ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະ​ແນກ​ຊາວ​ໜຸ່ມ ວິທະຍາຄານ​ການ​ແພດ​ກອງທັບ ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຊາວ​ໜຸ່ມ ປະຈຳ​ປີ 2022
ເວລາອອກຂ່າວ: 2022-12-08 08:47:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນ​ວັນ​ທີ 6 ທັນວາ 2022 ນີ້, ພະ​ແນກ​ຊາວ​ໜຸ່ມ ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຊາວ​ໜຸ່ມ ປະຈຳ​ປີ 2022 ແລະ ຜ່ານ ​ທິດ​ທາງ​ແຜນການ​ປະຈຳ​ປີ 2023, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສຸ​ລິ​ວົງ ລັດ​ວິໄລ ຫົວໜ້າ​ການເມືອງ ວິທະຍາຄານ​ການ​ແພດ​​ກ​ອງ​ທັບ, ມີ​ຄະນະ​ຫ້ອງ, ຄະນະ​ໜ່ວຍ​ຊາວ​ໜຸ່ມ ພ້ອມ​ດ້ວຍ​ສະມາຊິກ​ຊາວ​ໜຸ່ມ​ທົ່ວ​ວິທະຍາຄານ​ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ສາຍ​ຍັນ ດວງ​ຈັນ ຮັກສາການ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ຜ່ານ​ການຈັດຕັ້ງ​ປະຕິບັດ​ ວຽກ​ງານ​ຊາວ​ໜຸ່ມ​ຕະຫຼອດ​ໄລຍະ1 ປີຜ່ານມາ, ພະ​ແນກ​ຊາວ​ໜຸ່ມ ​ໄດ້​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ເປັນ​ສຳຄັນ ໃນ​ການສຶກ​ສາ​ອົບຮົມ​ໃຫ້​ສະມາ ຊິກ​ຊາວ​ໜຸ່ມໃຫ້​ມີ​ຄວາມ​ໜັກແໜ້ນ​ທາງ​ດ້ານ​ຄຸນ​ທາດ​ການເມືອງ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ ກໍຄື​ໜ້າທີ່​ການເມືອງຂອງ​ກົມ​ກອງ​ມອບ​ໝາຍ​ໃຫ້ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ປະຕິບັດ, ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ 7 ລະບອບ 18 ວຽກ ກໍຄື​ກົດ​ລະບຽບ​ຂອງ​ກົມ​ກອງ ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ປຸກລະດົມ​ສະມາຊິກ​ຊາວ​ ໜຸ່ມ​ຕື່ນ​ຕົວ​ຮໍ່າຮຽນ, ເຊື່ອມ​ຊຶມເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ບັນດາ​ມູນເຊື້ອ​ຕ່າງໆ, ເວົ້າ​ລວມ​ ເວົ້າ​ສະເພາະ​ ແມ່ນ​ບັນດາ​ທິດ​ທາງ​ແຜນການ ຂອງ​ຫ້ອງການ​ຊາວ​ໜຸ່ມ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ເຊິ່ງ​ຕະຫຼອດໄລຍະ​ຜ່ານ​ມາ​ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ຊາວ​ໜຸ່ມ ປະເພດ​ດີເດັ່ນ 248 ສະຫາຍ ກວມ​ເອົາ 76,78 %, ປະເພດ​ແຂງ 74 ສະຫາຍ ກວມ​ເອົາ 22.91 % ແລະ ປະເພດ​ກາງ 1 ສະຫາຍ ກວມ​ເອົາ 0,31 %. ກອງ​ປະຊຸມ​ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ນາມມະຍົດ 4 ບຸກ​ໃຫ້​ຄະນະ​ໜ່ວຍ​ຊຸດ​ເກົ່າ ແລະ ຄະນະ​ໜ່ວຍ​ນັກ​ສຶກ​ສາ​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ໄລຍະ​ຊຸມ​ປີຜ່ານມາ. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ວິທະຍາຄານ​ການ​ແພດ​ກອງທັບ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ຄະນະ​ໜ່ວຍ​ຊາວ​ໜຸ່ມ​ຊຸດ​ໃໝ່​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ