ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ກອງ​ຕ່າງໆ​ປາຖະກະຖາ​ສອງ​ວັນ​ປະຫວັດສາດ
ເວລາອອກຂ່າວ: 2022-12-06 09:04:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ໂຮງຮຽນ 307, ກອງພັນ​ໃຫຍ່ 661, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ, ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຫຼວງ​ນ້ຳ​ທາ, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ແລະ ກອງພັນ​ໃຫຍ່ 497 ໄດ້​ປາຖະກະຖາ ວັນຊາດ ​ທີ 2 ທັນວາ ຄົບ ຮອບ 47 ປີ ແລະ ວັນ​ຄ້າຍ​ວັນ​ເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ ຮັບ​ຮູ້​ເຊື່ອມ​ຊຶມ​ຕື່ມ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ມູນເຊື້ອ​ວັນຊາດ​ທີ 2 ທັນວາ ແລະ ຮ່ຳຮຽນ​ເອົາ​ຊີວິດ​ການເຄື່ອນໄຫວ​ປະຕິວັດ, ຜົນງານ-ຄຸນງາມຄວາມດີ​ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ການ​ປະຕິວັດ​ຮຸ່ນ​ກ່ອນ​ມາ​ເປັນ​ແບບຢ່າງ​ ໝູນ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ຕົນ​ເອງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ. ຢູ່​ແຕ່​ລະ​ແຫ່ງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ ​ຄວາມ​ສຳຄັນ​ຂອງ​ວັນຊາດ ​ທີ 2 ທັນວາ ເຊິ່ງ​ເປັນ​ວັນ​ແຫ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຂອງ​ຊາດ​ລາວ​, ມີ​ມູນເຊື້ອ​ອົງອາດ​ກ້າຫານ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ທັງ​ແບບ​ເກົ່າ ແລະ ໃໝ່ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ດຳເນີນ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຈັກກະພັດ​ຕ່າງ​ດ້າວ ເພື່ອ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ແລະ ຄວາມ​ມີ​ອິດສະຫຼະພາບ ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ ແລະ ສະຖາປະນາ ​ສປ​ປ ລາວ ຢ່າງ​ສະຫງ່າ​ຜ່າເຜີຍ​ໃນ​ວັນ​ທີ 2 ທັນວາ​ 1975. ຈາກ​ນັ້ນ​ມາ​ໄດ້​ສືບຕໍ່​ປົກ​ປັກ​ຮັກສາ, ສ້າງສາພັດທະນາ​ປະເທດ​ຊາດໃຫ້​ຄົງ​ຕົວ ແລະ ຂະຫຍາຍຕົວ​ເປັນ​ກ້າວໆ​. ພ້ອມ​ດຽວ​ກັນ​ນັ້ນ, ໄດ້​ທົບ​ທວນ​ຫວນ​ຄືນ​ມູນເຊື້ອ​ວິລະ​ກຳ​ອັນ​ໂດດ​ເດັ່ນ, ປະຫວັດ, ຊີວິດ​ການເຄື່ອນໄຫວ​ປະຕິວັດ, ຜົນງານ-ຄຸນງາມຄວາມດີ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ສະຕິ​ປັນຍາ​ອັນ​ສະຫຼາດ​ສ່ອງ​ໃສ ຂອງ​ປະທານ ໄກສອນ ພົມວິຫານ ຜູ້ນຳ​ການ​ປະຕິວັດ​ລາວຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ