ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຕິບັດ​ງານ 207 ປະຈຳ​ຢູ່​ກຸ່ມ​ບ້ານ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2022-12-09 09:24:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1367 | ຄວາມນິຍົມ:



ທ້າຍ​ເດືອນ ຕຸລາ 2022 ນີ້, ທີ່​ສະໂມສອນ​ກຸມ​ບ້ານ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ຈັດ​ກອງ​ປະຊຸມ ​ວ່າ​ດ້ວຍ​ການ​ຍົກຍ້າຍ​ໜ່ວຍ​ງານ, ຢູ່​ກອງ​ປະ​ງານ 207 ໄດ້​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຢູ່​ກຸ່ມ​ຫາດ​ຊາຍ​ສູງ-ສົ້ມປ່ອຍ ​ເມືອງ​ສະໜາມ​ໄຊ, ໄດ້​ຍ້າຍ​ຂຶ້ນ​ໄປ​ປະຈຳການ​ຢູ່​ກຸ່ມ​ບ້ານ​ວັງ​ຕັດ ​ເມືອງ​ຊານ​ໄຊ ແຂວງ​ອັດ​ຕະ​ປື, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຮັງ ໄຊ​ມຸງຄຸນ ຮອງ​ຫົວໜ້າກົມ​ກໍ່ສ້າງ​ຮາກຖານ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະ ​ຊີ້​ນຳ​ມາ​ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ຊີ້​ນຳ​ມາ​ຈາກ​ເມືອງຊານ​ໄຊ, ອຳນາດ​ການ​ປົກຄອງບ້ານ​ທີ່​ຂຶ້ນ​ກັບ​ເຂດ​ວັງຕັດຕະຫຼອດ​ຮອດ​ພະນັກງານ ກອງ​ປະຕິບັດງານ 207 ເຂົ້າ​ຮ່ວມ​. ບົດ​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ສະພາບ​ການ​ຕ່າງໆ ໂດຍ​ສະເພາະ​ແມ່ນ​ບັນຫາ​ປະກົດ​ການ​ຫຍໍ້​ດ້ານ​ດີ​ ດ້ານ​ອ່ອນ ແລະ ຊອກ​ຫາ​ວິທີ​ແກ້​ໄຂ. ກອງ​ປະຊຸມ​ຍັງ​ໄດ້​ ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ​ວ່າ​ດ້ວຍ​ຍົກຍ້າຍ​ໜ່ວຍ​ງານ ກອງ​ປະຕິບັດ​ງານ 207 ຢູ່​ກຸ່ມ ບ້ານ​ຫາດ​ຊາຍ​ສູງ ເມືອງ​ສະໜາມ​ໄຊ ໄປ​ປະຈຳ​ຢູ່​ກຸ່ມ​ ບ້ານ​ວັງ​ຕັດ ເມືອງ​ຊານ​ໄຊ ແຂວງ​ອັດຕະ​ປື ເພື່ອ​ຫັນ​ລົງ​ສູ່​ຮາກ​ຖານ​ປະຊາຊົນ ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບ ດ້ານ, ຕາມ 4 ເນື້ອ​ໃນ, 4 ຄາດໝາຍ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ເພື່ອ ​ລົງ​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ ແລະ ປະຊາຊົນ​ໃຫ້​ເຂົ້າໃຈ​ຕໍ່​ແນວທາງນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ເຜີຍແຜ່​ເອກະສານ​ອື່ນໆ​ທີ່​ເປັນ​ມູນເຊື້ອ​ຂອງພັກ, ຂອງ​ຊາດ ໃຫ້​ອຳນາດ​ການປົກຄອງ​ບ້ານ ກໍຄື ປະ​ຊົນ​ໃຫ້​ຮັບ​ຮູ້​ເຂົ້າໃຈ​ຢ່າງ​ທົ່ວ​ເຖິງ. ຈາກ​ນັ້ນ, ຍັງ​ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ ຕັ້ງ​ຄະນະ​ໜ່ວຍ​ພັກ​ເພີ່ມ​ເຕີມ​ຢູ່​ກອງ​ປະຕິບັດ​ງານ 207 ໂດຍ​ອີງຕາມ ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາ​ສະໄໝ​ທີ XI ໝວດ II ມາດຕາ 13 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນ​ສຸດເປັນ​ກຳມະການ​ຄະນະ​ພັກ. ໃນ​ນັ້ນ, ຄະນະ​ພັກ​ກອງບັນຊາ​ການ​ທະຫານແຂວງ​ໄດ້​ຕົກລົງ​ບົ່ງ​ຕົວ​ແຕ່ງຕັ້ງ​ ສະຫາຍ ພັນ​ຕີ ສູ​ລິ​ວົງສີ​ຊາ​ນົນ ເປັນ​ກຳມະການ​ໜ່ວຍ​ພັກ​ກອງ​ປະຕິບັດ​ງານ 207 ຢ່າງ​ເປັນທາງການ. ໂດຍ: ແສງ​ຫຼ້າ ກຸ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ