ຫ້ອງວ່າການກະຊວງປ້ອງກັນປະເທດ ປິດຂະບວນການກິລາ ປະຈຳປີ 2022
ເວລາອອກຂ່າວ: 2022-12-06 09:20:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:
ວັນທີ 1 ທັນວາ 2022 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ປິດຂະບວນການແຂ່ງຂັນກິລາປະຈຳປີ 2022, ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫ້ຼາ ຮອງຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດທີ່ຂຶ້ນກັບຫ້ອງວ່າການ ແລະ ນັກກິລາເຂົ້າຮ່ວມ.
ຕະຫຼອດໄລຍະເວລາການແຂ່ງຂັນກິລາ ເຫັນວ່າ: ໄດ້ສ້າງບັນຍາກາດຟົດຟື້ນເປັນຢ່າງດີ, ນັກກິລາມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ຮັກສາໄດ້ນ້ຳໃຈນັກກິລາ, ຮູ້ໄດ້ຮູ້ເສຍ, ເຊິ່ງຜ່ານການແຂ່ງຂັນຕົວຈິງສາ ມາດສະຫຼຸບໄດ້ດັ່ງນີ້: ບານສົ່ງຊາຍ ທີ I ແມ່ນບໍລິສັດລາວເດີນອາກາດ ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ບໍລິສັດ ລັດວິສາຫະກິດ 20 ມັງກອນ ໄດ້ຮັບເງິນສົດ 1.000.000 ກີບ ແລະ ທີ III ກອງຮັບແຂກ 208 ໄດ້ຮັບເງິນສົດ 500.000 ກີບ, ປະເພດບານສົ່ງຍິງ ທີ I ແມ່ນກອງຮັບແຂກ 208 ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ຫ້ອງການບໍລິຫານ ໄດ້ຮັບເງິນສົດ 1.000.000 ກີບ, ທີ III ກອງຮ້ອຍຮັບປະກັນ ໄດ້ຮັບເງິນສົດ 500.000 ກີບ, ເປຕັງຊາຍທີ I ແມ່ນກອງລົດ ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ຫ້ອງການບໍລິຫານ ໄດ້ຮັບເງິນສົດ 1.000.000 ກີບ, ທີ III ກົມເສດຖະກິດ ໄດ້ຮັບເງິນສົດ 500.000 ກີບ, ເປຕັງຍິງ ທີ I ແມ່ນກອງຮ້ອຍຮັບປະກັນ ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ຫ້ອງການເມືອງ ໄດ້ຮັບເງິນສົດ 1.000.000 ກີບ, ທີ III ກົມຮັກ ສາສຸກະພາບສູງກາງ ໄດ້ຮັບເງິນສົດ 500.000 ກີບ, ກິລາດຶງເຊືອກ ທີ I ແມ່ນບໍລິສັດ 20 ມັງກອນ ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ກົມເສດຖະກິດ ໄດ້ຮັບເງິນສົດ 1.000.000 ກີບ, ທີ III ກອງລົດ ໄດ້ຮັບເງິນສົດ 500.000 ກີບ, ດຶງເຊືອກຍິງທີ I ແມ່ນ ກອງຮັບແຂກ 208 ໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ທີ II ບໍລິສັດ 20 ມັງກອນພັດທະນາ ໄດ້ຮັບເງິນສົດ 1.000.000 ກີບ ແລະ ທີ III ກົມພົວພັນຕ່າງປະ ເທດ ໄດ້ຮັບເງິນສົດ 500.000 ກີບ.
ໂດຍ: ບົວລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ