ກອງບັນຊາການທະຫານແຂວງຄຳມ່ວນ ມອບເງິນໃຫ້ພະນັກງານທີ່ພັກການເຂົ້າຮັບບຳນານ
ເວລາອອກຂ່າວ: 2022-12-06 09:06:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:
ວັນທີ 30 ພະຈິກ 2022 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຈັດຕັ້ງມອບເງິນອຸດໜູນໃຫ້ພະນັກງານທີ່ພັກການເຂົ້າຮັບບຳນານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານທີ່ພັກການຮັບບຳນານເຂົ້າຮ່ວມ.
ອີງຕາມແນວທາງແຜນນະໂຍບາຍຂອງພັກ-ລັດ ວາງອອກ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ອີງຕາມກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ I ມາດຕາ 33 ແລະ 34, ກອງບັນຊາການທະຫານແຂວງຄຳມ່ວນ ອະນຸມັດຈ່າຍເງິນອຸດໜູນ 10%,15% ແລະ 5% ໃຫ້ພະນັກງານ-ທີ່ພັກການເຂົ້າຮັບບຳນານ ຈຳນວນ 15 ສະຫາຍ, ລວມເປັນເງິນທັງໝົດ 247.506.472 ກີບ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ເອົາໃຈໃສ່ ສຸມສະຕິປັນຍາເຫື່ອແຮງຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ບັນດາຜົນງານການເຄື່ອນໄຫວຂະບວນການດ້ານຕ່າງໆ ໃນພາລະ
ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການຊີ້ນຳ-ນຳພາ, ສຶກສາອົບຮົມພະນັກງານ-ນັກຮົບ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ, ພ້ອມນັ້ນ ສະຫາຍຍັງໄດ້ຮຽກຮ້ອງມາຍັງພະນັກງານທີ່ພັກການເຂົ້າຮັບບຳນານໃນຄັ້ງນີ້ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ເຂົ້າໃນການປຸກລະດົມ ຊຸກຍູ້ລູກຫຼານ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃນໄລຍະໃໝ່, ພ້ອມກັນນຳໃຊ້ເງິນຈຳນວນດັ່ງກ່າວ ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງຕົນ ແລະ ພັດທະນາຄອບຄົວ ໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ