ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການກຳມະບານ ກປທ ລົງເຜີຍແຜ່ກົດໝາຍວ່າດ້ວຍກຳມະບານລາວ
ເວລາອອກຂ່າວ: 2018-11-14 20:50:34 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



[ ພັນເອກ ບົວຄຳ ຄູນມີສຸກ ຫົວໜ້າຫ້ອງການກຳມະບານກະ ຊວງປ້ອງກັນປະເທດໄດ້ລົງເຜີຍ ແຜ່ກົດໝາຍວ່າດ້ວຍກຳມະບານ ລາວ ( ສະປັບປຸງ ) ໃນວັນທີ 8 ພະ ຈິກ 2018 ນີ້, ຢູ່ໂຮງພິມກອງ ທັບ ເຊິ່ງມີຄະນະພັກ-ຄະນະບັນ ຊາ ແລະ ພະນັກງານ-ນັກຮົບເຂົ້າ ຮ່ວມຮັບຟັງ. ກົດໝາຍກຳມະບານລາວ ( ສະບັບປັບປຸງ ) ທີ່ນຳມາເຜີຍ ແຜ່ໃນຄັ້ງນີ້ລວມມີ 11 ພາກຄື: ພາກທີ I ບົດບັນຍັດທົ່ວໄປປະ ກອບມີ 7 ມາດຕາ, ພາກທີ II ການຈັດຕັ້ງຂອງກຳມະບານ ລາວ ມີ 6 ໝວດ 24 ມາດຕາ, ພາກທີ III ກອງປະຊຸມກຳມະ ບານ ມີ 7 ມາດຕາ, ພາກທີ IV ຄວາມຮັບຜິດຊອບຂອງການຈັດ ຕັ້ງຕໍ່ວຽກງານກຳມະບານປະ ກອບມີ 2 ໝວດ 10 ມາດຕາ, ພາກທີ V ວຽກງານການເງິນ ຂອງກຳມະບານລາວ ມີ 6 ມາດ ຕາ, ພາກທີ VI ການແກ້ໄຂຂໍ້ຂັດ ແຍ້ງດ້ານສິດ ແລະ ຜົນປະໂຫຍດ ມີ 5 ມາດຕາ, ພາກທີ VII ຂໍ້ ຫ້າມປະກອບມີ 3 ມາດຕາ, ພາກທີ VIII ການກວດກາວຽກ ງານກຳມະບານມີ 5 ມາດຕາ, ພາກທີ IX ວັນສ້າງຕັ້ງເຄື່ອງ ໝາຍ, ເຄື່ອງ ແບບ ແລະ ຕາປະ ທັບ ມີ 4 ມາດຕາ, ພາກທີ X ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕາການຕໍ່ຜູ້ລະເມີດ ມີ 2 ມາດຕາ ແລະ ພາກທີ XI ບົດບັນ ຍັດສຸດທ້າຍປະກອບມີ 2 ມາດ ຕາ. ການລົງມາເຜີຍແຜ່ໃນຄັ້ງນີ້ ກໍເພື່ອແນໃສ່ໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ໃນໂຮງພິມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຊື່ອມຊຶມກຳແໜ້ນ ເນື້ອໃນຫຼັກການທາງດ້ານລະ ບຽບການ, ມາດຕາການກ່ຽວ ກັບກົດໝາຍຂອງກຳມະບານ ລາວ ເພື່ອນຳໄປຈັດຕັ້ງຜັນຂະ ຫຍາຍໃຫ້ສອດຄ່ອງຖືກຕ້ອງ ຕາມຂໍ້ກຳນົດກົດລະບຽບທີ່ລະບຸ ໄວ້ຢ່າງເຂັ້ມງວດ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ