ນກັບ ກອງພັນໃຫຍ່ 497 ໄດ້ເປີດກອງ ປະຊຸມສະຫລຸບຖອດຖອນບົດ ຮຽນປະຈຳປີ 2018 ແລະ ວາງ ທິດທາງແຜນການປະຈຳປີ 2019 ແລະ ມອບໃບຍ້ອງຍໍຜົນ ງານ 5 ປີ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ນານ ວັນທອງ ຄະນະພັກ ຫົວໜ້າພະ ແນກເສນາກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາກອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ພັນຕີ ຄຳສຽນ ສຸລິວັນ ຫົວ ໜ້າການທະຫານກອງຮ້ອຍດັ່ງ ກ່າວ ໄດ້ຍົກໃຫ້ເຫັນຜົນງານທີ່ ເປັນພື້ນຖານຫຼາຍດ້ານເປັນຕົ້ນ ແມ່ນໄດ້ເປັນເສນາທິການທາງ ດ້ານວຽກງານພັກ-ວຽກງານ ການເມືອງໃຫ້ແກ່ຄະນະພັກກອງ ພັນໃຫຍ່ 497 ເປັນຢ່າງດີ, ເອົາ ໃຈໃສ່ຊີ້ນຳ-ນຳພາພະນັກງານ- ນັກຮົບຫັນລົງກໍ່ສ້າງຮາກຖານ ການເມືອງ, ປຸກລະດົມຊຸກຍູ້ໃນ ການເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດກົມກອງຮັບຜິດ ຊອບເຫັນວ່າມີຄວາມສະຫງົບ ໂດຍພື້ນຖານ ພ້ອມກັນນັ້ນຍັງ ໄດ້ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງ ພັກ-ພະນັກງານ ແລະ ອົງການ ຈັດຕັ້ງມະຫາຊົນໃນໄລຍະ 1 ປີ ຜ່ານມາໄດ້ຂະຫຍາຍມະຫາຊົນ ເຂົ້າພັກໄດ້ຈຳນວນ 6 ສະຫາຍ ແລະ ໄດ້ເລື່ອນສະມາຊິກພັກສຳ ຮອງຂຶ້ນເປັນສະມາຊິກສົມບູນ 3 ສະຫາຍ, ນອກຈາກນັ້ນໄດ້ສຸມ ໃສ່ໃນການປູກຝັງ-ລ້ຽງສັດສາ ມາດສ້າງແຫຼ່ງລາຍຮັບເຂົ້າກົມ ກອງໄດ້ 67.825.000 ກີບ, ຈາກນັ້ນໃນພິທີຍັງໄດ້ຈັດຕັ້ງ ຍ້ອງຍໍບຸກຄົນ ແລະ ລວມໝູ່ຜູ້ມີ ຜົນງານດີເດັ່ນໃນໄລຍະ 5 ປີ ຜ່ານມາໃນໂອກາດວັນສ້າງຕັ້ງ ກອງທັບຄົບຮອບ 70 ປີ ໃນນັ້ນ ມີຜູ້ໄດ້ຫຼຽນໄຊແຮງງານຊັ້ນ II 4 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III 6 ສະຫາຍ, ຫຼຽນກາແຮງ ງານ 15 ສະຫາຍ, ໃບຍ້ອງຍໍລັດ ຖະບານ 11 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 14 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການ ເມືອງກອງທັບຈຳນວນ 11 ສະ ຫາຍຢ່າງສົມກຽດ. ໃນໂອກາດນີ້ສະຫາຍພັນໂທ ນານ ວັນທອງ ກໍໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາເອົາໃຈ ໃສ່ວຽກງານເຮັດໃຫ້ສະພາບ ພາຍໃນກົມກອງມີຄວາມສະ ຫງົບໜັກແໜ້ນ, ຕັ້ງໜ້າສຶກສາ ອົບຮົມການເມືອງແນວຄິດຂອງ ພະນັກງານ-ນັກຮົບໃຫ້ມີຄຸນສົມ ບັດສິນທຳປະຕິວັດ ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ກໍ່ສ້າງພະ ນັກງານໃຫ້ມີຄຸນນະພາບດີຂຶ້ນ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດແທດເຖິງຕົວ ຈິງ, ຈັດຕັ້ງປະຕິບັດນະໂຍບາຍ ໃຫ້ຖືກຕ້ອງສອດຄ່ອງ ພ້ອມນີ້ໃຫ້ ເອົາໃຈໃສ່ຊຸກຍູ້ຂະບວນການກໍ່ ສ້າງນັກຮົບວັດທະນະທຳ-ກົມ ກອງວັດທະນະທຳ ແລະ ກົມກອງ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຮັບໝາກຜົນດີກວ່າເກົ່າ. ໂດຍ: ໄກສອນ ແກ້ວວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ