ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສາງກົນຈັກ I ສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-02-21 09:33:05 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນ​ວັນ 14 ກຸມພາ 2019 ນີ້, ສາງ​ກົນ​ຈັກ I ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2018 ແລະ ວາງ​ທິດ​ທາງແຜນ ການ​ປີ 2019 ແລະ ຈັດ​ຕັ້ງ​ຍ້ອງ ຍໍ​ຜົນງານ 5 ປີ ເນື່ອງ​ໃນໂອ ກາດສະເຫຼີມສະຫຼອງວັນ​ສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວຄົບ ຮອບ 70 ປີ, ໂດຍ​ການ​ເຂົ້າ​ ຮ່ວມ​ຂອງ ​ສະຫາຍ ພັນ​ເອກ ບົວທອງ ເພັດ​ລາສີ ຄະນະ​ພັກ​ ອົງການ​ກົມ​ໃຫຍ່​ເຕັກນິກ​ກອງ ທັບ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ລົດ, ມີ​ ຄະນະ​ພັກ-ຄະນະ​ບັນຊາຕະຫຼອດ ຮອດ​ພະນັກງານ-ນັກຮົບ​ສາງ ກົນ​ຈັກ I ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມພານ ຄຳ​ພູ​ວົງ ຫົວໜ້າ​ການເມືອງສາງ​ ກົນ​ຈັກ 1 ໄດ້​ຍົກ​ໃຫ້​ເຫັນ​ການ ເຄື່ອນໄຫວ​ໃນ​ໄລຍະ​ຜ່ານ​ມາ​ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເຊິ່ງ​ ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ທີ່​ເປັນ​ພື້ນຖານ​ຫຼາຍ​ດ້ານ, ທີ່​ກົມກອງ​ ຍາດ​ມາ​ໄດ້​ເຊິ່ງ​ຄະນະ​ພັກ-ຄະ ນະ​ບັນຊາ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳ ພາ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ​ ປະກອບສ່ວນ​ເຮັດ​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ​ໂດຍ​ຖືເອົາ​ ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ​ແນວ​ຄິດ​ເປັນ​ບັນຫາສຳ ຄັນ​ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກ ຮົບ​ໄດ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່ແນວ ທາງ​ນະໂຍບາຍ​ຂອງ​ພັກກົດ ໝາຍ​ຂອງ​ລັດ, ເອົາໃຈໃສ່​ລົງໃກ້​ ສິດ​ຕິດ​ແທດ​ກັບ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ເຫັນ​ວ່າ​ພະນັກງານ-ນັກ ຮົບ​ຕັ້ງໜ້າ​ປະກອບສ່ວນ​ເຫື່ອ​ແຮງ​ສະຕິ​ປັນຍາ​ເຂົ້າ​ສູ່​ທຸກ​ຂົງ ເຂດ​ວຽກ​ງານ, ປົກ​ປັກ​ຮັກສາ​ບົວລະບັດ​ພັດ​ເຊັດ​ລົດ​ທຸກ​ຊະນິດ ຈຳນວນ 914 ຄັນ, ປັບປຸງສະ ຖານທີ່​ຄ້າຍ​ຄູ​ກົມ​ກອງ, ສະຖານ ທີ່​ພັກ​ເຊົາ​ໃຫ້​ອ້າຍ​ນ້ອງ​ຈຳນວນ 27 ຄອບຄົວ, ຜ່ານ​ມາ​ໄດ້​ເອົາ ໃຈໃສ່​ວຽກ​ງານ 4 ປູກ 4 ລ້ຽງ​ຕາມ​ທິດ​ຊີ້​ນຳ​ຂອງ​ກົມ​ໃຫຍ່ພະ ລາທິ​ການ​ກອງທັບ​ວາງ​ອອກ, ກົມ​ກອງ​ມີ​ງົວ 20 ໂຕ, ສາມາດ ສ້າງລາຍຮັບເຂົ້າ​ກົມ​ກອງ​ໄດ້​ທັງ​ໝົດ 60.310.000 ກີບ, ສຳ​ລັບ​ການ​ຍ້ອງຍໍ​ບຸກຄົນ​ທີ່​ມີ​ຜົນງານດີເດັ່ນ​ໃນ​ໄລຍະ 5 ປີ ຜ່ານມາ, ໃນ​ໂອກາດ​ສະເຫຼີມສະ ຫຼອງວັນສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວຄົບ ຮອບ 70 ປີ ໄດ້​ປະ ດັບ​ຫຼຽນ​ໄຊ​ພິລາດ​ອາດ​ຫານ ຊັ້ນ II ໃຫ້​ແກ່​ບຸກຄົນ 4 ສະ ຫາຍ, ຫຼຽນ​ໄຊ​ພິລາດ​ອາດ​ຫານ ຊັ້ນ III ໃຫ້​ແກ່​ບຸກຄົນ 1 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ໃຫ້​ແກ່​ບຸກຄົນ 3 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ໃຫ້​ແກ່​ບຸກຄົນ 6 ສະຫາຍ, ຫຼຽນ​ກາ​ແຮງ​ງານ ໃຫ້​ແກ່​ບຸກຄົນ 11 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 3 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະ ເທດ 4 ສະຫາຍ, ໃບ​ຍ້ອງຍໍກົມ ​ໃຫຍ່​ການເມືອງ​ກອງທັບ 3 ສະ ຫາຍ. ໃນ​ກອງ​ປະຊຸມ​ຍັງ​ໄດ້​ຖື​ເອົາ​ໂອກາດ​ນີ້​ປະກາດ​ແຕ່ງຕັ້ງ​ຂັ້ນ​ພະແນກການ, ຫົວໜ້າ​ຂະແໜງ​ຢູ່ ສາງ​ກົນຈັກ 1 ໄປ​ພ້ອມໆ​ກັນໂດຍ​ ແຕ່ງຕັ້ງ​ຫົວໜ້າພະແນກ ແລະ ຮອງ​ພະ​ແນກ​ບໍລິຫານສັງ​ລວມ, ໃນ​ນີ້​ໄດ້​ແຕ່ງຕັ້ງ​ສະຫາຍ ພັນ​ໂທ ບຸນ​ທຽມ ພົງ​ສະ​ຫວັດ ເປັນ​ຫົວໜ້າ​ພະ​ແນກ, ສະຫາຍ ພັນ​ຕີ ວັນ​ສີ ພຽນ​ທະ​ວົງ ເປັນ​ຮອງ​ພະ​ແນກ, ສະຫາຍ ຮ້ອຍ​ໂທ ໄຊ​ຍະ​ວົງ ອິນ​ທະ​ວົງ ເປັນ​ຫົວໜ້າ​ຂະແໜງ​ສາງ​ເບີ 6, ສະຫາຍ ຮ້ອຍ​ຕີ ລຳ​ປາວ ພຸດ​ດາ​ວົງ ເປັນ​ຫົວໜ້າ​ຂະແໜງ​ສາງ​ເບີ 4. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ