ທະຫານນະຄອນຫຼວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-12-06 09:16:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:
ວັນທີ 1 ທັນວາ 2022 ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ປະກາດ ການເລື່ອນຊັ້ນໃຫ້ນາຍທະຫານພາຍໃນກົມກອງຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມ ມາ ຫົວໜ້າການເມືອງ ກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ, ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ, ພະແນກ ການ, ກົມກອງ ຕະຫຼອດຮອດ ນາຍທະຫານ ທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍການເລື່ອນຊັ້ນ ແລະ ເລື່ອນ ທຽບຊັ້ນໃຫ້ນາຍທະຫານຢູ່ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ຈຳນວນ 181 ສະ ຫາຍ, ໃນນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 30 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກຮ້ອຍໂທ ຂຶ້ນຮ້ອຍເອກ ຈຳນວນ 68 ສະ ຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຈາກ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳ ນວນ 48 ສະຫາຍ ແລະ ເລື່ອນ ຊັ້ນ-ເລື່ອນທຽບຊັ້ນ ຈາກວາທີຂຶ້ນ ຮ້ອຍຕີ ຈຳນວນ 35 ສະຫາຍ.
ໂອກາດນີ້, ສະຫາຍ ຫົວໜ້າການເມືອງກອງບັນຊາການ ທະ ຫານນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມພັດ ທະນາຕົນເອງໃນທຸກດ້ານ ແລະ ພ້ອມກັນເຮັດ ສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ