ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດກິຈະກຳການແຂ່ງຂັນກິລາເຕະບານມິດຕະພາບລະຫວ່າງກົມໃຫຍ່ເສນາທິການ ກັບ ກອງພັນ 425
ເວລາອອກຂ່າວ: 2019-02-21 09:30:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນ​ວັນ​ທີ 14 ກຸມ­ພາ 2019 ນີ້ຢູ່​ທີ່​ເດີ່ນ​ເຕະ­ບານ​ກອງ­ພັນ 425 ໄດ້​ຈັດ​ກິດ­ຈະ­ກຳ​ແຂ່ງ­ຂັນ​ກີ­ລາ​ເຕະ­ບານ​ມິດ­ຕະ­ພາບ​ຂຶ້ນ ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳ­ນັບ​ຮັບ​ຕ້ອນ​ວັນ​ສຳ­ຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ​ໃຫ້​ມີ​ບັນ­ຍາ­ກາດ​ເບີກ­ບານ​ມ່ວນ­ຊື່ນ ແລະ ເປັນ​ການ​ສ້າງ​ຂະ​ບວນ​ການ​ໃຫ້​ພະ ນັກ­ງານ-ນັກ­ຮົບ​ຫັນ​ມາ​ຫຼີ້ນ​ກີ­ລາ​ເພື່ອ​ຫ່າງ​ໄກ​ຢາ​ເສບ​ຕິດ, ການ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້​ເປັນ​ການ​ພົບ​ກັນ​ລະ­ຫວ່າງ​ທີມ​ນັກ­ກີ­ລາ​ຄະນະ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງທັບ ພົບ​ກັບ​ທີມ​ນັກ­ກີ­ລາ​ກອງ­ພັນ 425 ປະ­ສົມ​ກັບ​ກົມ 49 ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ທຽມ ຫອມ​ຊະ­ນະ ຮອງ​ຫົວ­ໜ້າ​ກົມ​ເຄ​ມີ​ສາດ​ກົມ​ໃຫຍ່​ເສ­ ນາ​ທິ​ການ​ກອງ­ທັບ, ມີ​ຄະນະ​ນຳ​ ທີມ​ນັກ­ກີ­ລາ​ບານ­ເຕະອົງການ​ ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງ­ທັບ, ມີ​ຄະ­ນະ​ນຳ​ນັກ­ກີ­ລາ​ກົມ​ໃຫຍ່ ແລະ ຄະ­ນະ​ພັກ-ຄະ­ນະ​ບັນ­ຊາ ພ້ອມ​ດ້ວຍ,ນັກ­ກີ­ລາ​ເຕະ­ບານ​ທັງ​ສອງ​ພາກ­ສ່ວນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ. ສະ­ຫາຍ ພັນ​ເອກ ທຽມ ຫອມ​ຊະ­ນະ ຄະ­ນະ​ນຳ​ທີມ​ນັກ­ກີ­ລາ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງທັບ​ໄດ້​ໃຫ້​ຮູ້​ວ່າ: ຈຸດ­ປະ­ສົງ​ຂອງການ​ ຈັດການແຂ່ງຂັນກີລາເຕະບານ ມິດຕະ­ພາບ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ໃຫ້​ມີ​ບັນ ຍາກາດ​ເບີກ­ບານ​ມ່ວນຊື່ນ ແລະ ເປັນ​ການ​ຍູ້​ແຮງ​ຂະ​ບວນ​ການ​ທາງ​ດ້ານ​ກີ­ລາ​ວັນ­ນະຄະດີ ພາຍ​ໃນ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງ­ທັບ​ກໍ​ຄື​ພາຍ​ໃນ​ກົມ​ກອງ​ໃຫ້​ຟົດຟື້ນແຂງແຮງ, ອີກປະ ການ​ໜຶ່ງ​ເພື່ອເປັນ​ການ​ປຸກລະ ­ດົມ​ແນວ​ຄິດ​ຂອງພະນັກ­ງານ- ນັກ­ຮົບ​ຢູ່​ບັນ­ດາກົມ​ກອງ​ໃຫ້​ມີ​ ບັນ­​ຍາ​ກາດ​ເບີກບານ​ມ່ວນ­ຊື່ນ ທັງ​ເປັນ​ການ​ອອກ­ກຳລັງ​ກາຍ​ເຮັດ​ໃຫ້​ມີ​ສຸຂະພາບ​ແຂງ­ແຮງ, ພ້ອມ​ທັງ​ເປັນ​ການ​ສົ່ງ­ເສີມ​ຄວາມ ​ອາດ​ສາ­ມາດ, ເຕັກ­ນິກ​ດ້ານ​ກີ­ລາ​ ຂອງ​ນາຍ ແລະ ພົນ­ທະ­ຫານ​ຂອງ​ ອົງ­ການ​ບັນ­ດາ​ກົມ​ກອງ​ຮາກ​ຖານ​ຢູ່ເຂດ​ໃຈ­ກາງ​ກໍ​ຄື​ກົມ​ໃຫຍ່​ ເສ­ນາ​ທິ​ການ​ກອງທັບ, ໃຫ້​ເຂັ້ມ ແຂງຂຶ້ນ​ເລື້ອຍໆ ແລະ ເປັນ​ການ ​ປຸກລະດົມ​ຊຸກ­ຍູ້​ໃຫ້​ພະນັກງານ- ນັກຮົບ​ຫັນ​ມາ​ຫຼີ້ນ​ກີ­ລາ​ຮັກ­ສາ​ສຸ ຂະພາບ, ພ້ອມ​ກັນ​ນັ້ນ​ຍັງ​ເປັນ ການສະ­ແດງ​ເຖີງ​ຄວາມ​ຮັດ​ແໜ້ນ​ຄວາມ​ສາມັກຄີ, ຮັກແພງ​ລະຫວ່າງ​ຄະ­ນະ​ພັກ-ຄະ­ນະ​ບັນ ຊາ​ຂັ້ນ​ເທິງ​ກັບ​ຂັ້ນ​ລຸ່ມເຊິ່ງ​ຜ່ານ ການ​ແຂ່ງ­ຂັນ​ທີມ​ຄະ­ນະ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງທັບ​ເອົາ​ຊະ­ນະ​ທີມ​ຂອງ​ກອງ­ພັນ 425 ໄປ​ດ້ວຍ ຄະ­ແນນ 5-2 ປະ­ຕູ. ໂດຍ: ແສງ​ສຸ​ລີ ພົມ​ມະ​ຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ