ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂອບໃຈ​ບໍລິສັດ NTP ການ​ຄ້າ​ນໍ້າມັນ​ເຊື້ອ​ໄຟ​ມະຫາຊົນ ທີ່ໃຫ້ການ​ອຸປະຖຳ
ເວລາອອກຂ່າວ: 2022-12-06 09:09:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ວັນ​ທີ 28 ພະຈິກ 2022 ນີ້, ທ່ານ ພູ​ສີ ອາໄສ ຕາງໜ້າ​ບໍລິສັດ NTP ການ​ຄ້າ​ນໍ້້​​າ​ມັນ​ເຊື້ອ​ໄຟ​ມະຫາຊົນ ໄດ້​ນຳ​ເອົາເຄື່ອງນຸ່ງ​ນັກ​ກິລາ ຈຳນວນ 20 ຊຸດ, ບານເຕະ 2 ໜ່ວຍ ລວມ​ມູນ​ຄ່າ 5 ລ້ານ​ກີບ ມາ​ມອບ​ໃຫ້​ໜ່ວຍ​ພັກ 3 ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ເພື່ອ​ປະກອບສ່ວນ​ຊຸກຍູ້​ວຽກ​ ງານ​ກິລາ​ຢູ່​ກົມກອງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ. ກ່າຮັບ​ໂດຍ ສະຫາຍ ພັນ​ໂທ ປະການເພັດ ອ້ອມ​ລັດ​ເດີ ເລຂາ​ໜ່ວຍ​ພັກ 3 ພ້ອມ​ດ້ວຍ​ຄະນະ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ໂທ ປະການ​ເພັດ ອ້ອມ​ລັດ​ເດີ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ບໍລິສັດ NTP ການ​ຄ້າ​ນໍ້້​​າ​ມັນ​ເຊື້ອ​ໄຟ​ມະຫາຊົນ ທີ່​ໃຫ້ການ​ອຸປະຖຳ​ໃນ​ຄັ້ງ​ນີ້ ອັນ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ຊຸກຍູ້​ກຳ ລັງ​ໃຈ​ພະນັກງານ-ນັກຮົບ​ໃນ​ໂອກາດ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສະ​ຖາ​ປະນາ ​ສປປ ລາວ ຄົບຮອບ 47 ປີ ແລະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ທີ່​ຈະ​ມາ​ເຖິງ​ໃນຕໍ່ໜ້າ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ. ໂດຍ: ສົມ​ສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ