ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​ໃນ 2 ວາລະ​ແຫ່ງ​ຊາດ ມີ​ຜົນງານ​ພົ້ນ​ເດັ່ນ
ເວລາອອກຂ່າວ: 2022-12-09 09:37:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ໃນຕອນ​ບ່າຍ​ຂອງ​ວັນ​ທີ 8 ທັນວາ 2022 ນີ້, ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາແຫ່ງ​ຊາດ ຊຸດ​ທີ 9, ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະ ພາ​ແຫ່ງ​ຊາດ ໃນ​ກອງ​ປະຊຸມ ທ່ານພົນເອກ ວິໄລ ຫຼ້າ​ຄຳ​ຟອງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ ​ປກສ ໄດ້​ຂຶ້ນ​ລາຍງານ​ ກ່ຽວ​ກັບ​ວາລະ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃນ​ໄລຍະ 11 ເດືອນ​ຜ່ານ​ມາ (ມັງກອນ-ພະຈິກ 2022) ແລະ ທິດ​ທາງ​ແຜນການ ໃນ​ປີ 2023 ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ ​ການ​ແກ້​ໄຂບັນຫາ​ຢາ​ເສບຕິດ. ເຊິ່ງ​ບັນຫາ​ຢາ​ເສບ​ຕິດ ເກີດ​ຂຶ້ນ​ມີ​ລັກສະນະ​ຕໍ່​ເນື່ອງ-ຮຸນ​ແຮງ, ພວກ​ເຂົາ​ເຄື່ອນ​ໄຫວ​ເປັນ​ກຸ່ມ​ແກ້ງ, ມີ​ເຄືອ​ຄ່າຍ​ເຊື່ອມ​ໂຍງ​ກັບ​ພາຍ​ໃນ ແລະ ຕ່າງປະເທດ, ນຳ​ ໃຊ້​ອາວຸດ​ເສິກ, ພາຫະນະ, ອຸປະກອນ​ເຄື່ອງມື​ທີ່​ທັນ​ສະໄໝສາມາດ​ຕອບ​ໂຕ້​ກັບ​ເຈົ້າ​ໜ້າທີ່. ໂດຍ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງເລກ​ທີ 02/​ກມສພ, ລົງ​ວັນ​ທີ 26 ກໍ ລະ​ກົດ 2021 ວ່າ​ດ້ວຍ ​ການ​ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ຕໍ່​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ມະຕິ 04/​ສພຊ, ລົງ​ວັນ​ທີ 10/08/2021 ຂອງ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ (2021-2023); ລັດຖະບານ ໂດຍ​ແມ່ນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍໄດ້​ເປັນໃຈ​ກາງ​ໃນ​ການ​ນຳພາ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ໄປຕາມ 6 ວຽກ​ຈຸດ​ສຸມ ເຊິ່ງ​ສາມາດ​ຍາດ​ໄດ້​ຜົນສຳເລັດ​ຫຼາຍ​ດ້ານ, ປັດຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ທີ II ຂອງ​ການຈັດຕັ້ງ​ປະຕິບັດ​ວາ ລະ​ດັ່ງກ່າວ​ສະແດງ​ອອກ: ກະ ຊວງ ​ປກສ ໄດ້​ຊີ້​ນຳ​ໃນ​ການຈັດຕັ້ງ​ປະຕິບັດ​ຮອບດ້ານໃນ​ວຽກ​ງານ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ໄດ້​ເປັນ​ເຈົ້າ​ການ​ຍົກ​ສູງ​ຄວາມ​ຮັບ ຜິດຊອບ​ຂອງ​ຕົນ​ເຂົ້າ​ໃນ​ການເຄື່ອນໄຫວ​ຕາມ​ຫຼັກການ ແລະ ວິທີ​ການ​ວິຊາ​ສະເພາະ ເປັນຕົ້ນ​ແມ່ນ​ຕິດຕາມ​ເປົ້າ​ໝາຍ​ທີ່​ເຄື່ອນ​ໄຫວ​ຄ້າຂາຍ, ຂົນສົ່ງ​ຢາ​ເສບຕິດ ເຊິ່ງ​ໃນ​ໄລຍະ​ເດືອນ​ມັງກອນ ຫາ ເດືອນ​ພະຈິກ 2022 ໃນ​ຂອບ​ເຂດ​ທົ່ວ​ປະເທດ ສາມາດ​ແກ້​ໄຂ​ ມ້າງ​ຄະດີ​ຢາ​ເສບ​ຕິດ ໄດ້​ທັງ​ໝົດ 4.707 ຄະດີ, ຈັບ​ຜູ້​ຖືກ​ຫາ​ໄດ້ 6.873 ຄົນ, ຍິງ 795 ຄົນ, ຄົນ​ຕ່າງປະເທດ 135 ຄົນ, ຍິງ 11 ຄົນ (ຫວຽດນາມ 42/03 ຄົນ, ຈີນ 33/02 ຄົນ, ມຽນ​ມາ 31/02 ຄົນ, ໄທ 24/02 ຄົນ, ກຳປູເຈຍ 01 ຄົນ, ມາ​ເລ​ເຊຍ 01 ຄົນ, ຟີ​ລິບ​ປິນ 01/01, ອິນ​ໂດ​ເນ​ເຊຍ 01/01 ຄົນ ແລະ ໄນ​ຈີ​ເລຍ 01 ຄົນ), ຢຶດ​ຢາ​ບ້າ​ໄດ້ 139.587.060 ເມັດ (ໜຶ່ງ​ຮ້ອຍ​ສາມ​ສິບ​ເກົ້າ​ລ້ານຫ້າ​ແສນ​ແປດ​ສິບ​ເຈັດ​ພັນຫົກ​ສິບ​ເມັດ) ຢາ​ບ້າ​ເປັນ​ຝຸ່ນ 7,52 ກິ​ໂລກ​ຣາມ ນ້ຳໜັກ​ລວມ 13.966,22 ກິ​ໂລ​ຣາມ, ຢາ​ໄອສ໌ 2.199,9 ກິ​ໂລ ກ​ຣາມ, ເຮ​ໂຣ​ອິນ 175,77 ກິ​ໂລກ​ຣາມ, ຄັນ​ຊາ 10.284,27 ກິ​ໂລກ​ຣາມ, ຢາຝິ່ນ 250,36 ກິ​ໂລກ​ຣາມ, ຢາ​ອີ 2.605 ເມັດ (ສອງ​ພັນ​ຫົກ​ຮ້ອຍ​ຫ້າ​ເມັດ), ໂຄ​ເຄນ 3 ກິ​ໂລກ​ຣາມ, ແປ້ງ​ຝຸ່ນ​ປະສົມ​ຢາ​ເສບ​ຕິດ 11.576,76 ກິ​ໂລກ​ຣາມ, ເຄ​ຕາ​ມິນ 1.930,28 ກິ​ໂລກ​ຣາມ, ຄາ​ເຟ​ອິນ 168 ກຣາມ, ນ້ຳ​ຢາ​ສານ​ເຄ​ມີ 849 ກຣາມ ແລະ ນ້ຳ​ກົດ 9.400 ລິດ, ຍຶດ​ລົດ​ໃຫຍ່​ໄດ້ 162 ຄັນ, ລົດຈັກ 734 ຄັນ, ເຮືອ 1 ລຳ, ໄດ້​ລົງ​ ສຳ​ຫຼວດ​ເນື້ອທີ່​ລັກລອບ​ປູກ​ຝິ່ນ ປະຈຳ​ສົກ​ປີ 2021-2022 ຢູ່ 8 ແຂວງ​ພາກ​ເໜືອ ກວດ​ພົບ​ເຫັນ​ສວນ​ຝິ່ນ 2.000 ກວ່າ​ຕອນ ແລະ ໄດ້​ລົງ​ທຳລາຍ​ຖິ້ມ ຈຳນວນ 617 ເຮັກຕາ, ໄດ້​ສັງ​ລວມ​ສະຖິຕິ​ຜູ້​ຕິດ​ຢາ​ເສບ​ຕິດ​ເຂົ້າ​ປິ່ນປົວ​ຢູ່ ສູນ​ບຳບັດ​ປິ່ນປົວ ແລະ ຟື້ນ​ຟູ​ສຸ ຂະພາບ​ຜູ້​ຕິດ​ຢາ​ເສບ​ຕິດ 13 ແຫ່ງ ມີ​ທັງ​ໝົດ 3.802/106 ຄົນ, ໃນ​ນັ້ນ​ ມີ​ຜູ້​ທີ່​ປິ່ນປົວ​ດີ​ແລ້ວ​ກັບ​ຄືນ​ບ້ານ​ມີ​ທັງ​ໝົດ 1.222/32 ຄົນ, ສືບຕໍ່​ປິ່ນປົວ 2.580/74 ຄົນ. ສຽງ ( ທ່ານ ​ພົນເອກ ວິໄລ ຫຼ້າ​ຄຳ​ຟອງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ ​ປກສ 8/ 12/2022) ໃນ​ວາລະ​ດຳເນີນ​ກອງ​ປະຊຸມບັນດາ​ຜູ້​ແທນ​ສະ​ມາ​ ຊິກ​ສະພາ​ແຫ່ງ​ຊາດ​ກໍໄດ້​ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ກັບ​ລາຍ​ງານ​ກ່ຽວ​ກັບ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃນ​ໄລຍະ 11 ເດືອນ​ຜ່ານ​ມາ (ມັງກອນ-ພະຈິກ 2022) ແລະ ທິດ​ທາງ​ແຜນການ ໃນ​ປີ 2023 ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດອີກ​ດ້ວຍ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ