ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ມອບເງິນຊົດເຊີຍ ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2022-12-09 09:31:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ໃນ​ວັນ​ທີ 7 ທັນວາ 2022 ນີ້, ກອງ​ພົນ​ທີ 1 ໄດ້​ມອບ​ເງິນ​ຊົດ​ເຊີຍ ໃຫ້​ພະນັກງານ​ທີ່​ພັກ​ການ​ຮັບ​ບຳນານ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຫົວໜ້າ​ການເມືອງ​ກອງ​ພົນ, ໂດຍ​ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງ ການ, ພະແນກການທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ. ອີງ​ຕາມ​ກົດໝາຍ ​ວ່າ​ດ້ວຍ ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ( ສະບັບ​ປັບປຸງ ) ໝວດ 1 ມາດຕາ 33 ແລະ 34; ອີງ​ຕາມ​ກົດໝາຍ ​ວ່າ​ດ້ວຍ​ ປະກັນ​ສັງຄົມ ( ສະບັບ​ປັບປຸງ) ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີຂອງ​ກົມ​ໃຫຍ່​ການ ເມືອງ​ກອງທັບ; ກະຊວງ​ປ້ອງ​ກັນ​ປະເທດ​ຈຶ່ງ​ຕົກລົງ ແລະ ເຫັນ​ດີ​ໃຫ້​ນາຍ​ທະຫານ ຢູ່​ກອງ​ພົນທີ 1 ພັກ​ການ​ຮັບ​ອຸດ​ໜູນ​ບຳນານນັບ​ແຕ່​ງວດ 4 ປີ 2022 ເປັນຕົ້ນໄປ ​ ຈຳນວນ 21 ສະຫາຍ ລວມ​ມູນ​ຄ່າ​ເງິນ​ທັງ​ໝົດ 414.777.076 ກີບ; ທັງ​ນີ້​ກໍ​ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜົນງານ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ການເມືອງ ຂອງ​ນາຍ​ທະຫານ​ທີ່​ພັກ​ການ​ຮັບ​ເບຍ​ບຳນານ​ໃນ​ໄລຍະ​ຜ່ານ​ມາ, ທັງ​ປະຕິບັດ​ຕາມ​ແນວທາງ​ຂອງ​ພັກ, ນະໂຍບາຍ​ຂອງ​ລັດ ແລະ ຂອງ​ກອງທັບ​ປະຊາຊົນ​ລາວ ທີ່​ມີ​ຕໍ່​ ນາຍ​ທະຫານ​ທີ່​ພັກ​ການ​ຮັບ​ບຳນານ ໃນ​ທົ່ວ​ກຳລັງ​ປ້ອງ​ກັນ​ຊາດ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ການເມືອງ ​ກອງ​ພົນ​ທີ 1 ກໍ​ໄດ້​ໂອ້​ລົມ ຕໍ່​ພະນັກງານ​ອາວຸໂສ​ບຳນານ, ກ່ອນ​ອື່ນ ສະຫາຍ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ແລະ ຂອບໃຈ ທີ່​ໄລຍະ​ຜ່ານ​ມາ, ບັນດາ​ສະຫາຍ​ໄດ້​ອຸທິດ​ເຫື່ອ ແຮງ, ຈິດໃຈ, ສະຕິ​ປັນຍາ, ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດໜ້າທີ່​ວຽກ​ງານ​ລວມຂອງ​ກົມ​ກອງ ເຮັດ​ໃຫ້​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດຂອງ​ກອງ​ພົນ ກໍຄື​ໜ້າທີ່​ການເມືອງ​ຂອງ​ກົມ​ກອງມີ​ຜົນສຳເລັດ​ຫຼາຍ​ດ້ານ​ທີ່​ໜ້າ​ເພິ່ງ​ພໍໃຈ. ໂດຍ: ກໍ ແດນ​ດອກ​ກຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ