ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສື່ມວນຊົນກອງທັບປະຊາຊົນລາວເຄື່ອນໄຫວຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ
ເວລາອອກຂ່າວ: 2022-12-06 18:36:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ໃນວັນທີ 6 ທັນ 2022 ນີ້ ສື່ມວນຊົນກອງທັບປະຊາຊົນລາວ ຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກອງທັບປະຊາຊົນຫວຽດນາມ ໃຫ້ກຽດຕ້ອນຮັບຂອງສະຫາຍ ພົນຕີ ຫວຽນກວກຢວຽດ ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.      ໂອກາດນີ້ ສະຫາຍ ພົນຕີ ຫວຽນກວກ ຢວຽດ ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາສູງຕໍ່ຄະນະສື່ມວນຊົນກອງທັບປະຊາຊົນລາວ  ທີ່ໄດ້ມາຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍໃນຄັ້ງນີ້ ພ້ອມທັງລາຍງານຫຍໍ້ກ່ຽວກັບສະພາບ ຈຸດພິເສດ, ພາລະບົດບາດ, ການກຳເນີດເຕີບໃຫຍ່ຂອງກົມກອງ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໃຫ້ຄະນະສື່ມວນຊົນກອງທັບປະຊາຊົນລາວ ໄດ້ຮັບຊາບ ຈາກນັ້ນ ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງສືພີມກອງທັບ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບຖານບ້ານໄກ້ເຮືອນຄຽງແລະເຕັມໄປດ້ວຍບັນຍາກາດອັນດູດດື່ມ,ທັງເປັນການປະກອບສ່ວນໃນການເພີມພູມຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດ,ສອງກອງທັບລາວ-ຫວຽດນາມທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.   ໂອກາດດຽວກັນນີ້ ຄະນະສື່ມວນຊົນກອງທັບປະຊາຊົນລາວ ກໍ່ໄດ້ໄປຢ້ຽມຢາມທັດສະນະຫໍພິພິຕະພັນນະຄອນຫຼວງຮ່າໂນຍຕື່ມອີກ.   ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ