ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການ​ປະຕິບັດ​ວຽກ​ງານ​ຮອບດ້ານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຢູ່​ກອງພັນ 511 ມີ​ຜົນສຳເລັດ​ຫຼາຍ​ດ້ານ
ເວລາອອກຂ່າວ: 2022-12-09 09:27:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ສະຫາຍ ພັນ​ໂທ ຄຳ​ມວນ ຄວນ​ວິຈິດ ຫົວໜ້າ​ການເມືອງ​ກອງພັນ 511 ທະຫານ​ນະຄອນຫຼວງ​ວຽງ​ຈັນ​ ໄດ້​ໃຫ້​ຮູ້​ວ່າ: ຕະ ຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາຍາມໃດ​ກໍ​ໄດ້​ ເອົາໃຈໃສ່​ຊີ້​ນຳ-ນຳພາພະນັກ ງານ-ນັກຮົບ​ພາຍໃນກົມກອງ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານຮອບ ດ້ານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນງານ ທີ່​ຄະນະພັກກະຊວງ ​ປ້ອງ​ກັນ​ປະເທດ​ວາງ​ອອກ, ໂດຍ ​ໄດ້​ຖື​ເອົາ​ເນື້ອ​ໃນ​ດັ່ງກ່າວມາ​ ສ້າງ​ເປັນ​ແຜນການ, ແຜນ​ງານ​ອັນ​ລະອຽດແລ້ວ​ຈັດ​ຕັ້ງ​ຜັນ​ຂະ ຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ມີ​ຈຸດ​ສຸມ​ ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ສາມາດ​ສ້າງ​ໄດ້​ຜົນສຳເລັດ​ທີ່​ເປັນ​ພື້ນຖານ​ຫຼາຍ​ດ້ານ. ໃນ​ນີ້, ໜ້າທີ່​ເຮັດ​ໃຫ້​ສະພາບ​ມີ​ຄວາມ ​ສະຫງົບ ເຊິ່ງ​ເປັນ​ໜ້າທີ່​ສຳຄັນ​ຕົ້ນຕໍ, ຄະນະ​ພັກ-ຄະນະ​ບັນຊາ​ ໄດ້​ຈັດ​ຕັ້ງ​ກຳລັງ​ປະຈຳການກຽມ ພ້ອມ​ສູ້​ຮົບ, ກຽມພ້ອມ​ກອບ​ກູ້​ໄພພິບັດ​ຕະຫຼອດ 24 ຊົ່ວໂມງ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ​ວັນ​ບຸນ​ສຳຄັນ​ຕ່າງໆ, ຈຸດ​ລໍ່ແຫຼມ ແລະ ອອກ​ເຄື່ອນ​ໄຫວລາດ ຕະເວນ​ຕາມ​ຂອບ​ເຂດ​ຮັບຜິດ ຊອບ​ເປັນ​ປົກກະຕິ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຄັດ​ເລືອກ​ເອົາ​ພະນັກງານ​ທີ່​ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ແບບ​ມູນເຊື້ອຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ ຈຳນວນ 9 ບ້ານ, ສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ພ້ອມ​ກັນ​ເຄື່ອນ​ໄຫວ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເຊິ່ງ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ເປັນ​ລະ ບຽບ​ຮຽບ​ຮ້ອຍ​ດີ. ໜ້າທີ່ປັບປຸງກໍ່ສ້າງ​ກຳລັງ: ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ດ້ວຍ​ຫຼາຍ​ວິທີ​ການ​ຢ່າງ​ຕໍ່​ເນື່ອງ, ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ມູນເຊື້ອ​ວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ບັນດາ​ນິຕິ​ກຳ​ຕ່າງໆ​ຂອງ​ຂັ້ນ​ເທິງ ມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ, ເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ຫ້າວຫັນ​ເຮັດ​ສຳເລັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ, ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ການເຄື່ອນ ໄຫວ​ຂອງ​ສະມາຊິກພັກ ​ຕິດ​ພັນ​ກັບ​ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ຊຸກຍູ້​ຂະ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ຮັບປະກັນ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ສູງ, ປັດຈຸບັນ, ຄະນະ​ພັກ​ຮາກ​ຖານ​ກອງພັນ 511 ມີ 5 ໜ່ວຍ​ພັກ​ຂຶ້ນ​ກັບ ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ທັງ​ໝົດ, ໃນ 6 ເດືອນ​ຜ່ານ​ມາ​ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ ​ສົມບູນ​ໄດ້ 11 ສະຫາຍ, ເອົາໃຈໃສ່​ຄຸ້ມ​ຄອງ​ຊີວະ​ປະຫວັດ ແລະ ການເຄື່ອນໄຫວ​ຂອງ​ພະນັກງານ-ນັກຮົບ, ສັບຊ້ອນ​ມອບ​ໝາຍ​ໜ້າທີ່​ໃຫ້​ພະນັກງານ​ເໝາະ​ສົມ​ ກັບ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ຂອງ​ແຕ່​ລະ​ສະຫາຍ ເຮັດ​ໃຫ້​ກົມ​ກອງ​ສາມາດ​ເຮັດ​ລ້ອນ​ໜ້າທີ່​ການເມືອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຊີ້​ນຳ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ-ແມ່ຍິງ ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ເຂົາເຈົ້າ, ເປັນ​ກຳລັງ​ແຮງ​ສຳຄັນ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ, ສ້າງ​ໃຫ້​ກົມ​ກອງ​ມີ​ບັນຍາກາດ​ຟົດຟື້ນ​ຢູ່​ສະເໝີ, ໄດ້​ສຸມ​ໃສ່​ອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ ແລະ ພະລາທິການ-ເຕັກນິກ ຕາມ​ແຜນການ​ຂອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ປັບປຸງ​ລະບຽບ​ແບບແຜນ​ໃຫ້​ມີ​ຄວາມ​ຮັດກຸມ, ເປັນ​ເອກະ​ພາບ​ກັນ, ທັງ​ເປັນ​ການ​ເຝິກຝົນ​ກຳລັງ​ແຮງ​ກາຍ​ຂອງ​ພະນັກງານ-ນັກຮົບ​ໃຫ້​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຊຳນານ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ເພື່ອ​ຮັບປະກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໜ້າທີ່​ຮັບປະກັນ​ດ້ານ​ພະລາທິການ: ໄດ້​ຊີ້​ນຳ​ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງເປັນ​ເຈົ້າ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ ເຊິ່ງ​ສາມາດ​ຮັບປະກັນ​ໄດ້​ດ້ານ​ສະບຽງ​ອາຫານ, ການ​ກິນ​ດື່ມ​ລວມ​ໝູ່, ເຄື່ອງນຸ່ງ​ຫົ່ມ, ນ້ຳມັນ​ເຊື້ອ​ໄຟ ແລະ ວັດຖຸ​ຮັບ​ໃຊ້​ອື່ນໆ​ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ​ໃຫ້, ດ້ານ​ການ​ປູກຝັງ: ເຖິງ​ວ່າ​ເນື້ອທີ່​ດິນ​ທຳ​ການ​ຜະລິດ​ຂອງ​ກົມ​ກອງ​ມີ​ໜ້ອຍແຕ່​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ​ ກໍ​ໄດ້​ປຸກລະດົມ​ຊຸກຍູ້​ພະນັກງານ-ນັກຮົບ​ປູກ​ຕາມ​ເງື່ອນໄຂ​ຕົວ​ຈິງ, ໃນ​ໄລຍະ 6 ເດືອນ​ຕົ້ນປີ​ ສາມາດ​ປູກ​ຜັກ​ຊະນິດ​ຕ່າງໆ​ເກັບກູ້​ໄດ້ 8.425 ກິ​ໂລກຣາມ, ປູກ​ຕົ້ນໄມ້​ປະດັບ, ຕົ້ນໄມ້​ໃຫ້​ໝາກແລະ ຕົ້ນໄມ້​ອຸດສາຫະກຳ​ໃສ່​ດິນ​ວ່າງ​ເປົ່າ​ບໍລິເວນ​ຄ້າຍ​ຄູ​ຈຳນວນ 179 ຕົ້ນ, ດ້ານ​ການ​ລ້ຽງສັດ: ກົມ​ກອງ​ມີ​ສະຖານທີ່​ລ້ຽງສັດ 1 ແຫ່ງ ໄດ້​ລ້ຽງ​ງົວ 23 ໂຕ, ຂາຍ​ 2 ໂຕ, ລ້ຽງ​ໝູ​ລາດ 12 ໂຕ, ແບ້ 24 ໂຕ, ສັດ​ປີກ 635 ໂຕ, ກົບ 1.300 ໂຕ ແລະ ປາ 2.700 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ​ໄດ້ 48 ລ້ານ​ກວ່າ​ກີບ, ຈາກ​ການ​ລ້ຽງສັດ 54 ລ້ານ​ກວ່າ​ກີບ, ຈາກ​ການ​ບໍລິການ 29 ລ້ານ​ກວ່າ​ກີບ, ລວມ​ທັງ​ໝົດ 132 ລ້ານ​ກວ່າ​ກີບ, ກົມ​ກອງ​ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ດ້ວຍ​ທຶນ​ຂອງ​ກົມ​ກອງ ແລະ ງົບປະມານ​ທີ່​ຂັ້ນ​ເທິງ​ຕອບ​ສະໜອງ​ໃຫ້​ຈຳນວນ​ໜຶ່ງ, ສຳລັບ​ທຶນ​ກົມ​ກອງ​ກຸ້ມ​ຕົນ​ເອງ​ມີ: ກໍ່ສ້າງ​ຫ້ອງ​ປະຈຳການ 1 ຫຼັງ​ຂະໜາດ 3x4 ແມັດ ມູນ​ຄ່າ 15 ລ້ານ​ກວ່າ​ກີບ ແລະ ກໍ່ສ້າງ​ປະຕູໂຂງ​ຍັງ​ບໍ່​ທັນ​ສຳເລັດ​ມູນ​ຄ່າ 8 ລ້ານກວ່າ ​ກີບ. ຄຽງ​ຄູ່​ກັບ​ຜົນງານ​ດັ່ງກ່າວ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ສືບຕໍ່​ເພີ່ມ​ທະວີ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ​ໃຫ້​ທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ, ຊຸກຍູ້​ພະນັກງານ-ນັກຮົບ​ໃນ​ການຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ​ກວ່າ​ເກົ່າ, ການ​ສ່ອງ​ແສງ​ລາຍ​ງານ​ສະພາບ​ການ​ຕ່າງໆ​ຕ້ອງ​ເຮັດ​ເປັນ​ປົກກະຕິ​ຕໍ່​ເນື່ອງ, ສືບຕໍ່​ຊຸກຍູ້​ພະນັກງານ-ນັກຮົບ​ເພີ່ມ​ພູນ​ຜະລິດຜົນ​ເພື່ອ​ສະ ໜອງພືດ​ຜັກ-ຊີ້​ນປາ​ເຂົ້າ​ເຮືອນຄົວ​ລວມ​ໃຫ້​ໄດ້​ຫຼາຍ​ກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ເປັນ​ແບບຢ່າງ​ໃນ​ການ​ຊີ້​ນຳ-ນຳພາ, ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ແຕ່​ລະ​ຂັ້ນ​ໃຫ້​ເປັນ​ປົກກະຕິ, ຕຳ​ນິ​ກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ