ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊຽງ​ຂວາງ ເຈົ້າພາບ ປະສົບ​ຜົນສຳເລັດ​ເກີນ​ຄາດ ໃນ​ຊຽງ​ຂວາງ​ເກມ
ເວລາອອກຂ່າວ: 2022-12-30 09:36:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ຈາກ​ການ​ຫ້າງ​ຫາ​ກະກຽມ ເກັບ​ຕົວ​ນັກ​ກິລາ​ເຝິກຊ້ອມ ມາ​ແຕ່​ຕົ້ນ​ເດືອນ ຕຸລາ ເພື່ອ​ກະກຽມ​ແຂ່ງຂັນ​ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ​ເກມ 2022 ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າພາບ ຄະນະ​ຮັບຜິດຊອບ​ແຕ່​ລະ​ສະຫະພັນ​ກໍຄື​ຄູເ​ຝິກ ແລະ ນັກ​ກິລາ ແຕ່​ລະ​ປະເພດ​ກໍ່​ໄດ້​ສຸມ​ໃສ່​ການ​ເຝິກ​ຊ້ອມ​ຢ່າງ​ຕັ້ງໜ້າ ຜ່ານ​ການ​ກະ​ກຽມ​ທິມ ແລະ ຫຼາຍ​ປະເພດ​ກິລາ​ໄດ້​ວາງ​ເປົ້າ​ໝາຍ​ໃນ​ການ​ລົງ​ແຂ່ງຂັນ​ເພື່ອ​ຊີງ​ຫຼຽນ​ລາງວັນ ມາ​ເຖິງ ວັນ​ທີ 24 ພະຈິກ ເປັນຕົ້ນ​ມາ​ການ​ປະ​ເດີມ​ສະໜາມ​ແຂ່ງຂັນ​ໄດ້​ເລີ່ມ​ຕົ້ນ ແລະ ສາມາດ​ສ້າງ​ຂັວນ​ກຳລັງ​ໃຈ​ໃຫ້​ນັກ​ກິລາ​ຊຽງ​ຂວາງ​ເຈົ້າພາບ ທີ່​ສາມາດ​ຍາດ​ໄດ້​ຫຼຽນ​ຄຳ ເຖິງ 8 ຫຼຽນຈາກ​ກິລາລອຍນ້ຳ ແລະ ມາ​ເຖິງ​ວັນ​ທີ່ 13 ທັນວາ 2022 ກໍ່​ໄດ້​ເປີດ​ພິທີ ຢ່າງ​ເປັນ​ທາງ​ການ ແລະ ມີ​ພິທີ​ປິດ​ສາກ ການ​ແຂ່ງຂັນ​ລົງ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 22 ທັນວາ 2022 ໂດຍ​ໄດ້​ຮັບ​ຄວາມ​ສົນ​ໃຈ ຈາກ​ພໍ່-ແມ່​ປະຊາຊົນ​ຊາວ ​ແຂວງ​ຊຽງ​ຂວາງ ແລະ ນັກ​ທ່ອງ ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ ປະເທດເຂົ້າ​ຊົມ​ເຂົ້າ​ເຊຍ​ຢ່າງ​ຫຼວງຫຼາຍເຮັດ​ໃຫ້​ແຕ່​ລະ​ສະໜາມ​ອັດ​ແໜ້ນ​ເຕັມ​ສະໜາມ​ຕະຫຼອດ​ໄລຍະ​ການ​ແຂ່ງຂັນ. ສຳລັບ​ການ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້ ໄດ້​ມີ 4 ກະຊວງ, 1ນະຄອນຫຼວງ ແລະ 17 ແຂວງ ເຂົ້າ​ຮ່ວມ ມີ​ການ​ແຂ່ງຂັນ​ກິລາ​ທັງ​ໝົດ 25 ປະເພດ ມີ​ການ​ຊີງ​ຫຼຽນ​ທັງ​ໝົດ 1.263 ຫຼຽນ, ມີ​ຫຼຽນ​ຄຳ 361 ຫຼຽນ, ຫຼຽນ​ເງິນ 361 ຫຼຽນ ແລະ ຫຼຽນ​ທອງ 541 ຫຼຽນ. ເຊິງ​ມີ​ຄູ​ເຝິກ ແລະ ນັກ​ກິລາ​ເຂົ້າ​ຮ່ວມ​ທັງ​ໝົດ 3093 ຄົນ ໂດຍ​ກ່ອນ​ການ​ແຂ່ງຂັນ ແຂວງ​ຊຽງ​ຂວາງ​ໄດ້​ຕັ້ງ​ເປົ້າ​ໄວ້ ທີ່​ອັນ​ດັບ 4 ຫຼື ອັນ​ດັບ 5 ຂອງ​ຕາຕະລາງ ແຕ່​ພໍ​ແຂ່ງຂັນ​ຕົວ​ຈິງ​ເປັນ​ເວລາ 28 ວັນ, ແຕ່​ວັນ​ທີ 24 ພະຈິກຫາວັນ​ທີ 21 ທັນວາ 2022 ທັບ ​ນັກ ​ກິລາ​ຊຽງ​ແຂວງເຈົ້າພາບສ້າງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນບໍ່​ເຮັດ​ໃຫ້​ກອງ​ເຊຍ​ຜິດ​ຫວັງ ມີ​ຫຼາຍ​ປະເພດ​ກິລາ ທີ່​ແຂວງ​ຊຽງ​ຂວາງ​ເຮົາ​ສ້າງ​ຜົນງານ​ດີ​ເກີນ​ຄາດ ຈົນ​ເຮັດ​ໃຫ້​ສາມາດ​ເປັນ​ເຈົ້າ​ຫຼຽນ​ຄຳ ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້​ໄດ້ ດ້ວຍການຍາດ​ຫຼຽນ ໄດ້ເຖິງ 217 ຫຼຽນ ໃນນັ້ນ,​ ​ມີ 62 ຫຼຽນ​ຄຳ, 60 ຫຼຽນ​ເງິນ ແລະ 95 ຫຼຽນ​ທອງ ແລະ ​ໄດ້​ຫຼຽນ ຫຼາຍ​ສຸດແມ່ນຈາກ​ກິລາລອຍນ້ຳ ແຂ່ງຂັນ​ທີ່ ຫຼັກ 16 ນະຄອນ ຫຼວງ ​ວຽງ​ຈັນ ເຖິງ 8 ຫຼຽນ​ຄຳ,1 ຫຼຽນ​ເງິນ ແລະ 6 ຫຼຽນ​ທອງ, ໄດ້​ຈາກ​ກິລາກະຕໍ້ 6 ຫຼຽນ​ຄຳ, 7 ຫຼຽນ​ເງິນ ແລະ 1 ຫຼຽນ​ທອງ, ເທ​ຄວັນ​ໂດ ໄດ້ 5 ຫຼຽນ​ຄຳ, 4 ຫຼຽນ​ເງິນ ແລະ 8 ຫຼຽນ​ທອງ, ກິ ລາ​ຢູ​ໂດ ໄດ້ 4 ຫຼຽນ​ຄຳ 6 ຫຼຽນ ​ເງິນ ແລະ 7 ຫຼຽນ​ທອງ, ກິລາ ແລ່ນ-ລານ ໄດ້ 4 ຫຼຽນ​ທອງ, 2 ຫຼຽນ​ເງິນ ແລະ 12 ຫຼຽນ​ທອງ, ກິລາ​ປັນ​ຈັກ​ສິ​ລັດ ໄດ້ 4 ຫຼຽນ​ຄຳ, 2 ຫຼຽນ​ເງິນ ແລະ 9 ຫຼຽນ​ທອງ, ກິລາປິງ​ປອງ ໄດ້ 4 ຫຼຽນ​ຄຳ, 2 ຫຼຽນ​ເງິນ ແລະ 4 ຫຼຽນ​ທອງ, ກິລາຄາ​ຣາ​ເຕ​ໂດ ໄດ້ 3 ຫຼຽນ​ຄຳ, 4 ຫຼຽນ ​ເງິນ ແລະ 3 ຫຼຽນ​ທອງ, ມວຍ ​ປ້ຳ ໄດ້ 3 ຫຼຽນ​ຄຳ, 2 ຫຼຽນ​ເງິນ ແລະ 5 ຫຼຽນ​ທອງ, ກິລາລົດຖີບ ໄດ້ 3 ຫຼຽນ​ຄຳ, 2 ຫຼຽນ​ເງິນ ແລະ 2 ຫຼຽນ​ທອງ, ກິລາໜ້າ​ເກັກ ໄດ້ 3 ຫຼຽນ​ຄຳ, 1 ຫຼຽນ​ເງິນ ແລະ 4 ຫຼຽນ​ທອງ, ກິລາວູ​ຊູ ໄດ້ 2 ຫຼຽນ​ຄຳ, 4 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ,ກິລາຍິງ​ທະນູ ໄດ້ 2ຫຼຽນ​ຄຳ ແລະ 4 ຫຼຽນ​ເງິນ, ກິລາມວຍ​ລາວ ໄດ້ 2 ຫຼຽນ​ຄຳ 3ຫຼຽນ​ເງິນ 4 ຫຼຽນ​ທອງ, ກິລາ ຍິງ​ປືນໄດ້ 2 ຫຼຽນ​ຄຳ, 1 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ, ໝາກ​ຂ່າງ ໄດ້ 1 ຫຼຽນ​ຄຳ, 6 ຫຼຽນ​ເງິນ ແລະ 1 ຫຼຽນ​ທອງ, ກິ ລາໝາກ​ແລ້ ໄດ້ 1 ຫຼຽນ​ຄຳ, 3 ຫຼຽນ​ເງິນ ແລະ 1 ຫຼຽນ​ທອງ, ກິລາໝາກເສິກໄດ້ 1 ຫຼຽນ​ຄຳ, 2ຫຼຽນ​ເງິນ ແລະ 1 ຫຼຽນ​ທອງ, ກິລາມວຍ​ສາກົນ ໄດ້ 1 ຫຼຽນ​ຄຳ, 1 ຫຼຽນ​ເງິນ ແລະ 5 ຫຼຽນ​ທອງ, ກິລາ​ກ໊ອຟ 1 ຫຼຽນ​ຄຳ ແລະ 1 ຫຼຽນ​ເງິນ, ກິລາບານສົ່ງ ໄດ້ 1 ຫຼຽນ​ຄຳ ແລະ 1 ຫຼຽນ​ທອງ, ກິລາບານບ້ວງ ໄດ້ 1 ຫຼຽນ​ຄຳ, ກິລາ ເທັນ​ນິ​​ສ ໄດ້ 1 ຫຼຽນ​ເງິນ ແລະ 3 ຫຼຽນ​ທອງ, ກິລາບານເຕະ ໄດ້ 1 ຫຼຽນ​ເງິນ, ກິລາເປ​ຕັງ ໄດ້ 2 ຫຼຽນ​ທອງ ແລະ ດອກປີກ​ໄກ່ ໄດ້ 1 ຫຼຽນ​ທອງ. ການ​ຍາດໄດ້​ຫຼຽນ​ຈາກ​ການ​ແຂ່ງຂັນ​ກິລາ​ຕ່າງໆ ທັງ 25 ປະເພດ ເຮັດ​ໃຫ້​ແຂວງ​ຊຽງ​ຂວາງ ກາຍເປັນ​ເຈົ້າ​ຫຼຽນ​ຄຳ ແລະ ເປັນ​ອັນ​ດັບ 1 ໃນ​ຕາຕະລາງ​ການແຂ່ງຂັນ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ XI ຫຼື​ ຊຽງ​ຂວາງ​ເກມ 2022 ເຊິ່ງ​ໄດ້​ກາຍເປັນ​ປະຫວັດສາດ​ໜ້າ​ໃໝ່​ໃນ​ວົງ​ການ​ກິລາ​ລາວ ເຮັດ​ໃຫ້​ຊາວ​ຊຽງ​ຂວາງ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຫຍິງ​ຕໍ່​ຜົນງານ​ຂອງ​ຄະນະ​ນຳ, ຄູ​ເຝິກ ແລະ ນັກ​ກິລາ​ທີ່​ສາມາດ​ບັນລຸ​ເກີນ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້. ຜົນງານ​ດັ່ງກ່າວ​ໄດ້​ກ້າວ​ກະໂດດ​ຢ່າງ​ບໍ່​ໜ້າ​ເຊື່ອ​ເມື່ອ​ທຽບ​ກັບ​ງານ​ມະຫະ​ ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ X ທີ່ ແຂວງ​ອຸດົມ​ໄຊ​ເປັນ​ເຈົ້າພາບ ​ໃນ​ຄັ້ງ​ຜ່ານ​ມາ​ ເຊິ່ງແຂວງຊຽງ ຂວາງ​ສາມາດ​ຍາດ ໄດ້​ພຽງ 48 ຫຼຽນ​ຄື: 9 ຫຼຽນ​ຄຳ, 17 ຫຼຽນ​ເງິນ ແລະ 22 ຫຼຽນ​ທອງ ເປັນ​ອັນ​ດັບ​ທີ 10 ຂອງ​ຕາຕະລາງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ