ບໍລິສັດຮຸ່ງອາລຸນ ມອບເຄື່ອງກິລາ ໃຫ້ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-12-08 08:48:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:
ວັນທີ 21 ພະຈິກ 2022 ນີ້, ບໍລິສັດຮຸ່ງອາລຸນ ໂລຈິດຕິກ ໄດ້ນຳເອົາເຄື່ອງກິລາຈຳນວນ 50 ຊຸດມູນຄ່າ 7.110.000 ກີບ ມາມອບໃຫ້ຫ້ອງການເມືອງ ກອງບັນຊາການທະຫານແຂວງ ບໍ່ແກ້ວ, ກ່າວມອບໂດຍ ສະຫາຍ ຄຳພັນ ແສງທິບ ຕາງໜ້າບໍລິສັດ ຮຸ່ງອາລຸນ ໂລຈິດຕິກ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ຄຳ ສອນໄຊຍະວົງ ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ.
ໂອກາດນີ້, ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດ ຮຸ່ງອາລຸນ ໂລຈິດຕິກ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຊຸກຍູ້ຂະບວນການກິລາຢູ່ຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ນັກກິລາຢ່າງທົ່ວເຖິງ, ຈາກນັ້ນ, ຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ມອບໃບກຽດຕິຄຸນ ໃຫ້ບໍລິສັດຮຸ່ງອາລຸນ ໂລຈິດຕິກ ອີກດ້ວຍ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ