ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານນະຄອນຫຼວງ​ວຽງ​ຈັນ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2022-12-09 09:14:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139583728 | ຄວາມນິຍົມ:



ວັນ​ທີ 1 ທັນວາ 2022, ກອງ​ບັນຊາ​ການ​ທະຫານນະ ຄອນຫຼວງ​ວຽງ​ຈັນ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ ໃຫ້ຄອບຄົວ​ພະນັກງານ​ບຳນານທີ່​ເສຍ​ຊີວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ພັນ​ໂທ ບຸນ​ຖົມ ໄຊ​ສັງ​ທອງ ຮອງ​ຫົວໜ້າ​ຫ້ອງ​ການ​ເມືອງ ກອງ​ບັນຊາ​ການ​ທະຫານນະຄອນຫຼວງ​ວຽງ​ຈັນ, ມີຜູ້ຕາງໜ້າ​ຈາກ​ສະຫະພັນ​ນັກຮົບ​ເກົ່າ​ເມືອງ, ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍຄອບຄົວພະນັກງານ​ບຳ ນານທີ່​ເສຍ​ຊີວິດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໂພ​ໄຊ ແກ້ວ​ມະນີ ຫົວໜ້າ​ພະ​ແນກ​ປະກັນ​ສັງ ຄົມ ກ​​ອງ​ບັນຊາ​ການ​ທະຫານ ນະຄອນຫຼວງ​ວຽງ​ຈັນ ໄດ້​ຜ່ານ​ຂໍ້ຕົກລົງ ວ່າດ້ວຍ ການມອບເງິນ ນະໂຍບາຍອຸດໜູນໃຫ້ຄອບຄົວ ພະນັກງານບຳນານທີ່ເສຍຊີວິດ, ອີງຕາມກົດໝາຍ ວ່າ​ດ້ວຍ​ ປະກັນ​ສັງຄົມ, ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດກ່ຽວກັບ​ການຈັດຕັ້ງປະຕິບັດກົດໝາຍ ວ່າ​ດ້ວຍ​ ປະກັນ​ສັງຄົມ​ໃນ​ກອງທັບ​ປະຊາຊົນ​ລາວ ແລະ ກົມໃຫຍ່ການເມືອງກອງທັບ. ອະນຸມັດ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນຈຳ ນວນ 19 ສະຫາຍ. ໃນ​ນີ້, ມີ​ຄອບຄົວ​ພະນັກງານ​ບຳນານເສຍ​ອົງຄະ 14 ສະຫາຍ, ຜູ້​ປະກັນ​ຕົນ ເສຍ​ຊີວິດ 1 ສະຫາຍ, ນາງ​ໝ້າຍ 2 ສະຫາຍ ແລະ ຄອບຄົວ​ຄູ່​ສົມລົດ​ບຳນານ​ເສຍ​ອົງຄະ 2 ສະ ຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 1.218.168.000 ກີບ. ໂດຍ: ວຽງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ