ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ໄຊ​ສົມບູນ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2022-12-06 09:00:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:



ວັນ​ທີ 29 ພະຈິກ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ໄດ້​ມອບເງິນ​ນະໂຍບາຍອຸດ​ໜູນ​ໃຫ້ພະນັກງານ-ນັກຮົບ, ໂດຍ​ມີ ສະຫາຍ ພັນ​ເອກ ສຸດ​ໃຈ ເຈີ​ບົວ​ແພງ ຫົວໜ້າ​ຫ້ອງ ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ສົມບູນ, ມີຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່ກ່ຽວ​ຂ້ອງ ເຂົ້າ​ຮ່ວມ. ອີງ​ຕາມ​ຂໍ້​ກຳນົດ ວ່າ​ດ້ວຍ​ ລະບຽບ​ການ​ຂອງນາຍ ແລະ ພົນທະຫານໃນ​ກອງທັບ​ປະຊາຊົນ​ລາວ, ກົດໝາຍ ວ່າ​ດ້ວຍ ​ປະກັນ​ສັງຄົມ. ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ອະ ນຸມັດ​ໃຫ້ນາຍ ແລະ ພົນທະຫານ ຢູ່ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ອອກ​ອຸດ​ໜູນ ຈຳນວນ 9 ສະຫາຍ. ໃນ​ນີ້, ມີ ຊັ້ນ​ຮ້ອຍ​ຕີ 1 ສະຫາຍ, ຮ້ອຍ​ເອກ 1 ສະຫາຍ ແລະ ຊັ້ນ​ນາຍ​ສິບ 7 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 181.286.000 ກີບ. ໂດຍ: ສົດ ນາມ​ໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ