ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ພົນ​ທີ 1 ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​​ເເຫຼ່ງ ກອງພັນ​ໃຫຍ່ 101
ເວລາອອກຂ່າວ: 2022-12-09 09:22:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ທ້າຍ​ເດືອນພະຈິກ 2022 ນີ້, ສະຫາຍ ພັນ​ເອກ ​ປອ ສອນ​ໄຊ ຈັນ​ຍາ​ລາດ ຄະນະ​ປະຈຳ​ພັກ​ກອງ​ພົນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 1 ໄດ້​​ເຄື່ອນ​ໄຫວ​ພົບ​ ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ຢູ່​ກອງພັນ​ໃຫຍ່101 ເຊິ່ງ​ມີ ສະຫາຍ ພັນ​ເອກ ບຸນ​ຂຸ້ມ ສີຄຳ​ໄຊ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 101 ພ້ອມ​ດ້ວຍ​ຄະນະ​ພັກ-ຄະ ນະ​ບັນຊາ ພະນັກງານຫຼັກ​​ແຫຼ່ງ​ໃນ​ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ​ພັນ​ເອກ ບຸນ​ຂຸ້ມ ສີຄຳ​ໄຊ ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ບົດບາດ ແລະ ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ນຳພາ-ບັນຊາ ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ ໄດ້​ເອົາໃຈ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​-ນຳພາແນວ​ຄິດ​ເປັນ​ສຳຄັນ ໂດຍ​ການ​ນຳ​ເອົາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ພັກ, ມະ​ຕິ​​, ຄຳ​ສັ່ງ ແລະ ບັນດາ​ເອກະສານ​ມູນເຊື້ອ​ທີ່​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ມາ​ຈັດ​ຕັ້ງ​ເຜີຍແຜ່ ແລະ ເຊື່ອມ​ຊຶມ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ແລະ ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ມີ​ສະຕິ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ກໍ່​ຄື​ກົມ​ກອງ​ວາງ​ອອກ ເປັນຕົ້ນແມ່ນ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ອົງຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ກໍ​ຄື​ພາລະກິດ ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ພື້ນ​ຖານ​ກົມ​ກອງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ຄວາມ​ໜັກແໜ້ນ​ເຂັ້ມ​​ເເຂງ ໂດຍ​ສະເພາະ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ດ້ານ​ການຈັດຕັ້ງ, ພື້ນຖານ​ວັດຖຸ-ເຕັກນິກ ແລະ ລະດັບ​ສິລະ​ປະຍຸດ-ຍຸດທະວິທີ ໄດ້​ຮັບ​ການ​ພັດທະນາ ແລະ ຍົກ​ສູງ​ຂຶ້ນ​ເລື້ອຍໆ. ສະຫາຍ ພັນ​ເອກ ສອນ​ໄຊ ຈັນ​ຍາ​ລາດ ໄດ້​ຮຽກຮ້ອງ ແລະ ເນັ້ນ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ, ແຕ່​ລະ​ກົມ​ກອງ​ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ຊີ້​ນຳ-ນຳພາ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ກົມ​ກອງ, ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ, ເປັນ​ເຈົ້າ​ການ​ຕ້ານ, ສະກັດ​ກັ້ນ ແລະ ທັບ​ມ້າງ​ທຸກ​ກົນອຸບາຍ​ຫັນປ່ຽນໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ຈັດ​ຕັ້ງ​ກຳລັງກໍ່ສ້າງ​ຮາກ​ຖານ​ການເມືອງ ແບບມູນເຊື້ອ ແລະ ເປັນ​ເຈົ້າ​ການ​ເຄື່ອນ​ໄຫວ​​ແກ້​ໄຂ​ສະພາບ​ການ​ຕ່າງໆ​ພາຍ​ໃນ​ຂອບ​ເຂດ ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ສະ​ຫງົ​​ບ​ປອດ​ໄພ 100% ໂດຍ: ສິນ​ໄຊ ເພັດ​ລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ