ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສິລະ​ປະ-​ວັນນະຄະດີ​ສະໝັກ​ຫຼິ້ນ ກອງ​ພົນ​ທີ 2 ສະແດງ​ຮັບ​ໃຊ້ວັນຊາດ​ ທີ 2 ທັນວາ ຄົບຮອບ 47 ປີ
ເວລາອອກຂ່າວ: 2022-12-09 09:12:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139584518 | ຄວາມນິຍົມ:



ໃນ​​ລະຫວ່າງ​ວັນ​ທີ 26 ພະຈິກ - 2 ທັນວາ 2022, ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນ​ກອງ​ພົນ​ທີ 2 ຮ່ວມ​ກັບ ໜ່ວຍ​ສິລະ​ປະ​ໂຮງ ຮຽນ ​ມສ ພັດທະນາ ປະກອບ​ມີ: ກອງພັນ 224 , 629, 627 ແລະ ນັກຮຽນ ປະຖົມ-ມັດທະຍົມ ບ້ານ​ໂພນ​ໄຊ ຫຼັກ18 ໄດ້​ສະແດງ​ລາຍການ​ຮັບ​ໃຫ້ພະນັກງານ-ນັກຮົບ ແລະ ມວນ​ຊົນ ເພື່ອ​ສ້າງ​ຄວາມ​ເບີກບານ​ມ່ວນຊື່ນ ຂ່ຳນັບ​ຮັບ​ຕ້ອນ​ວັນຊາດ ​ທີ 2 ທັນວາ ຄົບຮອບ 47 ປີ. ລາຍການ​ທີ່​ນຳ​ມາ​ສະແດງ​ໃນ​ຄັ້ງ​ນີ້, ປະກອບ​ມີ​ຂັບ​ລຳ​ທ້ອງຖິ່ນ, ຮ້ອງເພງ, ບົດ​ຟ້ອນ ແລະ ລາຍ​ການສະແດງ​ອື່ນໆທີ່​ສ່ອງ​ແສງ​ເຖິງ​ມູນເຊື້ອຂອງ​ການ​ປະຕິວັດ ແລະ ຮີດຄອງ​ປະເພນີ​ອັນ​ດີງາມ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ເປັນຕົ້ນ​ແມ່ນ​ບັນດາ​ເນື້ອ​ຮ້ອງ, ທຳນອງ​ເພງ, ການ​ຟ້ອນ ຕະຫຼອດ​ຮອດຮ້ອຍ​ຍິ້ມຂອງ​ນັກສະແດງທີ່​ສະແດງ​ເຖິງ​ຄວາມ​ພາກພູມ​ໃຈ, ເບີກບານ​ມ່ວນຊື່ນ. ນອກຈາກ​ນັ້ນ, ຍັງ​ມີ​ໜ່ວຍ​ງານ​ສາຍຮູບ ເງົາຂອງ​ກອງ​ພົນ​ທີ 2 ທີ່​ໄດ້ເຄື່ອນ​ໄຫວ​ສາຍຮູບເງົາ​ຮັບ​ໃຊ້ ຕື່ມ​ອີກ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ