ປິດບັ້ນອົບຮົມ-ຫັດແອບ ວຽກງານ ປກຊ-ປກສ ທົ່ວປວງຊົນ ຢູ່ ເມືອງປາກທາ
ເວລາອອກຂ່າວ: 2022-12-06 09:19:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:
ໃນວັນທີ 30 ພະຈິກ 2022 ນີ້, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີ ປິດບັ້ນອົບຮົມ-ຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ, ໂດຍການເປັນປະທານຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເຈົ້າແຂວງໆບໍ່ແກ້ວ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີການນຳຂັ້ນແຂວງ, ຄະນະຊີ້ນຳຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ, ກອງບັນຊາການທະຫານແຂວງ, ປກສ ແຂວງ, ເມືອງ, ຄະນະຮັບຜິດຊອບແລະ ພາກສ່ວນຕ່າງໆເຂົ້າຮ່ວມ.
ສະຫາຍ ພັນໂທ ສຸບິນ ສີຫາລາດ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຜົນໄດ້ຮັບຜ່ານການອົບຮົມ-ຫັດແອບ ໄລຍະ 14 ວັນຜ່ານມາ, ເຊິ່ງນັກເຝິກອົບຮົມ ໄດ້ສຸມໃສ່ຄົ້ນຄວ້າເຊື່ອມຊຶມບັນ ດາເນື້ອໃນເອກະສານຕ່າງໆທີ່ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ລວມທັງໝົດ 10 ເອກະສານ. ພ້ອມກັນນັ້ນ, ກໍໄດ້ລົງເລິກພາກປະຕິບັດຕົວຈິງ ເປັນຕົ້ນແມ່ນລຳ ດັບບາດກ້າວການເຮັດວຽກຂອງເລຂາພັກເມືອງ, ຄວາມຕັດສິນໃຈສູ້ຮົບປ້ອງກັນເມືອງ ແລະ ອື່ນໆ.
ຜ່ານການອົບຮົມທັງພາກທິດ ສະດີຫຼັກການ ແລະ ພາກປະຕິບັດຕົວຈິງເຫັນວ່າ: ນັກເຝິກອົບຮົມແຕ່ລະສະຫາຍໄດ້ມີຄວາມຮັບຮູ້ທາງດ້ານພື້ນຖານທິດສະດີຂອງ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່, ກຳແໜ້ນທິດສະດີຫຼັກການ, ວິທີການນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ມີຄວາມເຂົ້າໃຈລຳດັບບາດກ້າວແຕ່ລະຂັ້ນຕອນໃນການເຮັດວຽກ, ເພື່ອຖອດຖອນເອົາບົດ
ຮຽນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າເຖິງແຕ່ລະຫ້ອງການ, ຂະແໜງການຂອງເມືອງ, ເຮັດໃຫ້ວຽກງານດັ່ງກ່າວກາຍເປັນ ຄວາມຮັບຜິດຊອບຂອງທຸກອົງການຈັດຕັ້ງ ແລະ ເຂົ້າເຖິງທຸກຊັ້ນຄົນໃນສັງຄົມ, ພ້ອມກັນຖືເອົາວຽກງານ ປກຊ-ປກສ ໃຫ້ກາຍເປັນຄວາມຮັບຜິດຊອບຂອງທົ່ວປວງຊົນຢ່າງແທ້ຈິງ.
ໂອກາດນີ້, ສະຫາຍ ເຈົ້າແຂວງແຂວງບໍ່ແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມທີ່ໄດ້ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກເຮັດໃຫ້ບັ້ນອົບຮົມຄັ້ງນີ້ສຳເລັດຕາມແຜນການ. ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ນັກເຝິກ ອົບຮົມ ຈົ່ງພ້ອມກັນນຳເອົາບົດ ຮຽນທີ່ໄດ້ຮໍ່າຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຕັ້ງໜ້າປະກອບ ສ່ວນເຂົ້າໃນວຽກງານ ປກຊ-ປກສ ໃຫ້ມີຄວາມໜັກແໜ້ນ ເຂັ້ມ
ແຂງໃນທ້ອງຖິ່ນຂອງຕົນ ເພາະມັນເປັນປັດໄຈຄໍ້າປະກັນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ຕາມແນວທາງນະໂຍບາຍຂອງພັກ.
ຈາກນັ້ນ, ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບໍ່ແກ້ວ ແລະ ສະຫາຍ ສຸໄລ ດວງຜາຄຳ ເຈົ້າເມືອງ ເມືອງປາກທາ ກໍໄດ້ຜັດປ່ຽນກັນມອບໃບຍ້ອງຍໍ, ໃບກຽດຕິຄຸນ ແລະ ໃບຂອບໃຈ ໃຫ້ຄະນະນັກເຝິກອົບຮົມ, ບໍລິສັດ ແລະ ປະຊາຊົນຜູ້ທີ່ໃຫ້ການຊ່ວຍ ເຫຼືອບັ້ນເຝິກອົບຮົມໃນຄັ້ງນີ້ຢ່າງສົມກຽດ.
ຂ່າວ: ສົມໄຊ ສີລາຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ